27.11.13

ພະແນກກະສິກກຳ-ປ່າໄມ້ ແຂວງ ຫົວພັນ ໄດ້​ຮັບເຄື່ອງຊ່ວຍເຫລືອລ້າຈາກຍີ່ປຸ່ນ

ແຫລ່ງຂ່າວ ແຂວງ ຫົວພັນ ກໍໄດ້ລາຍງານ ວ່າ: ໃນ​ອາທິດທີ່ຜ່ານມາ ກະຊວງ​ກະ​ຊິກໍາ​ ແລະ ​ປ່າ​ໄມ້​ ໄດ້​ນຳ​ເອົາ​ພະ​ຫະນະ ​ແລະ ​ອຸປະກອນ​ຮັບ​ໃຊ້​ພາກ ​ສະໜາມ​ ໂຄງການ​ປົກ​ປັກ​ຮັກສາ​ປ່າ​ໄມ້ ມອບ​ໃຫ້​ແກ່​ພະ​ແນ​ກກະ​ສີ​ກໍາ ​ແລະ ​ປ່າ​ໄມ້​ ແຂວງ​ຫົວພັນ​ ເພື່ອ​ມອບ​ຕໍ່​ໃຫ້ 8 ​ເມືອງ.ແລະ ​ຂະ​ແໜງກ່ຽວ​ຂ້ອງ ​ຄື: ​ເມືອງ ​ຊຳ​ເໜືອ, ຊຽງ​ຄໍ້, ວຽງ​ໄຊ, ຫົວ​ເມືອງ, ຊຳ​ໃຕ້, ສົບ​ເບົາ,​ ເມືອງ​ແອດ, ຂະ​ແໜງ​ປ່າ​ໄມ້,​ ເຂດ​ປ່າ​ສະຫງວນ​ນ້ຳ​ຊໍາ ​ແລະ​ ຂະ​ແໜງ​ຄຸ້ມ​ຄອງ​ຊັບພະຍາກອນ ​ປ່າ​ໄມ້.​ ເຄື່ອງທີ່​ນຳ​ມາ​ມອບ​ຄັ້ງ​ນີ້ ມີ​ລົດຈັກ​ຍີ່​ຫໍ້​ຢາ​ມາ​ຮາ​ຈຳນວນ 12 ຄັນ, ເຄື່ອງ​ຄອມ​ພີ​ວ​ເຕີ 8 ຊຸດ ຊື່​ງ​ແມ່ນ​ທືນຊ່ວຍ​ເຫລືອລ້າ​ຈາກ​ລັດຖະບານ​ຢີ່ປຸ່ນ. ກ່າວ​ມອບ​ໂດຍ​ແມ່ນ​ທ່ານ ບຸບຜາ ວົງ​ຄຳ​ຈັນ.ຮອງ​ຫົວໜ້າ​ພະ​ແນ​ກບໍລິຫານ​ແລະ​ຈັດ​ຕັ້ງ​ກະຊວງ​ກະ​ສີ​ກຳ ​ແລະ​ ປ່າໄມ້.ກ່າວ​ຮັບ​ແມ່ນ​ທ່ານ​ ສະຖຽນ​ ວັນນະ​ສຸກ​ ​ຫົວໜ້າ​ພະ​ແນ​ກ ກະ​ສີ​ກຳ​  ແລະ​  ປ່າ​ໄມ້ ​ແຂວງ​ ຫົວພັນ,ຊ້ອງໜ້າ​ພະນັກງານ​ທີ່​ກ່ຽວຂ້ອງຂອງແຂວງ./
ແຫລ່ງຂ່າວຈາກ : ສຳນັກຂ່າວສານປະເທດລາວ