22.11.13

ແຂວງ ຫົວພັນ ຫາລືການອອກໃບຕາດິນ ສວນປູກໄມ້ປ່ອງຢູ່ 3 ເມືອງ

ຂປລ. ແຫລ່ງຂ່າວແຂວງ ພົວພັນ ລາຍ ງານວ່າ: ໂຄງການ ພັດທະນາໄມ້ປ່ອງ ແຂວງ ຫົວພັນ ຊຶ່ງໃຫ້ທຶນສະໜັບໜູນ ໂດຍໂຄງການ SNV ແລະ GRET ຮ່ວມກັບພະແນກ ກະສິກຳ-ປ່າໄມ້ແຂວງ, ພະແນກແຜນການ ແລະ ການລົງ ທຶນ ແຂວງ ໄດ້ເປີດກອງປະຊຸມຫາລືເພື່ອອອກ ໃບຕາດິນໃຫ້ປະຊາຊົນ 3 ເມືອງເປົ້າ ໝາຍຄື: ວຽງໄຊ, ສົບເບົາ ແລະ ຊຳເໜືອ.
ໂຄງການນີ້ເລີ່ມລົງມືປະຕິບັດແຕ່ປີ 2009 ເປັນຕົ້ນມາ ເພື່ອເປັນການພັດທະນາຂະແໜງ

ການໄມ້ປ່ອງ, ຄຸ້ມຄອງ ແຫລ່ງຊັບພະຍາກອນ ໄມ້ປ່ອງແບບຍືນຍົງ ( ສວນປູກ ແລະ
ປ່າໄມ້ທຳມະຊາດ ), ພັດທະນາທຸລະກິດໄມ້ປ່ອງ ແລະ ເພື່ອພັດທະນາຊີວິດການເປັນຢູ່ ສ້າງລາຍຮັບໃຫ້ປະຊາຊົນນັບມື້ຫລາຍຂຶ້ນ. ຈາກການປະຕິບັດຕົວຈິງຮອດປະຈຸບັນຖື ໄດ້ວ່າ ໄດ້ຮັບຄວາມສົນໃຈຈາກປະຊາຊົນໃນຂົງເຂດດັ່ງກ່າວ ຈຳນວນ 487 ຄອບຄົວ ທີ່ນອນໃນ 25 ບ້ານ ມີສວນປູກ 560 ແຫ່ງ, ເນື້ອທີ 323 ເຮັກຕາ. ເຊິ່ງທາງໂຄງການໄດ້ສະໜອງແນວພັນເບ້ຍໄມ້ໃຫ້ປະຊາຊົນຜູ້ຜະລິດ, ພ້ອມທັງມີການປະ ສານສົມທົບກັບພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ສຳຫລວດ, ວາງແຜນນຳໃຊ້ທີ່ດິນ, ຊຸກຍູ້ ກິດຈະກຳຫລັກຂອງໄມ້ປ່ອງ, ຈັດສັນປ່າໄມ້ ເພື່ອກ້າ-ປູກ ໃຫ້ຄຳແນະນຳເຕັກນິກ ແລະ ຊອກຫາຕະຫລາດຈຳໜ່າຍໃຫ້.
ກອງປະຊຸມໄດ້ຄົ້ນຄວ້າຄວາມເປັນໄປໄດ້ ໃນການອອກໃບຕາດິນສວນປູກໃຫ້ປະຊາຊົນ ຜູ້ຮ່ວມໂຄງການທັງເປັນ ການສ້າງຄວາມໝັ້ນໃຈ ແລະ ຮັບປະກັນ ເນື້ອທີປູກຂອງ ປະຊາຊົນ ເພື່ອໃຫ້ປະຊາຊົນຜູ້ປູກ ໄດ້ນຳໃຊ້ຜົນຜະລິດຂອງຕົນ ຢ່າງເຕັມເມັດເຕັມໜ່ວຍ ແລະ ເພື່ອໃຫ້ການປູກໄມ້ປ່ອງ ບັນລຸຕາມແຜນ ຍຸດທະສາດຂອງແຂວງໃນປີ 2015 ໃຫ້ປູກໄດ້ 1.000 ເຮັກຕາ./.
ແຫລ່ງຂ່າວຈາກ : ສຳນັກຂ່າວສານປະເທດລາວ