30.12.13

ລະດົມທຶນຈັດຂະບວນຄາຣາວານສູ່ ແຂວງ ຫົວພັນ ຖິ່ນກຳເນີດຂອງກອງທັບປະຊາຊົນລາວ

ບັນ­ດາ​ບໍ­ລິ­ສັດ​ຫ້າງ​ຮ້ານ​ຫົວຫນ່ວຍ​ທຸ­ລະ​ກິດ​ຈາກ​ພາກ­ສ່ວນ​ຕ່າງໆໄດ້​ ໃຫ້­ການ​ປະ­ກອບ­ສ່ວນ​ແກ່​ງານ​ຂະບວນ​ຄາ​ຣາ​ວານ​ລົດ​ທ່ອງ​ທ່ຽວ​ສູ່​ບັນດາ​ແຂວງ ​ພາກ​ເຫນືອ ສປປ ລາວ ເລີ່ມຈາກ​ນະ­ຄອນ­ຫລວງ​ວຽງ​ຈັນ​ຜ່ານແຂວງ​ບໍ​ລິ​ຄຳ​ໄຊ, ຊຽງ​ຂວາງ​ເຂົ້າ​ສູ່ແຂວງ​ຫົວ­ພັນ ທັງ​ນີ້, ກໍ່​ເພື່ອ​ຂ່ຳ­ນັບຮັບ​ຕ້ອນ​ວັນ​ສ້າງ­ຕັ້ງ​ກອງ­ທັບ​ປະ­ຊາ­ຊົນລາວ​ຄົບ­ຮອບ 65 ປີ  ແລະ  ສົ່ງ­ເສີມ​ທ່ອງທ່ຽວ​ພາຍ​ໃນ​ລາວ​ທ່ຽວ​ລາວ.
ທ່ານ ສຈ. ດຣ. ບໍ່​ແສງ​ຄຳ ວົງ​ດາ­ລາ  ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ຖະ​ແຫລ່ງຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ໄດ້​ຖະ­ແຫລງ​ຕໍ່​ສື່​ມວນ​ຊົນ​ໃນ​ງານ​ລະດົມ​ທຶນ​ປະ­ກອບ­ສ່ວນ​ຂະ​ບວນ​ຄາ​ຣາວານ ​ລົດ​ທ່ອງ​ທ່ຽວ​ສູ່​ບັນ­ດາ​ແຂວງ ພາກ​ເຫນືອ​ໃນ​ວັນ​ສຸກ
(ວັນ​ທີ 27 ທັນ­ວາ 2013) ທີ່​ຫໍ​ວັດ­ທະ­ນະ­ທຳ​ແຫ່ງ​ຊາດວ່າ: ງານ​ຂະ​ບວນ​ຄາ​ຣາ​ວານ​ລົດ​ທ່ອງທ່ຽວ​ສູ່​ບັນ­ດາ​ແຂວງ​ພາກ​ເຫນືອ​ສູ່​ ຖິ່ນກຳ­ເນີດ​ຂອງ​ກອງ­ທັບ​ປະ­ຊາ­ຊົນ​ລາວ ເລີ່ມ​ຈາກ​ນະ­ຄອນ­ຫລວງ​ວຽງ​ຈັນ ຜ່ານ​ແຂວງ​ບໍ​ລິ​ຄຳ​ໄຊ, ຊຽງ​ຂວາງເຂົ້າ​ສູ່​ແຂວງ​ຫົວ­ພັນ​ສະ­ເຫລີມ​ສະຫລອງ​ວັນ​ສ້າງ­ຕັ້ງ​ກອງ­ທັບ​ ປະ­ຊາ­ຊົນລາວ​ຄົບ­ຮອບ 65 ປີ (20 ມັງ­ກອນ 1949Œ-20 ມັງ­ກອນ 2014) ທີ່​ຈະມາ​ເຖິງ​ນີ້, ທັງ​ເປັນ​ການ​ໂຄ­ສະ​ນາ​ ສປປ ລາວ ປະ­ເທດ​ທີ່​ຫນ້າ​ທ່ອງ​ທ່ຽວ​ທີ່​ສຸດໃນໂລກ ​ປີ 2013 ແລະ ​ສົ່ງ­ເສີມ​ການທ່ອງ​ທ່ຽວ​ພາຍ​ໃນ “ລາວ​ທ່ຽວ​ລາວ” ຈັດ​ໂດຍ​ກະ­ຊວງ​ຖະ­ແຫລງ​ຂ່າວ, ວັດທະ­ນະ​ທຳ ແລະ ທ່ອງ​ທ່ຽວ (ຖວ​ທ) ຮ່ວມ​ກັບ​ກະ­ຊວງ​ປ້ອງ​ກັນ​ປະ­ເທດ ແລະ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ​ໂດຍ ຈະ​ເລີ່ມ​ອອກ​ເດີນ­ທາງ​ຈາກ​ນະ­ຄອນຫລວງ​ວຽງ​ຈັນ ນັບ​ແຕ່​ວັນ​ທີ 8Œ13 ມັງ­ກອນ 2014  ຕາມ​ເສັ້ນ­ທາງ​ທີ່​ມີຄວາມ​ຍາວ 670 ກິ­ໂລ­ເມັດ, ໃຊ້​ເວ­ລາ 5 ຄືນ 6 ວັນ  ເຊິ່ງ​ຜູ້​ເຂົ້າ​ຮ່ວມ​ນຳ​ຂະບວນ​ຈະ​ຢ້ຽມ​ຊົມ​ສະ­ຖານ­ທີ່​ທ່ອງ​ທ່ຽວອັນ​ໂດດ​ ເດັ່ນ​ຂອງ​ພາກ​ເຫນືອ​ຂອງ​ລາວເປັນ­ຕົ້ນ: ຄວາມ​ສວຍ​ສົດ​ງົດ​ງາມ​ຂອງພູ­ຜາ​ປ່າ­ໄມ້, ວັດ­ທະ­ນະ­ທຳ​ຮີດ­ຄອງປະ­ເພ­ນີ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ, ວັດ​ວາ​ອາຮາມ ແລະ ຮ່ອງ­ຮອຍ​ທາງ​ປະ­ຫວັດສາດ​ສົງ­ຄາມ, ຄຽງ​ຄູ່​ກັບ​ຄວາມ​ອຸ­ດົມ​ສົມ ບູນ​ທາງ​ດ້ານ​ແຫລ່ງ​ທ່ອງ​ທ່ຽວ​ທຳ​ມະ ຊາດ ແລະ ວັດ­ທະ­ນະ­ທຳ​ທີ່​ໄດ້​ກ່າວ ມາ​ນັ້ນ​ປະ­ເທດ​ພວກ​ເຮົາ​ຍັງ​ມີ​ຮ່ອງ​ຮ່ອຍ ທາງ​ປະ­ຫວັດ­ສາດ​ຫລາຍ​ພັນ​ປີ ເຊິ່ງ​ຢັ້ງຢືນ​ເຖິງ​ຄວາມ​ເປັນ​ຊາດ​ທີ່​ເກົ່າ​ແກ່, ທີ່ໄດ້​ຮັບ​ການ​ປົກ​ປັກ​ຮັກ­ສາ ແລະ ສ້າງສາ​ໃຫ້​ມີ​ຄວາມ​ຮຸ່ງ­ເຮືອງ​ມາ​ໃນ​ຫລາຍຍຸກ​ຫລາຍ​ສະ­ໄຫມ​ເຊັ່ນ: ທ່ຽວ​ຊົມ​ວັດເພຍ​ວັດ, ພະ­ທາດ​ຝຸ່ນ​ເມືອງ​ຄູນ,ທົ່ງ​ໄຫຫີນ 1, ບ່ອນ​ຜະ­ລິດ​ໄຫ​ຫີນ​ທີ່​ພູ​ເກັງ,ອະ­ນຸສອນ​ສະ­ຖານ​ຖ້ຳ​ປິວ​ທີ່​ເມືອງ​ຄຳ, ຢ້ຽມຢາມ​ກຸ່ມ​ຫັດ­ຖະ­ກຳ​ຕ່ຳ​ສີ້ນ​ຫມີ່​ຍ້ອມ​ສີ​ທຳ​ມະ​ຊາດ,  ນ້ຳ­ຕົກ­ຕາດ​ສະ​ເຫລີ້ຍ ເມືອງ​ຊຳ​ເຫນືອ ແລະ  ທ່ຽວ​ຊົມ​ສະ­ຖານ ທີ່​ທ່ອງ​ທ່ຽວ​ບັນ­ດາ​ຖ້ຳ​ທ່ານ​ຜູ້­ນຳ,ຖ້ຳຊ້າງ​ລອດ, ຖ້ຳ​ທູດ​ຈີນ, ຖ້ຳ​ນົກ​ແອ່ນທີ່​ເມືອງ​ວຽງ​ໄຊ,  ດິນ­ແດນ​ຖິ່ນ​ກຳ­ເນີດຂອງ ສປປ ລາວ  ເຊິ່ງ​ປະ­ຈຸ​ບັນ​ໄດ້​ກາຍເປັນ​ພິ​ພິ​ທະ​ພັນ​ການ​ແຈ້ງ ແລະ ໄດ້​ຮັບຄວາມ​ນິ­ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ທີ່ໄດ້​ໄປ​ຢ້ຽມ­ຢາມ​ສະ­ຖານ­ທີ່​ດັ່ງ­ກ່າວ.
ໂອ­ກາດ​ດັ່ງ­ກ່າວ​ບັນ­ດາ​ບໍ­ລິ­ສັດຫ້າງຮ້ານ​ຫົວ­ຫນ່ວຍ​ທຸ­ລະ​ກິດ​ຈາກ​ ພາກສ່ວນ​ຕ່າງໆ​ໄດ້​ໃຫ້­ການ​ປະ­ກອບ­ສ່ວນແກ່​ງານ​ຂະ​ບວນ​ຄາ​ຣາ​ວານ​ລົດ​ ທ່ອງທ່ຽວ​ປະ­ກອບ​ມີ​ດັ່ງ​ນີ: ວິ​ສາ​ຫະ​ກິດ​ໂຮງພິມ​ປະ­ຊາ­ຊົນ 5 ລ້ານ​ກີບ,   ກຸ່ມ​ບໍ­ລິ­ສັດ ດາວ­ເຮືອງ ຈຳ­ກັດ 50 ລ້ານ​ກີບ, ກຸ່ມ​ບໍ­ລິ­ສັດ​ຄຳ​ໄພ​ຊະ­ນະກໍ່­ສ້າງ 50 ລ້ານ​ກີບ,  ບໍ­ລິ­ສັດ​ຈິດ​ຈະ­ເລີນ 50 ລ້ານ​ກີບ ,ບໍ­ລິ­ສັດ​ເບຍ​ລາວ25ລ້ານ​ກີບ, ບໍ­ລິ­ສັດໄຟ­ຟ້າ​ລາວ 20 ລ້ານ​ກີບ ແລະ ບໍ­ລິ­ສັດ​ຕ່າງໆ​ລວມ​ມູນ​ຄ່າ 224 ກວ່າ​ລ້ານ​ກີບ ມອບ​ໂດຍ​ຕາງ­ຫນ້າ​ແຕ່ລະ​ພາກ­ສ່ວນ​ເຊິ່ງ​ໃຫ້​ກຽດ​ຮັບ​ຂອງ​ທ່ານ ສຈ.ດຣ. ບໍ່​ແສງ​ຄຳ  ວົງ​ດາ­ລາ   ລັດ​ຖະ ມົນ­ຕີ​ວ່າ­ການ​ກະ­ຊວງ​ຖະ­ແຫລງ​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ.
ຂະ­ນະ​ທີ່​ທ່ານ​ລັດ­ຖະ­ມົນ­ຕີ​ວ່າ­ການກະ­ຊວງ ຖວ​ທ ຍັງ​ໄດ້​ແຈ້ງ​ມາ​ຍັງ​ອົງການ­ຈັດ­ຕັ້ງ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ ຕະ­ຫລອດ​ຮອດ​ພະ­ນັກ­ງານ, ທະ­ຫານ, ຕຳ­ຫລວດ, ພໍ່​ແມ່​ປະ­ຊາ­ຊົນ, ນັກ​ທຸ­ລະກິດ​ໃນ​ທົ່ວ​ປະ­ເທດ​ໃຫ້­ການ​ອຸ­ປະ­ຖຳ ແລະ ເພື່ອ​ເຂົ້າ​ຮ່ວມ​ຢ່າງ​ກວ້າງ­ຂວາງສາ­ມາດ​ຮັບ​ລົງ­ທະ­ບຽນ​ເລີ່ມ​ແຕ່​ວັນ​ທີ 20 ທັນ­ວາ  2013 ຮອດ​ວັນ​ທີ 5 ມັງ­ກອນ 2014  ທີ່​ສຳ­ນັກ­ງານ​ຕຶກ​ອົງ​ການ­ທ່ອງ­ທ່ຽວ​ແຫ່ງ​ຊາດ​ເກົ່າ​ຕັ້ງ​ຢູ່​ຖະ­ຫນົນ​ ລ້ານ​ຊ້າງ​ໃກ້​ກັບ​ທະ­ນາ­ຄານ​ລາວŒ-ຫວຽດ­ນາມ.
ສຳ­ລັບ​ທ່ານ​ທີ່​ມີ​ພາ­ຫະ­ນະ​ສ່ວນ​ຕົວ​ລົງ­ທະ­ບຽນ​ທີ່​ກົມ​ໂຄ­ສະ­ນາ​ການ​ ທ່ອງທ່ຽວ: ໂທ/ແຟັກ 021 212248, 020 55649105, 020 55910156, ສຳ­ລັບ​ທ່ານ​ທີ່​ບໍ່​ມີ​ພາ­ຫະ­ນະ​ລົງ​ທະບຽນ​ທີ່​ສະ­ມາ­ຄົມ​ທຸ­ລະ​ກິດ​ທ່ອງ​ ທ່ຽວລາວ​ໂທ 021 243501, ແຟັກ: 021 243502, 020 55516943, 020 55516171.


ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ