27.1.14

ພິທີ​ປະກາດແຍກ​ ​ແລະ ​ປ່ຽນ​ຊື່​ເມືອງ​ ວຽງ​ທອງ ​ເປັນ​ເມືອງ​ ຊ່ອນ ​ແລະ ​ເມືອງ​ ຮ້ຽມ

ຂປລ.​​ ໃນ​ວັນ​ທີ 24 ມັງກອນ 2014 ​ທີ່​ເມືອງ​ ວຽງ​ທອງ, ​ແຂວງ​ ຫົວພັນ ໄດ້​ຈັດ​ພິທີ​ປະກາດແຍກ ​ ​ແລະ ​ປ່ຽນຊື່​ ເມືອງ​ ວຽງ​ທອງ ເປັນ​ເມືອງ​ ຊ່ອນ ​ແລະ ​ເມືອງ​ຮ້ຽມ ຂຶ້ນ​ຢ່າງ​ເປັນ​ທາງການຕາມດຳລັດ​ຂອງ​ນາຍົກ​ລັດຖະມົນຕີ ສະບັບ​ເລກທີ 338/ນຍ, ລົງ​ວັນ​ທີ 5 ທັນວາ 2013 ໂດຍ​ໃຫ້​ກຽດ​ເຂົ້າຮ່ວມ​ ພິທີ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກ​ລັດຖະມົນຕີ, ທ່ານ ດຣ. ສິນ​ລະ​ວົງ ​ຄຸດ​ໄພທູນ ລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການລັດຖະບານ, ທ່ານ ຄຳ​ຮຸ່ງ ​ເຮືອ​ງວົງ​ສີ ​ເຈົ້າ​ແຂວງໆ​ຫົວພັນ, ມີຜູ້ຕາງໜ້າຈາກ ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ ​ແລະ ກະຊວງ​ພາຍ​ໃນ, ພ້ອມ​ດ້ວຍການນຳ​ຂອງ​ແຂວງ-​ເມືອງ, ພະນັກງານປະຕິວັດ-ອາວຸ​ໂສ​ບຳນານ, ພະນັກງານ-ລັດຖະກອນ, ​ເລຂາພັກ​ກຸ່ມ​ບ້ານ, ນາຍບ້ານ ແລະ ປະຊາຊົນ​ເຂດ​ເທດສະບານ​ເມືອງ​ວຽງ​ທອງ (​ໃນ​ອະດີດ) ກໍຄື​ ເມືອງ​ຮ້ຽມ​ໃນ​ປະຈຸ​ບັນ​ ເຂົ້າຮ່ວມ.
ໃນ​ໂອກາ​ດດັ່ງກ່າວ, ທ່ານ​ເຈົ້າ​ແຂວງໆ​ ຫົວພັນ​ ໄດ້​ລາຍງານ​ໃຫ້ຮູ້​ວ່າເມືອງ​ວຽງ​ທອງ​​ ໄດ້​ຮັບ​ການສ້າງຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງການ ​ໃນ​ວັນ​ທີ 27 ກໍລະກົດ 1976. ຊຶ່ງຕະຫລອດ​ໄລຍະ 38 ປີ​ທີ່​ຜ່ານມາ ​ເຖິງ​ແມ່ນ​ວ່າ ​ເມືອງ​ວຽງ​ທອງ​ ຈະ​ໄດ້​ຮັບ​ການພັດທະນາ​ໃນ​ທຸກ​ດ້ານດີ​ຂຶ້ນ​ເປັນ​ກ້າວໆ​ ແຕ່​ເມື່ອ​ທຽບ​ໃສ່​ກັບ​ ຄວາມຮຽກຮ້ອງ​ຕ້ອງການ ຂອງ​ໜ້າທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່​ກໍ​ຄືການສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ ການພັດທະນາ​ເສດຖະກິດ-ສັງຄົມ​ ໃຫ້ມີ​ຄວາມສະດວກ, ມີ​ຈຸດ​ສຸມ ​ແລະ ​ໄວ​ຂຶ້ນ​ກວ່າ​ເກົ່າ. ດັ່ງ​ນັ້ນ, ພັກ-ລັດຖະບານຈຶ່ງ​ໄດ້​ຕົກລົງ​ແບ່ງ​ອອກ​ເປັນ​ສອງ​ເມືອງ ຄື: ​ເມືອງ​ ຊ່ອນ ​ແລະ ​ເມືອງ​ ຮ້ຽມ. ​ໃນ​ນັ້ນ, ເມືອງ​ຊ່ອນ ​ເປັນ​ເມືອງ​ເກົ່າ​ແກ່​ຂອງ​ແຂວງ​ຫົວພັນ ​ໄດ້​ຮັບ​ນາມມະ​ຍົດ​ເປັນ​ເມືອງ​ວິລະ​ຊົນ​ແຫ່ງ​ຊາດ, ມີ​ເນື້ອ​ທີ່ 2.072 ກິ​ໂລ​ຕາ​ແມັດ, ປະກອບ​ມີ 32 ບ້ານ, ​ແບ່ງ​ເປັນ 5 ກຸ່ມ​ບ້ານ, ມີພົນ ລະ​ເມືອງ 14.450 ຄົນ, ຍິງ 7.034 ຄົນ ໂດຍແຕ່ງຕັ້ງ ທ່ານ ພັນໂທ ສິງ​ພອນ ​ເລືອ​ງຄຳ​ມາ ​ເປັນ​ເລຂາພັກ​ເມືອງ, ​ເຈົ້າ​ເມືອງໆ​ຊ່ອນ. ສຳລັບ​ເມືອງ​ຮ້ຽມ ກໍ​ເປັນ​ເມືອງ​ເກົ່າ​ແກ່ ທີ່​ເປັນ​ສ່ວນ​ໜຶ່ງ​ຂອງ​ແຂວງ​ຫລວງ​ພະ​ບາງ ​ແລະ ​​ແຂວງ​ຫົວພັນ; ມີ​ເນື້ອ​ທີ່​ທັງ​ໝົດ 1.581 ກິ​ໂລ​ຕາ​ແມັດ, ປະກອບ​ມີ 37 ບ້ານ, ​ແບ່ງ​ເປັນ 5 ກຸ່ມ​ບ້ານ, ມີ​ພົນລະ​ເມືອງ​ທັງ​ໝົດ 13.277 ຄົນ, ຍິງ 6.719 ຄົນ ​ໂດຍ​ແຕ່ງ​ຕັ້ງ ທ່ານ ນ. ບົວ​ລຽນ ຄຳ​ໝື່ນ​ຄຸນ ​ເປັນ ​ເລຂາພັກ​ເມືອງ, ​ເຈົ້າ​ເມືອງໆ​ຮ້ຽມ. ພ້ອມ​ກັນ​ນັ້ນ, ​​​ແຕ່ລະ​ເມືອງ ປະກອບດ້ວຍຄະນະ​ບໍລິຫ​ານງານພັກ​ເມືອງຈຳນວນ 17 ສະຫາຍ ​ແລະ ຄະນະ​ປະຈຳ​ພັກ ​ເມືອງ​ລະ 5 ສະຫາຍ.

ເພື່ອ​ເປັນ​ທິດ​ນຳ​ ​ແລະ ຮັບປະກັນໃຫ້​ແກ່​ການຈັດ​ຕັ້ງ​ປະຕິວັດ​ວຽກ​ງານຢູ່​ສອງ​ເມືອງ​ດັ່ງກ່າວ ​ໃຫ້​ໄດ້​ຮັບ​ຜົນ​ດີ​ນັ້ນ, ທ່ານນາຍົກ​ລັດຖະມົນຕີ ​ໄດ້​ໃຫ້​ກຽດ ​ໂອ້​ລົມ​ຕໍ່​ພິທີ, ຊຶ່ງ​ທ່ານ​ໄດ້​ຊີ້​ນຳ​ໃຫ້ການນຳ​ຂອງ​ແຂວງ,ເມືອງ ​ແລະ ພາກສ່ວນ​ກ່ຽວຂ້ອງ ​ເອົາ​ໃຈ​ໃສ່​ເຊື່ອມ​ຊຶມ​ນ້ຳ​ໃຈ​ຮັກ​ຊາດ, ຈິດ​ໃຈ​ເອກະລາດ, ​ເປັນ​ ເຈົ້າຕົນ​ເອງ ​ແລະ ສ້າງຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ; ການພັດທະນາ ຕ້ອງ​ອີງ​ໃສ່​ຄວາມສາມາດຕົວ​ຈິງ​ທີ່​ມີ (ບໍ່​ຟ້າວຟັ່ງ​ເ​ກີ​ນ​ໄປ); ສຸມ​ທຸກ​ກຳລັງ​ ເຂົ້າ​ໃສ່​ການພັດທະນາ-ຜະລິດ​ເປັນ​ສິນຄ້າ, ​ເພີ່ມ​ທະວີຮັດ​ແໜ້ນ​ຄວາມສາມັກ​ຄີຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ, ​ແຂ່ງ ຂັນ​ກັນ​ພັດທະນາດ້ວຍ​ຈິດ​ໃຈ​ສ້າງສັນ; ຕ້ອງ​ກຳ​ແໜ້ນສະພາບການຕົວ​ຈິງ​ຂອງ​ເມືອງ ​​ເພື່ອ​ນຳ​ໃຊ້​ເງື່ອນ​ໄຂ​ສະດວກ ທ່າ​ແຮງ​ບົ່ມ​ຊ້ອນ​ເຂົ້າ​ໃນ​ການພັດທະນາ​ ແລະ ຊອກຫາ​ວິທີ​ແກ້​ໄຂສະພາບ ຄວາມຫຍຸ້ງຍາກ-ສິ່ງ​ທ້າທາຍຕ່າງໆ; ​ເອົາ​ໃຈ​ໃສ່​ຄຸ້ມ​ຄອງ-ນຳ​ໃຊ້​ງົບປະມານ ດ້ວຍ​ນະ​ໂຍບາ​ຍປະຢັດ​ມັດທະຍັດ; ພັດ​ທະນາຊັບພະຍາກອນ​ມະນຸດ​ ໃຫ້​ເປັນ​ຄົນ​ດີ, ສະຫລາດ, ມີ​ຄວາມສາມາດ, ມີ​ສຸຂະພາບ​ແຂງ​ແຮງ ດ້ວຍ​ການຂະຫຍາຍ​ໂຮງຮຽນ​-​ໂຮງໝໍ​ໃຫ້​ທົ່ວ​ເຖິງ, ຍົກລະດັບ​ການຮຽນ-ການສອນ ​ແລະ ຈັນຍາບັນ​ຂອງ​ແພດ​ໝໍ ​ໃຫ້​ສູງ​ຂຶ້ນ; ​ເພີ່ມທະວີ​ການນຳພາຕໍ່​ວຽກ​ງານ ປກຊ-ປກສ, ມີ​ສະຕິ​ລະວັງ​ຕົວຕອບ​ຕ້ານ​ກົນອຸບາ​ຍຂອງ​ສັດຕູ, ​ແກ້​ ໄຂ​ໜໍ່​ແໜງ​ທີ່​ຈະ​ພາ​ໃຫ້​ເກີດ​ຄວາມບໍ່​ສະຫງົບ​ ​ແລະ ປະກົດ​ການຫຍໍ້​ທໍ້​ໃນ​ສັງຄົມ;​ແຂ່ງຂັນ​ກັນ​ສ້າງກົມ​ກອງ​ແຂງ-ໜ່ວຍ​ພັກ​ແຂງ​ ຮູ້​ນຳພາຮອບດ້ານ, ​ຊຸກຍູ້​ຂະ​ ບວນການວຽກ​ງານກໍ່ສ້າງຮາກຖານການ​ເມືອງ ຕາມ 4 ​ເນື້ອ​ໃນ 4 ຄາດໝາຍ ​ໄປ​ພ້ອມໆ​ກັບການປະຕິບັດ​ວຽກ​ງານ 3 ສ້າງ ​ໃຫ້​ເປັນ​ປົກກະຕິ, ຕໍ່​ເນື່ອງ, ມີ​ຈຸດ​ສຸມ ​ແລະ ກາຍ​ເປັນ​ຕົວ​​ແບບ; ​ເອົາ​ໃຈ​ໃສ່​ປະຕິບັດ​ແນວທາງການຕ່າງປະ​ເທດ​ຂອງ​ພັກ​ເຮົາ, ຮ່ວມ​ມື​ກັບ​ຕ່າງປະ​ເທດ ​ເພື່ອ​ຍາດ​ແຍ່ງ​ເອົາກາ​ນ ຊ່ວຍ​ເຫລືອ​ດ້ານ​ເສດຖະກິດ ​ແຕ່​ຕ້ອງ​ເຊີດ​ຊູ​ສະຕິ​ລະວັງ​ຕົວຕໍ່ການ​ແຊກ​ຊ້ອນ ​ແລະ ມ້າງ​ເພພາຍ​ໃນ, ສືບ​ຕໍ່​ຮ່ວມ​ມື​ກັບປະ​ເທດ​ເພື່ອນ​ມິດ​ໃຫ້​ແໜ້ນ​ແຟ້ນ ​ໂດຍ​ສະ​ເພາະ​ແມ່ນ​ເມືອງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ; ຮຽກຮ້ອງ​ໃຫ້​ຄະນະ​ບໍລິຫ​ານງານພັກ​ເມືອງ ​ເມືອງ​ຊ່ອນ ​ແລະ ​ເມືອງ​ຮ້ຽມ ​ເພີ່ມ​ທະວີ​ຄວາມສາມັກ​ຄີ​ພາຍ​ ໃນ​ຄະນະ​ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ ​ໂດຍ​ເອົາ​ໃຈ​ໃສ່​ປະຕິບັດ​ຫລັກການຕຳນິ, ກວດກາຕົນ​ເອງ, ກໍ່ສ້າງໝູ່​ດ້ວຍ​ຄວາມຈິງ​ໃຈ, ຕ້ອງ​ກ້າຄິດ, ກ້າ​ເຮັດ ​ແລະ ກ້າຮັບຜິດຊອບ; ຄະນະ​ພັກ ຕ້ອງ​ເປັນ​ແບບຢ່າງ​ໃຫ້​ຂັ້ນ​ລຸ່ມ, ສະມາຊິກ​ພັກ​ຕ້ອງ​ເປັນ​ແບບຢ່າງ​ໃຫ້​ມະຫາຊົນ, ພະນັກງານຕ້ອງ​ເປັນ​ແບບຢ່າງ​ໃຫ້​ປະຊາຊົນ ​ໃນ​ດ້ານ​ແບບ​ແຜນ​ດຳລົງ​ຊີວິດ ທີ່​ຖືກຕ້ອງ-ປອດ​ໃສ​ຂາວສະອາດ, ມີ​ທັດສະນະ​ຫລັກ​ໝັ້ນ, ປັບປຸງ​ແບບ​ແຜນ​ວີ​ທີ​ເຮັດ​ວຽກ​ຂອງ​ຄະນະ​ພັກ​ແຕ່ລະ​ຂັ້ນ ຕາມຫລັກການລວມສູນ​ປະຊາທິປະ​ໄຕ​, ບຸກຄົນ​ຮັບຜິດຊອບ-ຕັດສິນ​ເປັນ​ໝູ່​ຄະນະ, ສຽງ​ສ່ວນ​ໜ້ອຍ​ຂຶ້ນ​ກັບ​ສຽງສ່ວນ​ຫລາຍ; ກຳນົດ​ແຈ້ງ ສິດ​ຂອບ ​ເຂດ​ຄວາມຮັບຜິດຊອບ, ​ແບ່ງ​ວຽກ​ໃຫ້​ແຕ່ລະສະ​ຫາຍຮັບຜິດຊອບ​ຢ່າງຈະ​ແຈ້ງ ​ແລະ ປະຕິບັດ​ລະບອບ​ການສ່ອງ​ແສງ​ລາຍງານ​ໃຫ້​ແກ່​ຂັ້ນ​ເທິງ​ເປັນ​ປົກກະຕິ.

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ