3.1.14

ສອງບ້ານເມືອງ ຊຳເຫນືອ ແຂວງ ຫົວພັນ ປະກາດເປັນບ້ານວັດທະນະທຳໃຫມ່

ໃນທ້າຍເດືອນທັນວາ ປີ 2013 ເມືອງ ຊຳເຫນືອ ແຂວງ ຫົວພັນໄດ້ຈັດພິທີປະກາດ ບ້ານກາງກຸ່ມ ບ້ານ ຫົວຊຽງ ແລະ ບ້ານ ຮາມເຫນືອ ກຸ່ມຮາມ ໃຕ້ ເມືອງ ຊຳເຫນືອ ເປັນບ້ານ ວັດທະນະທຳໃຫມ່ບ້ານທີ 21 ຂອງເມືອງ ເປັນບ້ານທີ 192 ຂອງແຂວງ ຫົວພັນ, ບ້ານກາງ ເມືອງ ຊຳເຫນືອປະກອບມີ 114 ຫລັງຄາເຮືອນ, ມີ 140 ຄອບຄົວ, ມີພົນລະເມືອງທັງ ຫມົດ 768 ຄົນ, ຍິງ 379 ຄົນ, ປະກອບມີ 3 ຊົນເຜົ່າຢູ່ຮ່ວມ ກັນຄື: ເຜົ່າລາວ, ເຜົ່າມົ້ງ ແລະ ເຜົ່າກຶມມຸ ນັບຖືສາສະຫນາ ພຸດ ແລະ ສາສະຫນາຜີ.
ພາຍໃນບ້ານໄດ້ປະກອບມີບັນດາ ອົງການຈັດຕັ້ງຕ່າງໆຢ່າງຄົບ ຊຸດຕາມພາລະບົດບາດ, ມີ ຫນ່ວຍພັກ 1 ຫນ່ວຍ, ຄະນະ ພັກ 3 ສະຫາຍ, ອາຊີບຕົ້ນຕໍ ແມ່ນເຮັດນາປູກເຂົ້າ,
ປູກໄມ້ ອຸດສາຫະກຳ, ຕົ້ນໄມ້ກິນ ຫມາກ ແລະ ພືດລົ້ມລຸກ, ລ້ຽງ ສັດໃຫຍ່ ແລະ ສັດນ້ອຍ ມີ ຄວາຍ 48 ໂຕ, ງົວ 68 ໂຕ, ແບ້ 35 ໂຕ, ຫມູ 321 ໂຕ, ສັດປີກ 1.628 ໂຕ ແລະ ຫັດ ຖະກຳການຕ່ຳຫູກທໍໄຫມ, ພາຍໃນບ້ານໄດ້ມີຮ້ານຂາຍ ເຄື່ອງຍ່ອຍ 6 ຮ້ານ, ມີລົດ ໃຫຍ່ 12 ຄັນ, ລົດໄຖນາເດີນ ຕາມ 75 ຄັນ, ລົດຈັກ 104 ຄັນ, ໂຮງສີເຂົ້າ 44 ເຄື່ອງ, ຈັກຟາດເຂົ້າ 4 ເຄື່ອງ ແລະ ເຄື່ອງຮັບໃຊ້ຄົວເຮືອນຈຳນວນ ຫນຶ່ງ, ໃນໄລຍະ 1 ປີຜ່ານມາ ພາຍໃນບ້ານສາມາດສ້າງລາຍ ຮັບໄດ້ 1 ຕື້ 714 ລ້ານ 663 ພັນກີບ, ສະເລ່ຍໃສ່ຫົວຄົນຜູ້ ຫນຶ່ງໄດ້ 2 ລ້ານ 232 ພັນກວ່າ ກີບຕໍ່ຄົນຕໍ່ປີ, ວຽກງານວັດທະ ນະທຳສັງຄົມໄດ້ປະກອບຄົບ ຕາມເງື່ອນໄຂຂອງບ້ານ.
   ສຳລັບບ້ານຮາມເຫນືອ ກຸ່ມບ້ານຮາມໃຕ້ ເມືອງຊຳ ເຫນືອປະກອບມີ 41 ຫລັງຄາ ເຮືອນ ມີ 50 ຄອບຄົວ ມີພົນ ລະເມືອງທັງຫມົດ 250 ຄົນ ຍິງ 119 ຄົນ ເປັນເຜົ່າລາວ 100% ພາຍໃນບ້ານໄດ້ປະ ກອບບັນດາອົງການຈັດຕັ້ງຂັ້ນ ບ້ານຢ່າງຄົບຊຸດເຄື່ອນໄຫວ ຕາມພາລະບົດບາດຢ່າງຖືກ ຕ້ອງປະກອບມີ 1 ຫນ່ວຍພັກ ມີຄະນະພັກ 3 ສະຫາຍ ມີສະ ມາຊິກທັງຫມົດ 22 ສະຫາຍ ຍິງ 1 ສະຫາຍ ໄດ້ຮັບໃບຢັ້ງ ຢືນເປັນຫນ່ວຍພັກແຂງຮູ້ນຳ ພາຮອບດ້ານ 4 ປີລຽນຕິດອາ ຊີບຕົ້ນຕໍຂອງປະຊາຊົນພາຍ ໃນບ້ານແມ່ນເຮັດນາປູກເຂົ້າ ສາມາດສ້າງລາຍຮັບຈາກ ການຂາຍເຂົ້າໄດ້ 241 ລ້ານ 5 ແສນກີບ, ຈາກການລ້ຽງສັດ ໃຫຍ່, ສັດນ້ອຍໄດ້ 150 ລ້ານ ກີບ, ຫັດຖະກຳຕ່ຳຫູກທໍໄຫມ ໄດ້ 268 ລ້ານກີບ, ຈາກຜົນຜະ ລິດ ແລະ ພືດຜັກຕ່າງໆໄດ້ 380 ລ້ານກີບ, ລາຍຮັບຈາກ ເງິນເດືອນຂອງພະນັກງານ ແລະ ລາຍຮັບຈາກອື່ນໆໄດ້ 67 ລ້ານ 2 ແສນກີບ, ໃນນີ້ມີ ກອງທຶນພັດທະນາຂັ້ນບ້ານ 51 ລ້ານ 781 ພັນກວ່າກີບ. ເຂົ້າຮ່ວມໃນພິທີດັ່ງກ່າວມີ ທ່ານນາງ ຫມັ້ນ ເພັງຄະຕິຍະ ຮອງເຈົ້າເມືອງໆ ຊຳເຫນືອ ແຂວງ ຫົວພັນ, ມີບັນດາທ່ານ ວິ ຊາການທີ່ກ່ຽວຂ້ອງຂອງເມືອງ ພ້ອມຄະນະພັກອຳນາດການ ປົກຄອງ ແລະ ພໍ່ແມ່ປະຊາຊົນ ພາຍໃນສອງບ້ານເຂົ້າຮ່ວມ ຢ່າງພ້ອມພຽງ.
ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ