14.1.14

ການຢ້ຽມຢາມເຂດທີ່ໝັ້ນເມືອງ ວຽງໄຊ ຂອງຄະນະຂະບວນຄາຣາວານ “ຄືນສູ່ຖິ່ນກຳເນີດກອງທັບ ປະຊາຊົນລາວ”

ພາຍຫລັງສຳເລັດການເຄື່ອນໄຫວທ່ຽວຊົມແຫລ່ງທ່ອງທ່ຽວຫລາຍແຫ່ງ ທີ່ແຂວງຊຽງຂວາງ, ຂະບວນ ຄາຣາວານ “ຄືນສູ່ຖິ່ນກຳເນີດກອງທັບ ປະຊາຊົນລາວ” ໂດຍມີທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ ລັດຖະມົນຕີວ່າການ ກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ພ້ອມດ້ວຍທ່ານ ພົນຕີ ຈັນສະໝອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ໄດ້ນຳຂະບວນໄປເຖິງແຂວງຫົວພັນ, ໄດ້ຢ້ຽມ ຊົມບັນດາຖ້ຳປະຫວັດສາດຂອງຜູ້ ນຳລາວ ຢູ່ ເມືອງວຽງໄຊໃນວັນທີ 11 ມັງກອນ 2014 ກ່ອນເດີນທາງກັບຄືນ ນະຄອນຫລວງວຽງຈັນ.
ການຢ້ຽມຢາມເຂດທີ່ໝັ້ນເມືອງວຽງໄຊ ຂອງຄະນະຂະບວນຄາຣາວານຄັ້ງນີ້ ໄດ້ຢ້ຽມ ຊົມເຂດອະນຸສອນສະຖານຖ້ຳປະຫວັດສາດຂອງປະທານ ໄກສອນ ພົມວິຫານ, ທ່ານໜູຮັກ ພູມສະຫວັນ, ປະທານສຸພານຸວົງ, ທ່ານ ພູມີ ວົງວິ ຈິດ, ຖ້ຳໂຮງໝໍ, ຖ້ຳທ່ານ ຄຳໄຕ ສີພັນດອນ ແລະ ຖ້ຳຫ້ອງການເມືອງ ກອງບັນຊາການທະຫານສູງສຸດ ກອງທັບປະຊາ ຊົນລາວ (ຖ້ຳຊ້າງລອດ)

ພ້ອມດ້ວຍຖ້ຳຜູ້ນຳຄົນອື່ນໆ ຊຶ່ງການຢ້ຽມຊົມແຕ່ລະຖ້ຳ ລ້ວນແຕ່ໄດ້ເຫັນ ແລະ ໄດ້ຮັບຮູ້ ເຖິງຮ່ອງຮອຍ ຊີວິດການເຄື່ອນໄຫວການປະຕິວັດ, ການຕໍ່ສູ້ຕ້ານກັບພວກຈັກກະພັດລ່າເມືອງຂຶ້ນ ໃນລະຫວ່າງຊຸມປີ 1964-9175. ທີ່ສຳຄັນໄດ້ເຫັນ-ສຳພັດຖ້ຳທີ່ມີຊື່ວ່າ “ຜາຫານ” ຂອງປະທານ ໄກສອນ ພົມວິຫານ ແລະ ຄອບຄົວອາໄສຢູ່ໃນຖານະເປັນເລຂາທິການໃຫຍ່ພັກປະ ຊາຊົນ ປະຕິວັດລາວ ແລະ ເປັນນາຍົກ ລັດຖະມົນຕີ ຄົນທຳອິດ ຂອງ ສປປ ລາວ, ທີ່ປະກອບດ້ວຍຫ້ອງຄົ້ນຄ້ວາສະເພາະ, ຫ້ອງປະຊຸມກຳມະການກົມ ການ ເມືອງສູນກາງພັກ ແລະ ຫ້ອງອື່ນໆ. ໃນຂະນະທີ່ຖ້ຳຊ້າງລອດ ກໍມີ ສະຖານທີ່ກວ້າງຂວາງ (ຊ້າງລອດໄດ້ເປັນຝູງ) ຊຶ່ງເປັນທີ່ຕັ້ງຂອງກອງ ບັນຊາການສູງສຸດກອງທັບປະຊາຊົນລາວ ພາຍໃຕ້ການບັນຊາ ຂອງທ່ານ ຄຳໄຕ ສີພັນດອນ ເພື່ອປະຕິບັດໜ້າທີ່ປ້ອງກັນເຂດທີ່ໝັ້ນ ວຽງໄຊ ຈົນກ້າວ ໄປສູ່ການປົດປ່ອຍປະເທດຊາດສຳເລັດ ແລະ ສະຖາປະນາເປັນ ສປປ ລາວ ໃນປີ 1975. ຄະນະຂະບວນ ຄາຣາວານຫລາຍຄົນ ໄດ້ມາເຫັນກັບ ຕາເປັນຄັ້ງທຳອິດ ທັງໄດ້ ສະແດງຄວາມດີໃຈ ແລະ ຍົກຍ້ອງບັນດາ ທ່ານຜູ້ນຳລາວ ທີ່ມີຄວາມເສຍສະຫລະອົດທົນຜ່ານຜ່າຄວາມຫຍຸ້ງຍາກຢ່າງບໍ່ ຮູ້ອິດຮູ້ເມື່ອຍ ຈົນໃນທີ່ສຸດ ກໍສາມາດນຳໄຊຊະນະຮອບດ້ານ ມາໃຫ້ປະຊາຊົນລາວສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດຕໍ່ໄປ. ທັງນີ້ເຫັນສົມ ຄວນວ່າຄົນຮຸ່ນ ຫລັງຈະໄປທ່ຽວຊົມ ແລະ ສຶກສາຮ່ຳຮຽນ ເອົາບົດຮຽນ, ທັງເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີຂອງເພິ່ນ ຕະຫລອດໄປ.
ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ ບອກວ່າ: ພາຍຫລັງມີການພັດທະນາ ແລະ ເປີດບໍລິການ ໃຫ້ບັນດານັກທ່ອງທ່ຽວໄດ້ເຂົ້າຊົມຢ່າງທົ່ວເຖິງ ນັບແຕ່ປີ 2000 ເປັນຕົ້ນມາ ສັງເກດໄດ້ວ່າມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ສົນໃຈເຂົ້າມາທ່ຽວນັບມື້ຫລາຍຂຶ້ນ ໂດຍສະເພາະ ແມ່ນໃນລະດູແລ້ງ ເນື່ອງຈາກເສັ້ນທາງຍາວໄກ. ທ່ານຮອງພະແນກ ຖວທ ໃຫ້ຮູ້ອີກວ່າ: ທົ່ວແຂວງຫົວພັນ ມີແຫລ່ງທ່ອງທ່ຽວທັງໝົດກວ່າ 100 ແຫ່ງ, ໃນນີ້ ມີແຫລ່ງທ່ອງທ່ຽວທາງປະຫວັດສາດ 53 ແຫ່ງ, ທຳມະຊາດ 31 ແຫ່ງ. ສຳລັບແຫລ່ງທ່ອງທ່ຽວທີ່ໄດ້ຮັບການພັດທະນາ ແລະ ເປີດບໍລິການແລ້ວມີ 35 ແຫ່ງ, ປີ 2013 ຜ່ານມານີ້ ມີນັກທ່ອງທ່ຽວເຂົ້າມາແຂວງ ຫົວພັນ ທັງໝົດ 31.000 ຄົນ, ສ້າງລາຍຮັບກວ່າ 12 ຕື້ກີບ, ທຽບໃສ່ປີ 2012 ເພີ່ມຂຶ້ນກວ່າ 1 ຕື້ກີບ. ປະຈຸບັນ ລາຍຮັບສ່ວນ ໃຫຍ່ແມ່ນມາຈາກແຫລ່ງ ທ່ອງທ່ຽວ ປະຫວັດສາດເມືອງວຽງໄຊ, ແຫລ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ປ່າສະຫງວນ ນ້ຳແອດ-ພູເລີຍ ແລະ ອື່ນໆ.

ແຫລ່ງຂ່າວຈາກ: ຂປລ