12.11.13

ສະມາຄົມລາວ - ໄທ ແຫ່ກັນຖິນຜ້າປ່າ ໃຫ້ແກ່ວັດສີບຸນເຮືອງໄຊະນະຣາມ ທີ່ເມືອງ ຊຳເໜືອ ແຂວງ ຫົວພັນ

ວັນທີ 3 ພະຈິກນິ້, ຄະນະນາຍົກສະມາຄົມ ລາວ - ໄທ ເພື່ອມິດຕະພາບໄດ້ນຳເອົາຜ້າກັນຖິນພະລາຊະທານ ແລະ ບໍລິວານກັນຖິນ ພ້ອມທັງວັດຖຸປັດໄຈມາຖວາຍທານໃຫ້ ແກ່ວັດ ສີບຸນເຮືອງໄຊະນະຣາມທີ່ເມືອງ ຊຳເໜືອ ແຂວງ ຫົວພັນ. ເຊິ່ງນຳໂດຍທ່ານ ສາສະດາຈານ ດຣ ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ໃນນາມປະທານສະມາຄົມມິດຕະພາບລາວ - ໄທ, ທ່ານ ດຣ ວິຣະພົງ ມັງກຸນ ປະທານ ສະມາຄົມໄທ - ລາວພ້ອມຄະນະ, ມີບັນດາທ່ານການນຳແຂວງ ຫົວພັນ, ເມືອງ ຊຳເໜືອ ແລະ ມວນຊົນພາຍໃນເທດສະບານແຂວງເຂົ້າຮ່ວມແຫ່ຢ່າງຫຼວງຫຼາຍ.
ຂະບວນແຫ່ກັນຖິນຜ້າປ່າ ແລະ ວັດຖຸຄະລາວານກັນຖິນຂອງພະບາດສົມເດັດພະ ເຈົ້າມະຫາຊີວິດແຫ່ງລາຊາອານາຈັກໄທເພື່ອໂມທະນາທານປະກອບສ່ວນສົມທົບເຂົ້າ ໃນ ການສ້າງບູລະນະວັດສີບຸນເຮືອງໄຊຊະນະຣາມ ແລະ ວັດໂພໄຊຊະນະຣາມ ການປະ ກອບສ່ວນທຶນຮອນໂມທະນາຄັ້ງນີ້ໄດ້ມາຈາກບຸກຄົນ, ນິຕິບຸກຄົນຈາກພາຍໃນ ແລະ ຕ່າງປະເທດ, ບໍລິສັດລວມມູນຄ່າທັງໝົດ 1 ລ້ານ 6 ແສນກວ່າບາດ( ຕະກຸນເງິນໄທ ), ເງິນກີບ 16 ລ້ານ 8 ແສນກວ່າກີບ, ເງິນໂດລາ 300 ກວ່າໂດລາ ແລະ ເງິນໄດ້ມາຈາກ ການໂມທະນາຈຳ ນວນໜຶ່ງ. ໃນນີ້ທາງສະມາຄົມລາວ - ໄທ ແລະ ພະບາດສົມເດັດ ພະເຈົ້າມະຫາຊີວິດແຫ່ງ ລາຊາອານາຈັກໄທກໍ່ຍັງປະກອບສ່ວນໂມທະນາເງິນຈຳນວນ 1 ລ້ານບາດ( ສະກຸນເງິນໄທ )ເພື່ອກໍ່ສ້າງຫ້ອງລະບາຍນ້ຳອ້ອມວັດ ແລະ ທຶນປູກຫຍ້າແຟກ ປ້ອງກັນການເຊາະເຈື່ອນຂອງດິນ.
    ໃນໂອກາດນີ້ທາງບໍລິສັດໂຕໂຍຕ້າມໍເຕີປະເທດໄທຈຳກັດພ້ອມດ້ວຍຕົວແທນຈຳໜ່າຍລົດໂຕ້ໂຍຕ້າຢູ່ ສປປລາວຄື: ໂຕໂຍຕ້າລາວທານີ, ລາວໂຕໂຍຕ້າບໍລິການ, ໂຕໂຍຕ້າລາວ ສະຫວັນ, ໂຕໂຍຕ້າຈຳປາ ແລະ ໂຕໂຍຕ້າເມືອງຫຼວງພະບາງ ໄດ້ມີຈິດໃຈໄສສັດທາຮ່ວມ ຖວາຍເງິນສົດລວມຈຳນວນ 72 ລ້ານກີບ ແລະ ເຄື່ອງອອກກຳລັງກາຍ ເພື່ອສຸຂະພາບມູຄ່າ 87.500.000 ກີບ ແລະ ມອບປື້ມຂຽນຈຳນວນ 1.500 ຫົວໃຫ້ແກ່ພະແນກສຶກສາທິການ - ກິລາປະຈຳແຂວງຫົວພັນຈຳນວນໜຶ່ງຕື່ມອີກ.

ແຫລ່ງຂ່າວຈາກ: Houaphannews