27.1.14

ປີ 2013 ແຂວງ ຫົວພັນ ຍົກສູງຕໍ່ວຽກງານກວດກາ

ຮູບປະກອບ
ວຽກງານກວດກາແມ່ນ ວຽກຫນຶ່ງໃນພາລະບົດບາດ ນຳພາຂອງພັກ,ການຈັດຕັ້ງ ທຸກຂັ້ນ, ສະມາຊິກພັກທຸກສະ ຫາຍຕ້ອງຢູ່ໃຕ້ການຕິດຕາມ ກວດກາຂອງພັກ, ວຽກງານຕິດ ຕາມກວດກາເປັນວຽກທີ່ສຳຄັນ ແລະ ສິ່ງຈຳເປັນໃນການປະກອບ ສ່ວນ ໂດຍກົງເຂົ້າໃນການປັບປຸງ ກໍ່ສ້າງພັກ, ກໍ່ສ້າງລັດໃຫ້ມີຄວາມ ເຕີບໃຫຍ່ເຂັ້ມແຂງ.
   ໃນປີ 2013 ຄະນະກວດ ກາພັກ-ລັດແຂວງຫົວພັນກໍ່ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດ ຕັ້ງປະຕິບັດຕາມພາລະບົດ ບາດ-ສິດຫນ້າທີ່ດ້ວຍຄວາມ ຮັບຜິດຊອບ ໂດຍປະຕິບັດ ຕາມ 5 ຫລັກການ ແລະ 3 ທິດນຳໃນການປັບປຸງກໍ່ສ້າງ ພັກທີ່ໄດ້ກຳນົດໄວ້ໃນກົດລະ ບຽບຂອງພັກ ຊຶ່ງໄດ້ເອົາໃຈ ໃສ່ສຶກສາອົບຮົມໃຫ້ພະນັກ ງານສະມາຊິກພັກໄດ້ເຊື່ອມ ຊຶມທຸກແນວທາງນະໂຍບາຍ ຂອງພັກ-ລະບຽບກົດຫມາຍ ຂອງລັດ, ມີຄວາມອຸ່ນອ່ຽນ ແລະ ເຊື່ອຫມັ້ນຕໍ່ການນຳພາ ຂອງພັກ, ເຮັດໃຫ້ຄະນະພັກ ທຸກຂັ້ນມີຄວາມເຂັ້ມແຂງຫນັກ ແຫນ້ນ, ສະມາຊິກພັກມີຄວາມ ຫ້າວຫັນ ແລະ ຢຶດຫມັ້ນຕໍ່ອຸດົມ ການຂອງພັກເປັນຢ່າງດີ.
ດ້ານເສດຖະກິດ-ສັງຄົມ ໄດ້ສຸມໃສ່ການກໍ່ສ້າງພື້ນຖານ ໂຄງລ່າງດ້ວຍທຶນຂອງລັດສົມ ທົບກັບທຶນນັກທຸລະກິດ,ການ ຊ່ວຍເຫລືອລ້າຈາກ ສ.ສ ຫວຽດ ນາມ ແລະ  ອົງການຈັດຕັ້ງສາ ກົນ. ຜ່ານການຈັດຕັ້ງປະຕິບັດ ໄດ້ມີຜົນສຳເລັດຫລາຍດ້ານ ເຮັດໃຫ້ແຂວງຫົວພັນໄດ້ຮັບ ການພັດທະນາ, ສາມາດເຮັດ ໃຫ້ປະຊາຊົນຈຳນວນຫນຶ່ງຫລຸດ ພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.
   ແບບແຜນວິທີເຮັດວຽກ ຂອງຄະນະພັກແຕ່ລະຂັ້ນໄດ້ ປະຕິບັດຕາມຫລັກການລວມ ສູນປະຊາທິປະໄຕ, ເປັນຫມູ່ຄະ ນະ, ມີການແບ່ງງານ, ແບ່ງຄວາມ ຮັບຜິດຊອບ, ມີການຕິດຕາມ ກວດກາການປະເມີນຜົນ ແລະສະ ຫລຸບ, ສ່ອງແສງ,ລາຍງານ, ຖອດ ຖອນບົດຮຽນແຕ່ລະບາດກ້າວ.
   ວຽກງານກວດກາຕ້ານການ        ສໍ້ລາດບັງຫລວງໃນ 1 ປີຜ່ານ ມາສາມາດກວດກາເຫັນພະ ນັກງານທີ່ຍັກຍອກສໍ້ໂກງ ແລະ ນຳໃຊ້ເງິນບໍ່ຖືກຕ້ອງມີຈຳນວນ ເງິນ 21 ຕື້ກີບ, ຜ່ານການກວດ ກາສາມາດເກັບຄືນສົ່ງໃຫ້ລັດ ແລ້ວ 9 ຕື້ກ່ວາກີບ, ຍັງຄ້າງຮັບ ສາລະພາບບໍ່ມີເງິນສົ່ງ 12 ຕື້ ກ່ວາກີບ, ລວມມີຜູ້ກະທຳຜິດ 58 ຄົນ ໃນນັ້ນສົ່ງໃຫ້ໄອຍະ ການພິຈາລະນາ 20 ຄົນ, ສະ ເຫນີແກ້ທາງບໍລິຫານ 27 ຄົນ ແລະ ຍັງພິຈາລະນາຕື່ມ 1​1 ຄົນ.
   ດ້ານປະກົດການຫຍໍ້ທໍ້ ແລະ ບັນຫາຢາເສບຕິດ 1 ປີ ຜ່ານມານັບ ແຕ່ຂັ້ນແຂວງ, ຂັ້ນ ເມືອງ, ພາກ ສ່ວນກ່ຽວຂ້ອງ ແລະ ເຈົ້າຫນ້າທີ່ໄດ້ເອົາໃຈໃສ່ ສະກັດກັ້ນແກ້ໄຂ, ສາມາດມ້າງ ໄດ້ຄະດີ, ແຕ່ຄວາມເປັນຫ່ວງ ຂອງປະຊາຊົນເຫັນວ່າປະກົດ ການຫຍໍ້ທໍ້ຂີ້ລັກງັດແງະ,ບັນ ຫາເສບ ແລະ ຄ້າຂາຍຢາເສບ ຕິດຍັງ ນັບມື້ຂະຫຍາຍກວ້າງ ອອກ.
   ບັນຫາທີ່ຈະໄດ້ເອົາໃຈໃສ່ ສະເພາະຫນ້າແມ່ນເອົາການ ດຳເນີນຊີວິດການເມືອງຂອງ ພັກໄວ້ເປັນປົກກະຕິ ແລະ ມີ ເນື້ອໃນຫນັກແຫນ້ນ, ເລິກເຊິ່ງ, ສ້າງຫນ່ວຍພັກໃຫ້ເປັນຫນ່ວຍ ພັກເຂັ້ມແຂງຮູ້ນຳພາຮອບດ້ານ, ຫັນປ່ຽນແນວຄິດຄອງເດີມ, ປຽບທຽບຊັ່ງຊາ, ຄຸ້ມຄອງການ ລົງທຶນເຂົ້າໃນໂຄງການຕ່າງໆ ໃຫ້ເຂັ້ມງວດ ໂດຍບໍ່ຖິ້ມຄວາມ ຮັບຜິດຊອບໃຫ້ກັນ ແລະກັນ, ຊູກຍູ້ຄຸ້ມຄອງລາຍຮັບ-ລາຍ ຈ່າຍດ້ານງົບປະມານໃຫ້ເຂັ້ມ ງວດ, ຄະນະພັກຕ້ອງປະຕິບັດ ການເຮັດວຽກແບບລວມສູນ ປະຊາທິປະໄຕ, ສຽງສ່ວນ ຫນ້ອຍຕ້ອງຂຶ້ນກັບສຽງສ່ວນ ຫລາຍ. ການແກ້ໄຂຕັດສິນບັນ ຫາຫຍໍ້ທໍ້ຕ້ອງໃຫ້ເດັດຂາດ, ວ່ອງ ໄວ, ທັນການ ແລະ ຖືກຕ້ອງ ຕາມລະບຽບກົດຫມາຍ. ທັງ ນີ້ກໍ່ເພື່ອເປັນການສົ່ງເສີມດ້ານ ດີ ແລະ ເປັນການປັບປຸງແກ້ໄຂ, ເຮັດໃຫ້ອົງຄະນະພັກແຂວງຫົວ ພັນມີຄວາມຫນັກແຫນ້ນເຂັ້ມ ແຂງປອດໃສຂາວສະອາດ, ມີ ຄວາມສາມັກຄີເປັນເອກະພາບ, ທົ່ວແຂວງມີຄວາມສະຫງົບ ໂດຍ ພື້ນຖານໃນສະເພາະຫນ້າ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ