19.11.13

ພະແນກສາທາລະນະ​ສຸກ​ ແຂວງ​ ຫົວພັນ​ ພັດທະນາຂຶ້ນຫລາຍດ້ານ

ຂປລ. ແຫລ່ງຂ່າວແຂວງ ຫົວພັນໃຫ້ຮູ້ວ່າ: ຂະ​ແໜງ​ສາທາລະນະ​ສຸກ ​ແມ່ນ​ຂະ​ແໜງທີ່ເຮັດໜ້າທີ່​ບໍລິ​ການ​ດ້ານ​ສຸຂະພາບ​ຕາມ 6 ​ແຜນການ​ຂອງ​ກະຊວງ​ສາທາລະນະ​ສຸກ​ວາງ​ອອກ. ​ໃນ​ສົກ​ປີ 2012-2013 ສາທາລະນະ​ສຸກ​ ແຂວງ​ ຫົວພັນ​ ໄດ້​ສູ້​ຊົນ​ຈັດ​ຕັ້ງ​ປະຕິບັດ​ຕາມ​ແຕ່ລະ​ແຜນ​ງານ​ເຊັ່ນ ​ແຜນ​​ອະນາ​ໄມ ​ກັນ​ພະຍາດ ​ແລະ ສົ່ງ​ເສີມ​ສຸຂະພາບ, ການ​ປິ່ນປົວ​ຟື້ນຟູໜ້າທີ່, ການ​ຄຸ້ມ​ຄອງ​ບໍລິ​ໂພ​ກ-ຄວາມ​ປອດ​ໄພຂອງ​ອາຫານ ​ແລະ ຢາ, ພັດທະນາ​ຊັບພະຍາ ກອນມະນຸດ, ວຽກ​ຄົ້ນຄວ້າ​ວິທະຍາສາດ ​ແລະ ​ແຜນ​ງານ​ຄຸ້ມ​ຄອງ​ບໍລິຫານ.
ທົ່ວ​ແຂວງ​ມີ​ໂຮງໝໍຂັ້ນ​ແຂວງ 1 ​ແຫ່ງ, ຂັ້ນ​ເມືອງ 8 ​ແຫ່ງ, ສຸກສາລາ 58 ​ແຫ່ງ ​ແລະ​ຫ້ອງ​ກວດ​ພະຍາດ​ເອກະ​ຊົນ 15 ​ແຫ່ງ ເຊິ່ງສາມາດ​ບໍລິການ​ກວດພະຍາດ​ເຂດ​ນອກ​ໄດ້
134.080 ​ເທື່ອ​ຄົນທຽບ​ໃສ່​ແຜນການລື່ນ​ຄາດໝາຍ 7%, ຮັບ​ຄົນ​ເຈັບ​ເຂົ້ານອນ​ໂຮງໝໍຈຳນວນ 16.795 ​ເທື່ອ​ຄົນ​ລື່ນ​ຄາດໝາຍ 3%, ບໍລິການ​ຜ່າຕັດ​ໃຫຍ່​ໄດ້ 297 ກໍລະນີ​ລື່ນ​ຄາດໝາຍ 25% , ຜ່າຕັດ​ກາງ​ໄດ້ 299 ກໍລະ​ນີທຽບ​ໃສ່​ແຜນການ​ບັນລຸ 81% , ຜ່າ​ຕັດ​ເອົາ​ລູກ​ອອກ​ໄດ້ 66 ກໍລະນີ​ລື່ນ​ຄາດໝາຍ 2% , ຮັບ​ຄົນ​ເກີດ​ລູກ​​ໃນ​ໂຮງໝໍໄດ້ 2.196 ຄົນທຽບ​ໃສ່​ແຜນການຫລຸດຄາດໝາຍ 16%, ອັດຕາໝູນ​ໃຊ້​ຕຽງ​ໄດ້ 32,70% ຫລຸດ ຄາດໝາຍ 32,30%. ຈຳນວນ 5 ອັນ​ດັບ​ກວດ​ພະຍາດ​ເຂດ​ນອກ​ມີ: ພະຍາດ​ລະບົບ​ປະສາດ , ​ໄຂ້ຫວັດ , ອາ​ມີ​ດານ​ອັກ​ເສບ , ປອດ​ອັກ​ເສບ.
ພະຍາດ​ນອນ​ໃນ​ໂຮງໝໍມີ ປະສູດ-ພະຍາດ​ຍິງ, ລະບົບ​ລະລາຍ, ຖອກທ້ອງ, ລະບົບ​ປະສາດ ​ແລະ ອາ​ມີ​ດານ​ອັກ​ເສບ. ພະນັກງານ​ສາທາລະນະ​ສຸກ​ທົ່ວ ​ແຂວງ​ຫົວພັນ ​ມີ​ທັງໝົດ 635 ຄົນ, ຍິງ 345 ຄົນ, ຊັ້ນ​ປະລິນຍາ​ໂທ 8 ຄົນ, ຊ່ຽວຊານ​ປະຈຳ 6 ຄົນ, ຊັ້ນ​ປະລິນຍາ​ຕີ 81 ຄົນ, ຊັ້ນ​ສູງ 44 ຄົນ, ຊັ້ນ​ກາງ 351 ຄົນ, ຊັ້ນ​ຕົ້ນ 139 ຄົນ ​ແລະ ບໍ່ມີ​ຊັ້ນ 6 ຄົນ ໂດຍ​ປະຈຳ​ຢູ່​ຂັ້ນ​ແຂວງ 30%, ຂັ້ນ​ເມືອງ 48%, ​ແລະ​ປະຈຳ​ຢູ່​ສຸກສາລາ 22%, ​ໃນ​ທົ່ວ​ແຂວງ​ມີ​ຜູ້​ຈົບ​ວິຊາ​ແພດ 555 ຄົນ​ສະ​ເລ່ຍ​ໃນ​ພົນລະ​ເມືອງ​ພະນັກງານ​ແພດ 1 ຄົນ​ຕໍ່ປະຊາກອນ 525 ຄົນ, ​ໄປ​ພ້ອມ​ກັນນີ້ຍັງ​ໄດ້​ສົ່ງ​ເສີມ​ໃຫ້​ພະນັກ ງານ​ໄດ້​ເຂົ້າຮ່ວມ​ກໍ່ສ້າງຍົກ​ລະດັບທາງ​ດ້ານ​ທິດ​ສະ​ດີ-ການ​ເມືອງ ​ແລະ ວິຊາ​ສະ​ເພາະ​ໄລຍະ​ສັ້ນ, ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ​ໄດ້ 375 ຄົນ​ເທົ່າ​ກັບ 49% ຂອງ​ແຜນການ, ກໍ່ສ້າງ​ແພດ​ຂັ້ນ​ບ້ານ​ໄດ້ 20 ຄົນ​ເທົ່າ​ກັບ 100% ຂອງ​ແຜນການ.
ຈາກ​ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ທຸກ​ແຜນການ​ໃນ​ສົກ​ປີ 2012-2013 ສາມາດ​ເກັບ​ລາຍ​ຮັບ​ວິຊາ​ການ​ໄດ້ 960.029.438 ກີບ ທຽບ​ໃສ່​ແຜນການ​ ປະຕິບັດ​ໄດ້​ລື່ນຄາດໝາຍ 20% ​ໃນ​ນັ້ນ​ມອບ​ພັນທະ​ງົບປະມານ 798.500.000ກີບ​ ລື່ນ​ຄາດໝາຍ 14%.
ແຫລ່ງຂ່າວຈາກ : ສຳນັກຂ່າວສານປະເທດລາວ