13.1.14

ມສ ພັນ​ລາ ​ແຂວງ ຫົວພັນ ໄດ້​ຈັດ​ງານ​ສະເຫລີມສະຫລອງວັນ ສ້າງຕັ້ງ​ໂຮງຮຽນ​ຄົບຮອບ 45 ປີ

ໂຮງຮຽນ ມສ ພັນລາ
ຂປລ. ວັນ​ທີ 8 ​ເດືອນ​ມັງກອນ 2014 ນີ້, ​ໂຮງຮຽນມັດທະຍົມ​ສຶກສາ​ສົມບູນ​ພັນ​ລາ​ແຂວງ​ຫົວພັນ​ ໄດ້​ຈັດ​ງານ​ສະເຫລີມສະຫລອງ ວັນ​ສ້າງຕັ້ງ​​ໂຮງຮຽນ ຄົບຮອບ 45 ປີ​ຂຶ້ນທີ່​ໂຮງຮຽນດັ່ງກ່າວ, ໂດຍມີ​ທ່ານ ອ່ອນ​ທອງ ​ແພງ​ສົມ​ພັນ ​ຫົວໜ້າຄະນະ​ຈັດຕັ້ງ​ແຂວງ, ທ່ານ ​ເພີດ ມາ​ປັນຍາ ກຳມະການ​ພັກ​ແຂວງ, ​ຫົວໜ້າ ພະ​ແນ​ກສຶກສາ​ທິການ ​ແລະ ກິລາ​ແຂວງ​, ພ້ອມ​ດ້ວຍຄູ​ອາຈານ, ອະດີດ​ນັກ​ສຶກສາ, ​ແຂກ​ຖືກ​ເຊີນ, ນັກຮຽນນັກ​ສຶກສາ​ໃນ​ປັດຈຸບັນ​ເຂົ້າຮ່ວມ​ຢ່າງ​ຄຶກ ຄື້ນມ່ວນ​ຊື່ນ.
ໂຮງຮຽນມັດທະຍົມ​ສຶກສາ​ສົມບູນ​ພັນ​ລາ​ແຂວງ​ຫົວພັນ​ ເປັນ​ໂຮງຮຽນ​ທີ່​ຂຶ້ນກັບ​ພະ​ແນ​ກສຶກສາ​ທິການ ​ແລະ ກິລາ​ແຂວງ, ສ້າງ​ຂຶ້ນ​ໃນ​ວັນ​ທີ 8 ​ເດືອນ ມັງກອນ ປີ 1969 ທີ່​ຖ້ຳ​ແກ້ວ​ເຂດ​ຊຽງລວງ, ​ເມືອງ​ວຽງ​ໄຊ, ​ແຂວງ​ຫົວພັນ​ ເຊິ່ງ​ເປັນ​ໂຮງຮຽນຊັ້ນອຸດົມ​ແຫ່ງ​ທຳ​ອິດ​ຂອງ​ສູນ​ກາງ​ແນວ​ລາວ​ຮັກ​ຊາດ ມີ​ຊື່ວ່າ​ໂຮງຮຽນອຸດົມ​ສູນ​ກາງ. ​ໃນ​ສົກ​ປີ 1970-1977 ​ແມ່ນ​ຍົກຍ້າຍ​ທີ່​ຕັ້ງ​ໄປ​ຢູ່​ບ້ານ​ສົບ​ຊາຍ​ເມືອງ​ຊຽງຄໍ້​ແຂວງ​ຫົວພັນ, ສົກຮຽນປີ 1976 - 1977 ​ແລະ 1977-1978 ​ໄດ້​ຍົກຍ້າຍໄປ​ຕັ້ງຢູ່​ບ້ານ​ນາວຽງ​ເມືອງ​ຊຳ​ເໜືອ​ແຂວງ​ຫົວພັນ, ສົກ​ປີ 1978 - 1980 ຕັ້ງຢູ່​ວັງ​ເຮືອ​ເມືອງ​ຊຳ​ເໜືອ, ສົກ​ຮຽນປີ 1980-1981 ​ເຖິງ​ປັດຈຸບັນ​ນີ້​ໄດ້​ຕັ້ງຢູ່​ບ້ານ​ນາ​ທົ່ງ​ຈອງ​ເມືອງ​ຊຳ​ເໜືອ​ແຂວງ​ ຫົວພັນ.
ຜ່ານ 45 ປີ​ທາງ​ໂຮງຮຽນ​ໄດ້​ມີ​ຜົນງານ​ການຈັດຕັ້ງປະຕິບັດ​ຕິດຕໍ່ສືບ​ເນື່ອງ​ກັນ​ມາ​, ໂດຍ​ໄດ້​ເອົາ​ໃຈ​ໃສ່​ເຮັດໜ້າທີ່​ການ​ສອນ-ການ​ຮຽນ ຢ່າ​ງເຂັ້ມງວດ ເຮັດ​ໃຫ້​ ແຕ່​ລະ​ສົກຮຽນບັນລຸ​ຕາມ​ຄາດໝາຍທັງ​ປະລິມານ ​ແລະ ຄຸນ​ນະພາ​ບ, ສະ​ແດ​ງອອກ​ໃນ​ການ​ສອບ​ເສັງ​ນັກຮຽນ​ເກັ່ງ ສົກຮຽນ 1989 - 1990 ສາມາດ​ຍາດ​ ໄດ້​ປະ​ເພດ I ລະດັບ​ແຂວງ​ມີ 31 ຄົນ, ຍິງ 7 ຄົນ, ປະ​ເພດ I, II, III, ລະດັບ​ຊາດ​ມີ 6 ຄົນ, ຍິງ 2 ຄົນ, ອຳນວຍ​ການ​ໄດ້​ຮັບ​ໃບ​ຍ້ອງ​ຍໍ​ລັດຖະບານ​ 1 ​ໃບ, ​ໃບ​ຍ້ອງຍໍ​ເຈົ້າ​ແຂວງໆຫົວພັນ 9 ​ໃບ, ​ໃບ​ຍ້ອງຍໍ​ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກ 1 ​ໃບ, ​ໃບ​ຍ້ອງຍໍ​ເຈົ້າ​ເມືອງໆຊຳ​ເໜືອຈຳນວນ 6 ​ໃບ​. ນອກຈາກ​ນີ້ ກໍ່ຍັງ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກ​ຄະນະ​ກຳມະການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ ຊາດ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ສູນ​ກາງ​ກຳມະບານ​ລາວ ​ແລະ ​ໃບ​ກຽດຕິ​ຄຸນ​ຈາກ​ທ່ານ​ເຈົ້າ​ແຂວງໆຫົວພັນ​ຈຳນວນ 3 ​ໃບ. ທາງ​ໂຮງຮຽນຍັງ​ໄດ້​ສອບ​ເສັງ​ຄັດ​ເລືອກ​ເອົາ​ຄູ ​ແລະ ນັກຮຽນ​ໄປ​ທັດສະນະ​ສຶກສາ ​ຢູ່​ຕ່າງ​ປະ​ເທດ, ​ເອົາ​ໃຈ​ໃສ່​ປັບປຸງ​ບັນດາ​ອົງການ​ຈັດຕັ້ງອື່ນໆ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ​ແລະ ຍື່ນ​ຍົງ​ຕະຫລອດມາ.

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ