23.1.14

ແຂວງ ຫົວພັນໄດ້ຈັດມີພິທີລະນຶກຄືນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີ

ຜູ້ເຂົ້າຮ່ວມພິທີ ທີ່ສະໝາມກິລາ
ວັນທີ 22 ມັງກອນ 2014 ນີ້, ແຂວງຫົວພັນໄດ້ຈັດມີພິທີລະນຶກຄືນ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 65 ປີ ( ວັນທີ 20 ມັງກອນ 1949 - 20 ມັງກອນ 2014 ) ຂຶ້ນທີ່ເດີນກິລາແຂວງ, ເຂົ້າຮ່ວມເປັນກຽດມີທ່ານ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ, ເລຂາພັກແຂວງເຈົ້າແຂວງຫົວພັນ, ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ພະນັກງານບຳນານເຖົ້າແກ່ອາວຸດໂສ, ອົງການທຽບເທົ້າ, ພໍ່ແມ່ປະຊາຊົນ ຕະຫຼອດຮອດນ້ອງນ້ອຍນັກຮຽນ ແລະ ຜູ້ຕ່າງໜ້າຈາກກຳລັງປ້ອງກັນຊາດສາມແຂວງແຮກສ່ຽວຄື: ແຂວງເງ້ອານ, ແທັງຮວ່າ ແລະ ເຊິນລາ ແຫ່ງ ສສຫວຽດນາມເຂົ້າຮ່ວມນຳ.
ໃນພິທີໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວອິດສະຫຼະ ຫຼື ກອງລາດຊະວົງໃນເມື່ອກ່ອນຊຶ່ງໄດ້   

ັບການສ້າງຕັ້ງຂຶ້ນຢູ່ເຂດທີໝັ້ນຕາແສງລາວຮຸ່ງ ພຽງສາເມືອງຊຽງຄໍ້ແຂວງ ຫົວພັນ ໂດຍແມ່ນທ່ານ ປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດ ແລະ ບັນຊາ ແລະ ໄດ້ປ່ຽນຊື່ມາເປັນກອງທັບປະຊາຊົາຊົນລາວໃນປະຈຸບັນ .
ຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ຊາດຕ້ານກັບພວກຈັກກະພັດລ່າເມືອງຂຶ້ນຂອງຈັກກະພັດຝລັງ, ອາເມລິກາ ພາຍໃຕ້ການຊີ້ນຳ - ນຳພາຂອງພັກປະຊາຊົນປະຕິວັດລາວຕະຫຼອດໄລຍະ 65 ປີ ແຫ່ງການເຕີບໃຫຍ່ຂະ ຫຍາຍຕົວຂອງກອງກຳລັງປະກອບອາວຸດປະຕິວັດທີເຂັ້ມແຂງ, ພິລະອາດຫານຂອງບັນພະບຸດລຸດລາວທີໄດ້ ຕີຊະນະທຸກສັດຕູໂຕສຳຄັນຂອງຊາດ, ທັງເປັນກຳລັງຫຼັກແຫຼ່ງທີ່ເຂັ້ມແຂງໃຫ້ແກ່ຂະບວນການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດຂອງຊາດ, ຄວາມສົມບູນພູນສູກ ແລະ ຄວາມວັດທະນາຖາວອນຂອງຊາດຢ່າງແທ້ຈິງ ຈົນສາມາດປະກາດເປັນປະເທດສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ໃນວັນທີ 2 ທັນວາປີ 1975.
ໃນນີ້ແຂວງຫົວພັນເປັນວິລະຊົນ ເປັນຖິ່ນ ກຳເນີດຂອງກອງທັບປະຊາຊົນລາວ, ໃນເມື່ອກ່ອນກໍ່ຄືປະຈຸບັນ ໄດ້ສຸ່ມທຸກກຳລັງປະຕິວັດເຂົ້າໃນທຸກພາລະກິດຕໍ່ສູ້ປົດປ່ອຍຊາດໃນແຕ່ລະໄລຍະຮ່ວມກັບປະຊາຊົນບັນດາເຜົ່າພາຍໃນແຂວງ, ພ້ອມກັນຕ້ານທຸກກົນອຸບານຫັນປ່ຽນຂອງສັດຕູ ເຮັດໃຫ້ການປະຕິວັດຄ່ອຍໆໄດ້ຮັບໄຊຊະນະໃນທຸກບັ້ນຮົບ, ໃນທຸກເຫດການ ແລະ ໄດ້ປະສານສົມທົບກັບກຳລັງຫຼວງ, ທະຫານອາສາສະມັກຫວຽດນາມ ຕໍ່ສູ້ໄດ້ຮັບໄຊຊະນະຫຼາຍບັ້ນຮົບ ພິເສດແມ່ນບັ້ນຮົບປົດປ່ອຍຊຳເໜືອ ເຮັດໃຫ້ແອກປົກຄອງແບບເກົ່າ ແລະ ແບບໃໝ່ ຂອງຈັກກະພັດຜູ້ຮຸກຮານຖືກພັງທະລາຍລົງຢ່າງສິ້ນເຊິ່ງ. ນີ້ຢັງຢືນໃຫ້ເຫັນໄຊຊະນະອັນໃຫຍ່ຫຼວງຂອງກອງທັບປະຊາຊົນລາວເວົ້າລວມ, ເວົ້າສະເພາະແມ່ນກຳລັງປະກອບອາວຸດທ້ອງຖິ່ນແຂວງຫົວພັນ ສາມາດຕີເອົາຊະນະການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຂອງກຳລັງຈັກກະພັດອິດທິປໍລະປັກໃນຫຼາຍບັ້ນຮົບຄື: ບັ້ນຮົບປົດປ່ອຍຊຳເໜືອ, ປົດປ່ອຍນາສະລາ, ນາໂງນ,ນາໜອງ, ນາເກງ, ເມືອງຊ່ອນ, ຊຽງຄໍ້, ເມືອງຊຳເໜືອ, ເມືອງຊຳໃຕ້ ແລະ ໄດ້ທັບມ້າງພວກກຸ່ມຄົນບໍ່ດີທີ່ກໍ່ຄວາມບໍ່ສະຫງົບຢູ່ພາຍໃນແຂວງໄດ້ສຳເລັດ ເຮັດໃຫ້ທົ່ວແຂວງມີຄວາມສະຫງົບສຸກ ໂດຍພື້ນຖານ.
ຈາກຜົນງານ, ຜົນສຳເລັດອັນໃຫຍ່ຫຼວງ ແລະ ຫຍິງໃຫຍ່ຂອງກອງທັບປະຊາຊົນລາວ ກໍ່ຄືກອງທັບ ແລະ ປະຊາຊົນແຂວງຫົວພັນ ມາໃນກອງປະຊຸມໃຫຍ່ວິລະຊົນແຫ່ງຊາດ ແລະ ນັກຮົບແຂ່ງຂັນໃນທົ່ວປະເທດ ຄັ້ງທີ I ທີຈັດຂຶ້ນໃນປີ 1979 ພາຍຫຼັງທີປະເທດຊາດໄດ້ຮັບການປົດປ່ອຍ ພັກ ແລະ ລັດ ໄດ້ຕົກລົງມອບນາມມະຍົດໃຫ້ແຂວງຫົວພັນກາຍເປັນ ແຂວງວິລະຊົນ, ໃນັ້ນມີ 3 ເມືອງໄດ້ຮັບຮອງເປັນເມືອງວິລະຊົນຄື: ເມືອງຊຽງຄໍ້, ເມືອງຊ່ອນເກົ່າ, ເມືອງວຽງໄຊ; ກົມກອງ ແລະ ພະແນກວິລະຊົນມີ: ກອງຮ້ອຍ 18 ປັດໄຈ, ພະແນກສຶກສາແຂວງ, ໂຮງງານຕໍ່າແຜ່ນ 12 ຕຸລາ, ຕາແສງລາວຮຸ່ງ, ຕາແສງມອງນ້ຳ, ບ້ານທ່າຄວາຍ, ບ້ານຜານາງ ແລະ ບ້ານບວກ; ມີ 4 ສະຫາຍຮັບນາມມະຍົດວິລະຊົນ ສະຫາຍລາວລູ, ສະຫາຍຈັນທອງ, ສະຫາຍ ສີວອນທໍ ແລະ ສະຫາຍຄຳມູນ, ກົມກອງ ແລະ ພະແນກນັກຮົບແຂ່ງຂັນ 5 ພະແນກ, 1 ກົມກອງ ແລະ 1 ເມືອງ; ຕາແສງນັກຮົບແຂ່ງຂັນມີ 9 ຕາແສງ, ບ້ານນັກຮົບແຂ່ງຂັນ 17 ບ້ານ, ບຸກຄົນແຂ່ງຂັນ 20 ສະຫາຍ, ພ້ອມນີ້ພັກ - ລັດຖະບານຍັງໄດ້ປະດັບຫຼຽນໄຊຍ້ອງຍໍຜົນງານໃຫ້ແກ່ກຳລັງປະກອບອາວຸດຄື: ມີຜູ້ໄດ້ຮັບຫຼຽນໄຊປະເພດຕ່າງໆໃຫ້ບຸກຄົນ 1,797 ສະຫາຍ, ຫຼຽນໄຊປະເພດຕ່າງໆໃຫ້ກົມກອງ 130 ຫຼຽນ, ຫຼຽນກາປະເພດຕ່າງໆໃຫ້ບຸກຄົນ 7,363 ສະຫາຍ, ຫຼຽນກາປະເພດຕ່າງໆໃຫ້ກົມກອງ 225 ຫຼຽນ ແລະ ມອບໃບຍ້ອງຍໍປະເພດຕ່າງໆໃຫ້ບັນດາກົມກອງລວມໝູ່ ແລະ ບຸກຄົນຫຼາຍໝື່ນໃບຕື່ມອີກ.

ແຫລ່ງຂ່າວ ແລະ ພາບ : Houaphannews