27.12.13

ທະນາຄານ​ສົ່ງ​ເສີມ​ກະສິກຳ​ ສາຂາ​ແຂວງ​ ຫົວພັນ ມອບ​ເງິນ​ລາງວັນ​ໃຫ້​ລູກ​ຄ້າ​ ມູນ​ຄ່າ 100 ລ້ານ​ກີບ

ຂປລ. ວັນ​ທີ 25 ​ເດືອນ ທັນວາ ນີ້ທະນາຄານ​ສົ່ງ​ເສີມ​ກະສິກຳ​ສາຂາ​ແຂວງ ​ຫົວພັນ​ ໄດ້​ຈັດ​ພິທີ​ມອບ​ລາງວັນ​ໃຫ້​ຜູ້​ໂຊກ​ດີ​ຖືກ​ລາງວັນ​ເງິນ​ຝາກ​ທະວີ​ໂຊກ 2 ອອກ​ຄັ້ງທີ IV ລວມມູນ​ຄ່າ​ທັງໝົດ 100 ລ້ານ​ກີບ, ໂດຍ​ແມ່ນ​ທ່ານ ຄຳ​ຜິວ ວົງ​ສະຫວັນ ກຳມະການ​ປະຈຳ​ພັກ​ແຂວງ​, ປະ​ທານ​ກວດກາ​ພັກ-ລັດ ​ແຂວງ​ ຫົວພັນ ​ແລະ ຜູ້​ຕາງໜ້າທະນາຄານ​ສົ່ງ​ເສີມ​ກະສິກຳ​ສາຂາ​ແຂວງ​ມອບ​ລາງວັນ ໂດຍຊ່ອງໜ້າພະນັກງານເຂົ້າຮ່ວມເປັນສັກຂີພິຍານ.
ຜູ້​ທີ່​ໂຊກ​ດີ​ຖືກ​ລາງວັນ​ດັ່ງກ່າວ ມີຄື: ທ່ານ ຄຳ​ມີ ຄຳ​ມະນີ​ວົງ ບ້ານ​ໂພນ​ໄຊ ​ເມືອງ​ໄຊ​ທານີ ນະຄອນຫລວງວຽງຈັນ​ເປັນຫົວໜ້າບໍລິ​ສັດ​ຄູນ​ມີ​ຊັບ​ກໍ່ສ້າງ​​ເສັ້ນທາງໜອງຄ້າງ​ແຂວງ​ຫົວພັນ​ ​ໄດ້​ລາງວັນ​ທີ II ​​ເປັນ​ເງິນ 50 ລ້ານ​ກີບ ​ແລະ ລາງວັນ​ທີ IV ​ໄດ້​ຮັບ​ເງິນ 10 ລ້ານ​ກີບ; ທ່ານ ຄຳ​ເຫລັກ ​ໄຊ​ຍະ​ວົງ ບ້ານ​ຖິ່ນ​ເມືອງ ຊຳ​ໃຕ້​ແຂວງ​ ຫົວພັນ​ ​ໄດ້ລາງວັນ​ທີ III ​​ເປັນເງິນ 30 ລ້ານ​ກີບ ​ແລະ ວັນ​ທີ IV ​ໄດ້​ຮັບ​ເງິນ 10 ລ້ານ​ກີບ​.
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ