17.12.13

ທະນາຄານພັດທະນາລາວ ສາຂາ ຊຳເໜືອ ສ້າງລາຍຮັບໄດ້ 24 ຕື້ກວ່າກີບ

  ຕາມການລາຍງານຂອງຄະນະສາຂາ ທະນາຄານພັດທະ ນາລາວສາຂາ ຊຳເໜືອ, ແຂວງ ຫົວພັນ ໃຫ້ຮູ້ວ່າ: ນອກ ຈາກວຽກງານນຳພາພັກການເມືອງແນວຄິດ ການປັບປຸ່ງ ກົງຈັກການຈັດຕັ້ງ ແລະ ປັບປຸງແບບແຜນວີທີເຮັດວຽກ, ທາງທະນາຄານຍັງໄດ້ເອົາໃຈໃສ່ຊີ້ນຳໆພາ, ການເຄື່ອນໄຫວ ຈັດຕັ້ງປະຕິບັດດ້ານວິຊາສະເພາະດ້ວຍຄວາມຮັບຜິດຊອບ ສູງ, ຕາມແຜນປີ 2013 ສູ້ຊົນຮັບເງີນຝາກໃຫ້ໄດ້ເຖິງ 180 ຕື້ 888 ລ້ານກີບ, ປະຕິບັດຕົວຈີງໄດ້ 97,54%  ທຽບໃສ່ປີ 2012 ພີ່ມຂື້ນ 13.46%, ສ່ວນການປ່ອຍສິນເຊື່ອເຂົ້າວຽກງານອຸດສາຫະກຳ, ການກໍ່ສ້າງ, ວັດຖຸເຕັກ ນິກ , ກະສິກຳ, ການຄ້າ, ການຂົນສົ່ງ, ການບໍລິການ ແລະ ອື່ນໆ ຕາມແຜນແມ່ນ 161 ຕື້ 42 ລ້ານກີບ ເທົ່າກັບ 104.78% ທຽບໃສ່ປີ 2012 ເພີ່ມຂື້ນ 19.21% .
   ໄປພ້ອມກັນນີ້ສາມາດເກັບລາຍຮັບຈາກການເກັບດອກເບ້ຍເງີນກູ້, ຄ່າທຳນຽມບໍລິ ການ, ການຊື້-ຂາຍເງີນຕາ, ຄ່າເຊື່ອມ ແລະ ລາຍຮັບອື່ນໆ ໄດ້ທັງໝົດ 24 ຕື້ 806 ລ້ານກີບ ທຽບໃສ່ແຜນການປະຕິບັດໄດ້
100%, ນອກຈາກລາຍຮັບກໍ່ໄດ້ປະຕິບັດລາຍ ຈ່າຍດອກເບ້ຍເງີນຝາກ, ການຂາດທືນຈາກການແລກປ່ຽນເງີນຕາ, ບໍລິການ, ການລຸ້ຍ ຫ້ຽນ, ຄ່າເຊື່ອມ, ດອກເບ້ຍສະສົມແຫລ່ງທືນ ແລະ ອື່ນໆ ໄດ້ທັງໝົດ 20 ຕື້ 857 ລ້ານກີບ, ສ່ວນແຜນການປີ 2014 ແມ່ນຈະສູ້ຊົນຮັບເງີນຝາກໃຫ້ໄດ້ 234 ຕື້ 776 ລ້ານກີບ, ປ່ອຍສິນເຊື່ອໄລຍະສັ້ນ, ກາງ ແລ ໄລຍະຍາວໃຫ້ໄດ້ 191 ຕື້ 958 ລ້ານກີບ ຊອກລາຍຮັບໃຫ້ໄດ້ 27 ຕື້ 544 ລ້ານກີບ ເພື່ອເຮັດໃກ້ຕົວເລກບັນລຸຄາດໝາຍທາງຄະ ນະທະນາຄານພັດທະນາລາວ ສາຂາ ຊຳເໜືອ ແລະ ໜ່ວຍບໍລິການເມືອງ ສົບເບົາ, ເມືອງ ວຽງທອງ, ເມືອງ ຊຳໃຕ້ ແລະ ໜ່ວຍບໍລິການຕະຫຼາດເມືອງ ຊຳເໜືອ ແຂວງ ຫົວ ພັນ ຈະຕ້ອງກຳແໜ້ນພາລະບົດບາດຄວາມໝາຍສຳຄັນ ເພື່ອເຄື່ອໄຫວຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງຕາມລະບຽບການຂອງທະນາຄານວາງອອກ.
   ແຫລ່ງຂ່າວຍັງໃຫ້ຮູ້ອີກວ່າໄດ້ມີພິທີເຊັນສັນຍາການ ນຳໃຊ້ບັດພະນັກງານ ແລະ ບັດ ATM ໃນບັດດຽວກັນ ຂອງທະນາຄານ ພັດທະນາລາວ ສາຂາ ຊຳເໜືອ ກັບພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຫົວພັນ ພິທີດັ່ງກ່າວໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 06 ທັນວາ 2013, ເວລາ 09:00 ໂມງ. ທີຫ້ອງປະຊຸມໃຫຍ່ຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ເຊິ່ງເປັນກຽດເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ພອນສຸກ ອິນທະວົງ ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນ ແລະ ຕ່າງໜ້າ ທະນາຄານ ພັດທະນາລາວ ສາຂາຊຳເໜືອ ໂດຍແມ່ນທ່ານ ນ ບົວເຄືອ ບົວລິນທອງ ຫົວໜ້າ ທະນາຄານ ພັດທະນາລາວ ສາຂາ ຊຳເໜືອ ພ້ອມດ້ວຍຄະນະຢ່າງພ້ອມພຽງ. ພິທີດັ່ງກ່າວ ທ່ານ ນ ບົວດຄືອ ບົວລິນທອງ ຫົວໜ້າທະນາຄານ ພັດທະນາລາວ ສາຂາ ຊຳເໜືອ ໄດ້ຂື້ຜ່ານຈຸດປະສົງຫຼັກຂອງງານ ແລະ ຜ່ານຄວາມໝາຍຄວາມສຳຄັນ ຂອງຜະລິດຕະພັນ ບັດພະນັກງານ ແລະ ບັດ ATM ໃນບັດດຽວກັນ ເຊິ່ງເປັນພະແນກ ທຳອິດ ທົ່ວແຂວງຫົວພັນ ທີນຳໃຊ້ບັດພະນັກງານ ແລະ ບັດ ATM ໃນບັດດຽວກັນ ໃນຕອນທ້າຍຂອງພິທີທ່ານ ພອນສຸກ ອິນທະວົງ ຮອງຫົວໜ້າ ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຫົວພັນໄດ້ມີການໂອ້ລົມຕໍ່ພິທີ ທ່ານໄດ້ ຍົກໃຫ້ເຫັນເຖິງ ຄວາມ ໝາຍຄວາມສຳຄັນຂອງພິທີໃນຄັ້ງນີ້, ທ່ານ ໄດ້ເນັ້ນໃຫ້ ບັນດາພະນັກງານ ວິຊາການທັງ ໝົດເອົາໃຈໃສ່ຈັດຕັ້ງປະຕິບັດ,ເຫັນໄດ້ຄວາມໝາຍຄວາມ ສຳຄັນຂອງວຽກງານດັ່ງ ກ່າວ ,ເຊີ່ງເປັນມິດ ໝາຍອັນໃໝ່ໃຫ້ແກ່ບາດກ້າວການຂະ ຫຍາຍຕົວຂອງພະນັກງານ ລັດຖະ ກອນ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນໄດ້ ຮັບຄວາມສະດວກສະບາຍຍິ່ງ ຂື້ນໃນການນຳໃຊ້ບັດ ATM ຂອງທະນຄານພັດທະນາ ລາວ. 
ແຫຼ່ງຂ່າວຈາກ: ໝັງສືພີມເສດຖະກິດ-ການຄ້າ