27.12.13

ກຸ່ມ​ບ້ານ​ ຊຽງ​ແມນ​ ແຂວງ​ ຫົວພັນ​ ​ ໄດ້​ຮັບຮອງເປັນ​ກຸ່ມ​ບ້ານ​ວັດທະນາ​ທຳ

ຂປລ. ພິທີ​ປະກາດ​ຮັບຮອງ ກຸ່ມ​ບ້ານ​ ຊຽງ​ແມນ ​ ​ເປັນ​ກຸ່ມ​ບ້ານ​ວັດທະນາ​ທຳ​ກຸ່ມ​ທີ II ຂອງ​ເມືອງ ວຽງ​ໄຊ ​ແລະ ກຸ່ມ​ທີ II ຂອງ​ແຂວງ​ ຫົວພັນ ​ໄດ້​ຈັດ​ຂຶ້ນ​ໃນ ວັນ​ທີ 24 ​ເດືອນ ທັນວາ ນີ້​ເມືອງ​ ວຽງ​ໄຊ​ ແຂວງ ​ຫົວພັນ ​ໂດຍ​ການເຂົ້າຮ່ວມຂອງທ່ານ ວິລະ​ພອນ ບຸນ​ສຸວັນ ຮອງ​ຫົວໜ້າພະ​ແນ​ກຖະ​ແຫລງຂ່າວ-ວັດທະ ນະທຳ ​ແລະ ທ່ອງ​ທ່ຽວ​ແຂວງ​, ມີ​ການ​ນຳ​ເມືອງ​ວຽງ​ໄຊ, ພະນັກງານ​ທີ່​ກ່ຽ ຂ້ອງ​ຈາກ​ບັນດາ​ແຂວງ ​ແລະ ​ເມືອງ​ຕະຫລອດຮອດ​ອຳນາດ​ການ​ປົກຄອງ​ແຕ່​ລະ ​ບ້ານ, ກຸ່ມ​ບ້ານ ​ແລະ ພໍ່​ແມ່​ປະຊາຊົນ​ເຂົ້າຮ່ວມ​ຢ່າງ​ພ້ອມພຽງ.
ກຸ່ມ​ ບ້ານ​ຊຽງ​ແມນ​ໄດ້​ສ້າງຕັ້ງຂຶ້ນ​​ໃນ​ເດືອນ ມີນາ ປີ 2004 ປະກອບ​ມີ 7 ບ້ານ​ຄື: ບ້ານ​ປຸ່ງ​ນາຄາ​ວ, ​ຊຽງ​ແມນ, ບ້ານ​ ນາ​ເຮຍ, ບ້ານ​ ຄໍ້, ບ້ານ​ ນາ​ສ້າ​ນ, ບ້ານ ​ບໍ່ຜາ ​ແລະ ບ້ານ​ນາຄາ​ວ​ ​ລວມ 306 ຫລັງຄາ​ເຮືອນ​ມີ 381 ຄອບຄົວ​, ພົນລະ​ເມືອງ 1.830 ຄົນ, ​ຍິງ 888 ຄົນ, ຖື​ສາສະໜາພຸດ ​ແລະ ສາສະໜາຜີ​. ​
ໃນ​ໄລຍະ​ຜ່ານ​ມາ​ ພໍ່​ແມ່​ປະຊາຊົນ​ໃນ​ແຕ່​ລະ​ບ້ານ​ໄດ້​​ທຳ​ການ​ຜະລິດ​ເປັນ​ສິນຄ້າ, ​ສາມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກ​ເຂົ້ານາ​ໄດ້ 2,6 ຕື້​ກີບ, ປູກ​ພືດຜັກ​ຕ່າງໆ 450 ລ້ານ​ກີບ, ຈາກ​ການລ້ຽງສັດ​ໃຫຍ່ 745 ລ້ານ​ກີບ, ລ້ຽງສັດ​ນ້ອຍ 330 ລ້ານ​ກີບ, ຈາກ​ການ​ຂຸດ​ຄົ້ນຊັບພະຍາກອນ​ທຳ​ມະ​ຊາດ 633 ລ້ານ​ກີບ, ຈາກ​ການ​ຜະລິດ​ຫັດຖະກຳ​ຕໍ່າຫູກ​ທໍໄໝ​ໄດ້ປະມານ 303 ລ້ານ​ກີບ ​ແລະ ລາຍ​ຮັບ​​ອື່ນໆ 172,5 ລ້ານ​ກີບ. ລວມຍອດ​ຜະລິດ​ຕະພັນ​ໃນ 1 ປີ​ ໄດ້ປະມານ 4,7 ຕື້​ກີບ, ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໄດ້ 2.560.000​ກີບ​ຕໍ່ຄົນ​ຕໍ່ປີ​, ສາມາດ​ຄັດ​ເລືອກ​ໄດ້​ຄອບຄົວ​ຕົວ​ແບບ​ການ​ລ້ຽງສັດ​ນ້ອຍ​ໄດ້ 1 ຄອບຄົວ, ປູກຝັງ 1 ຄອບຄົວ ​ແລະ ມີ​ຄອບຄົວ​ບຸກຄົນ​ດີ​ເດັ່ນ​ຈຳນວນໜຶ່ງ. ດ້ານ​ວັດທະນາ​ທຳ​ສັງ​ຄົມ​ປະກາດ​ເປັນ​ບ້ານ​ພັດທະນາ 2 ບ້ານ, ບ້ານ​ວັດທະ​ນາທຳ 6 ບ້ານ, ມີ​ໂຮງຮຽນປະຖົມ 7 ຫລັງ, ​ເດັກນ້ອຍ​​ເຖິງ​ເກນ​ອາຍຸ​ໄດ້​ເຂົ້າຮຽນ 100% ​ໃນ​ນີ້​ໄດ້​ປະກາດ​ເປັນ​ບ້ານ​ສາທາລະນະ​ສຸກ 6 ບ້ານ, ບ້ານ​ສາທາລະນະ​ສຸກ​ແບບຢ່າງ 5 ບ້ານ, ​ແມ່ຍິງ ​ແລະ ​ເດັກນ້ອຍ​ໄດ້​ຮັບ​ການ​ສັກ​ຢາ, ຍອດ​ຢາ 100% ທຸກ​ຄອບຄົວ​ມີ​ວິດຖ່າຍ. ປະຊາຊົນ​ໄດ້​ປະຕິບັດ​ຕາມຫລັກອະນາ​ໄມ 3 ສະອາດ​ເປັນ​ຢ່າງ​ດີ.
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ