27.11.13

ຫົວພັນ -​ແທັງ​ຮວ່າ ​ຕີ​ລາຄາ​ການ​ຮ່ວມ​ມື​ວຽກງານ​ນັກຮົບ​ເກົ່າ

ຂປລ. ແຫລ່ງຂ່າວແຂວງ ຫົວພັນໃຫ້ຮູ້ວ່າ:ກອງ​ປະຊຸມ​ພົບ​ປະ​ແລກ​ປ່ຽນການ​ຮ່ວມ​ມື​ວຽກງານ​ນັກຮົບ​ເກົ່າ​ ລະຫວ່າງ​ແຂວງ​ ຫົວພັນ ສປປລາວ ​ແລະ ​ແຂວງ​ ແທັງ​ຮວ່າ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນ​ທີ 19 ພະຈິກ​ນີ້, ຢູ່​ທີ່​ນະຄອນຫລວງ​ແທັງ​ຮວ່າ​ ສາທາລະນະ​ລັດ​ ສັງຄົມ​ນິ ຍົມ​ຫວຽດນາມ​ ໂດຍ​ການ​ເຂົ້າ​ຮ່ວມ ​ຂອງ​ທ່ານ ມາຍ​ວັນ​ນິງ ກຳມະການ​ສູນ​ກາງ​ພັກ-​ເລຂາ​ພັກ​ແຂວງ ປະທານ​ສະພາ​ປະຊາຊົນ​ແຂວງ​ ແທັງ​ຮວ່າ, ທ່ານ ບົວ​ຜິວ ຄຳ​ສະຫວັນ ປະທານ​ສະຫະພັນ​ ນັກຮົບ​ເກົ່າ ​ແຂວງ​ ຫົວພັນ ພ້ອມ​ດ້ວຍ​ຄະນະ​ທັງ​ສອງ​ຝ່າຍ.
ການພົບປະ​ຄັ້ງ​ນີ້​ ທັງ​ສອງ​ຝາຍ​ໄດ້​ຕີ​ລາຄາ​ສູງ​ຕໍ່ຜົນ​ຂອງ​ການຮ່ວມ​ມື​ໃນ​ໄລຍະຜ່ານມາ
​ໂດຍ​ສະ​ເພາະ​ແມ່ນ​ການ​ແລກປ່ຽນຂໍ້​ມູນ​ຂ່າວສານ, ການກໍ່ສ້າງ-ປັບປຸງ​ ກົງຈັກ​ການຈັດ​ຕັ້ງ, ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ຂອງ​ສະມາຄົມ,
ການ​ເປີດ​ກວ້າງ​ແລກປ່ຽນ ສິນຄ້າ​ຂອງ​ພໍ່​ແມ່ປະຊາຊົນ​ຢູ່​ສອງ​ຟາກຊາຍ​ແດນ, ການ​ສ້າງ ​ເງື່ອນ​ໄຂ​ໄປມາຫາສູ່​ ເພື່ອແລກປ່ຽນບົດຮຽນ​ເຊິ່ງກັນ ​ແລະ ກັນ ​ແລະ ການ​ຮ່ວມ​ມື​ຊອກ​ຫາ​ອັດ​ຖິ ​ຂອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ ​ທີ່​ເສຍສະຫລະ ຊີວິດ​​ໃນ​ປາງ​ສົງຄາມ​ປົດ​ປ່ອຍ​ຊາດ​ຢູ່ ສປປ ລາວ ກັບ​ຄືນ​ປະ​ເທດ. ນອກນີ້, ສອງ​ຝ່າຍ​ຍັງ​ເປັນ​ເອກ​ກະພາບ​ກັບ​ທິດ​ທາງການ​ຮ່ວມ​ມື​ແຕ່​ນີ້​ຮອດ​ປີ 2015.
ໂອກາດດັ່ງກ່າວ, ຄະນະ​ຜູ້​ແທນ​ນັກຮົບ​ເກົ່າ​​ແຂວງ ​ຫົວພັນ ຍັງ​ໄດ້​​​ຢ້ຽມຢາມສຸສານ​ໂຮ່ຈິມິນ​ທີ່​ນະຄອນຫລວງ ຮ້າ​ໂນ້ຍ, ​ເມືອງ​ ເຊິ​ມ​ເຊີນ ​ເຊິ່ງ​ເປັນ​ເມືອງ​ ວິລະ​ຊົນ, ​ເມືອງ​ແຫລ່ງທອງ​ທ່ຽວຂອງ​ແຂວງ​​ແທັງ​ຮວ່າ ​ແລະ ຢ້ຽມຢາມ​ພື້ນຖານ​ການ​ຜະລິດ​ຂອງ​ປະຊາຊົນ​ບາງ​ຈຸດ​ຂອງ​ແຂວງ​ຕື່ມ​ອີກ.
ຂ່າວ​ຍັງ​​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ວັນ​ທີ 24 ພະຈິກ 2013 ນີ້, ຄະນະ​ສະຫະພັນ​ນັກຮົບ​ເກົ່າ​ແຂວງ​ ຫົວພັນ​ຍັງ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ ບໍລິຫານ​ງານ​ຄັ້ງ​ທີ 4 ສະ​ໄໝທີ 2 ຂັ້ນ​ຂອງ​ຕົນ​ໂດຍ​ມີ​ຄະນະ​ບໍລິຫານ​ງານ​ຂັ້ນ​ແຂວງ, 9 ​ເມືອງ​ທົ່ວ​ ແຂວງ​ເຂົ້າ​ຮ່ວມ 15 ທ່ານ ​ເຊິ່ງກອງ​ປະຊຸມ​ໄດ້​ສັງ​ເກດ​ຕີ​ລາຄາ​ ເຖິງ​ສະພາບ​ ການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ນັກຮົບ​ເກົ່າ 1 ປີຜ່ານມາ ພ້ອມ​ທັງ​ວາງ​ທິດ​ທາງ​ແຜນການ​ເພື່ອ​ສືບຕໍ່ຈັດ​ຕັ້ງ​ປະຕິບັດ​ໃນ​ປີ 2014 ອີກ​ດ້ວຍ.
ແຫລ່ງຂ່າວຈາກ : ສຳນັກຂ່າວສານປະເທດລາວ