12.11.13

ພິທີມອບ-ຮັບ ໂທລະໂຄ່ງໃຫ້ແກ່ 6 ບ້ານ 3 ສ້າງຂອງແຂວງ ຫົວພັນ

ໂດຍປະຕິບັດມະຕິຂອງກົມການເມືອງສູນກາງພັກ.ເລກທີ່ 03/ ກມສພ ລົງວັນທີ່ 15 ກຸມພາ ປີ 2012 ວ່າດ້ວຍການ ສ້າງແຂວງເປັນຫົວໜ່ວຍຍຸດທະສາດ,ສ້າງເມືອງເປັນຫົວ ໜ່ວຍເຂັ່ມແຂງຮອບດ້ານ,ສ້າງບ້ານເປັນຫົວໜ່ວຍພັດ ທະນາ ແລະ ມະຕິຕົກລົງຂອງລັດຖະມົນຕີວ່າການກະຊວງຖະແຫ່ຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວສະບັບເລກທີ່ 329 / ຖວທ ລົງວັນທີ່ 19 ເມສາ 2013 ເພື່ອແນໃສ່ເປັນກະບອກສຽງກະຈ່າຍແຫ່ຼງຂໍ້ມູນຂ່າວສານ ຕ່າງໆໃຫ້ແກ່ບ້ານຈຸດສຸມຂອງເມືອງ 3 ສ້າງ.
   ດັ່ງນັ້ນມາໃນວັນທີ່ 6 ເດືອນພະຈິກນີ້.ຢູ່ທີ່ບ້ານລ້ອງກູ້ເມືອງວຽງໄຊໄດ້ມີພິທີມອບ-ຮັບ ແລະເປີດການນຳໃຊ້ລະບົບໂທລະໂຄ່ງໃຫ້ແກ່ 6 ບ້ານເປົ້າໝາຍຂອງເມືອງ 3 ສ້າງຂອງ
ແຂວງ ຫົວພັນມີຄື: ບ້ານ ລ້ອງກູ້,ບ້ານ ເມືອງປົວ ເມືອງ ວຽງໄຊ,ບ້ານສົບຮາວ, ບ້ານ ປ່າຮ່າງ ເມືອງ ສົບເບົາ,ບ້ານ ສົບເລົ້າ ແລະ ບ້ານ ລານຊຽງ ເມືອງຫົວເມືອງ ຊຸດໂທລະ ໂຄ່ງຈຳນວນ 6 ຊຸດດັ່ງກ່າວໄດ້ຕິດຕັ້ງໃຫ້ແຕ່ລະບ້ານສຳເລັດ 100% ໃນແຕ່ລະຊຸດປະ ກອບມີເຄື່ອງຂະຫຍາຍສຽງ,ມີຄື່ອງຮັບວິທະຍຸ FM, MP3 ເຄື່ອງຮັບວິທະຍຸ AM, FM ,TU 968 ,ປາກເລີຊຸດໄມໂຄໂຟນ,ສາຍສົ່ງສັນຍານສຽງຊຸດປັກສຽບໄຟຟ້າ ແລະ ລະບົບສາຍດິນປ້ອງກັນຟ້າຜ່າຄົບຊຸດລວມມູນຄ່າທັງໝົດ 55 ລ້ານ 1 ແສນກ່ວາກີບ. ຊື່ງໄດ້ເຮັດໃຫ້ປະຊາຊົນ ຈຳນວນ 4 ພັນກ່ວາຄອບຄົວໄດ້ຮັບຟັງຂໍ້ມູນຂ່າວສານຕ່າງໆ ກວມເອົາ 90% ຂອງພົນລະເມືອງຈຳນວນ 31 ພັນກ່ວາຄົນໃນ 6 ບ້ານຈຸດສຸມຂອງ 3 ເມືອງ.ກ່າວມອບໂດຍແມ່ນທ່ານ ບົວເງີນຊາພູວົງ ຮອງເລຂາພັກ.ລັດຖະມົນຕີຊ່ວຍວ່າການກະຊວງຖະແຫ່ຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ,ຮອງຄະນະຮັບຜິດຊອບວຽກງານ 3 ສ້າງ,ກ່າວຮັບແມ່ນ ທ່ານ ອ່ອນທອງ ແພງສົມພັນ ຮອງເລຂາພັກແຂວງ ຫົວໜ້າ ຄະນະຈັດຕັ້ງແຂວງ ຫົວພັນ,ມີບັນດາທ່ານຕ່າງໜ້າການນຳຂອງ 3ເມືອງ,ບ້ານຈຸດສຸມ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂັ້ນແຂວງ-ເມືອງ ແລະ ພໍ່ແມ່ປະຊາ ຊົນບ້ານລ້ອງກູ້ເຂົ້າຮ່ວມເປັນສັກຂິພິຍານນຳ.
 ແຫລ່ງຂ່າວຈາກ: Houaphannews