15.11.13

ແຂວງ​ ຫົວພັນ ສູ້​ຊົນ​ແກ້​ໄຂ​ຄາມທຸກ​ຍາກ​ຂອງ​ປະຊາຊົນ

ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າມັນ ແມ່ນແຜນຍຸດທະສາດອັນຍາວນານ ໂດຍແມ່ນຫນ້າທີ່ ຂອງທຸກຂະແໜງ ການເປັນຜູ້ຈັດຕັ້ງປະຕິບັດແຜນ, ຕາມ ຈຸດສຸມ ແລະ ເຮັດແຕ່ນ້ອຍ ຫາ ໃຫຍ່ ໃນໄລຍະ 1  ປີ ຜ່ານມາ (2013)ສາມາດຈັດສັນພູມລຳເນົາບ່ອນທຳມາ ຫາກິນໃຫ້ປະຊາຊົນລວມ 16 ໂຄງການ ເປັນມູນຄ່າ 52,76 ຕື້ກີບ ສຳເລັດແລ້ວ 59,45%, ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກມີ 18 ໂຄງການມູນຄ່າ 55,93 ຕື້ກີບ ສຳເລັດ 79,17%, ວຽກງານພັດທະນາລຽບຕາມຊາຍແດນລາວ- ຫວຽດນາມ ມີ 9 ໂຄງການ ມູນຄ່າ 71 ຕື້ກີບ ສຳເລັດ 54,07% ວຽກງານພັດທະນາ
ເຂດເນີນສູງພາກເຫນືອ (NUDP) ມີ 7 ໂຄງການມູນຄ່າ 1,58 ຕື້ກີບ ສຳເລັດແລ້ວ​ 100%, ວຽກງານກອງທຶນຫລຸດຜ່ອນຄວາມທຸກຍາກມີ 89 ໂຄງການ ມູນຄ່າ​ 14,32 ຕື້ກີບ ສຳເລັດແລ້ວ 87,21%. ການອະ ນຸມັດລົງທຶນກ່ອນມີ 23 ໂຄງການ ມູນຄ່າ 167,03 ຕື້ກີບ ສຳເລັດແລ້ວ 60% ຂອງຫນ້າວຽກທັງຫມົດ, ວຽກງານແກ້ໄຂລະເບີດ ບໍ່ທັນແຕກໄດ້ມີຈຸດສຸມ 6 ເມືອງ, ມີ 36 ບ້ານໄດ້ກວດກູ້ໃນເນື້ອທີ່  1.967.000 m2, ໃນນີ້ພົບບົມໃຫຍ່ 10 ຫນ່ວຍ, ບົມບີ່ 1.223 ຫນ່ວຍ, ມິນ 3 ຫນ່ວຍ, ສຳພາວຸດ 1.217 ກອງທຶນ,ເຄື່ອນໄຫວໂຄສະນາຄວາມສ່ຽງລະເບີດມີ 37 ບ້ານ ແລະ ທຳລາຍ
ລະເບີດບໍ່ທັນແຕກໄດ້ 64 ຈຸດ, ວຽກງານກອງທຶນພັດທະນາຂັ້ນບ້ານມີ 1.224 ກອງ ທຶນມີສະມາຊິກກອງທຶນ 39.814 ຄອບຄົວ, ມີທຶນ 259,04 ຕື້ກີບ,ໃນນີ້ມີທຶນຂອງ ປະຊາຊົນຝາກ 8,53 ຕື້ກີບ, ວຽກງານປ່ອຍສິນເຊື່ອທາງທະນາຄານນະໂຍບາຍສາຂາ ແຂວງ ຫົວພັນ ໄດ້ປ່ອຍສິນເຊື່ອໃຫ້ປະຊາຊົນກູ້ຢືມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ຈຳນວນເງິນທັງຫມົດ 84.950.078.500 ກີບ, ມີສະມາຊິກກອງທຶນທັງ ຫມົດ 14.285 ຄອບຄົວ.
   ຜ່ານການຈັດຕັ້ງປະຕິບັດບັນດາໂຄງການດັ່ງກ່າວ, ມາຮອດທ້າຍປີ 2013 ທົ່ວແຂວງ ສາມາດປະກາດບ້ານພັດທະນາໄດ້ແລ້ວ 86 ບ້ານ,ທຽບໃສ່ມະຕິເພີ່ມຂຶ້ນ 61 ບ້ານ, ມີ ຄອບຄົວພັດທະນາ 19.129 ຄອບຄົວ, ພົນລະເມືອງ 120.003 ຄົນ, ຍັງມີບ້ານທຸກ ຍາກ 437 ບ້ານ, ຄອບຄົວທຸກຍາກ 17.166 ຄອບຄົວ, ພົນລະເມືອງ 120.647 ຄົນ. ຕໍ່ບັນຫາດັ່ງກ່າວ, ຖ້າມີແຜນຈັດສັນບ່ອນທຳການຜະລິິດໃນທ້າຍປີ​ 2014 ແຂວງ ຫົວພັນຈະຍັງເຫລືອຄອບຄົວທີ່ທຸກຍາກພຽງແຕ່ 16.666 ຄອບຄົວ.
ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ