10.1.14

ເມືອງ​ ຊຳ​ເໜືອ​ ຕີ​ລາຄາ​ການ​ປະຕິບັດ​ວຽກ​ງານ​ ຂອງ​ກອງ​ທຶນ​ຫລຸດຜ່ອນ​ຄວາມທຸກ​ຍາກ

ນ້ຳຊຳເມືອງ ຊຳເໜືອ
ກອງປະຊຸມປະຈຳໄຕມາດ I ສົກ 2013-2014 ຂອງກອງທຶນຫລຸດ ຜ່ອນຄວາມທຸກຍາກເມືອງຊໍາເໜືອ ແຂວງຫົວພັນ ທ່ີຈັດຂຶ້ນໃນວັນທີ 14 ພະຈິກ ນີ້ໄດ້ ສັງເກດຕີລາຄາການຈັດຕັ້ງ ປະຕິບັດວຽກງານ ທີ່ພົ້ນເດັ່ນ ແລະ ດ້ານອ່ອນຄົງຄ້າງ, ວິທີທາງແກ້ໄຂຕ່າງໆ ເຊ່ິງ 3 ​ ເດືອນຜ່ານມາ, ພະນັກງານ ທຸກຄົນໄດ້ມີ ຄວາມຮັບຜິດຊອບສູງ ຕໍ່ໜ້າທີວິຊາສະເພາະຂອງຕົນ, ໄດ້ປະສານງານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນຕ່າງໆນັບແຕ່ເມືອງລົງຮອດທ້ອງຖິ່ນ ເຮັດໃຫ້ການປະຕິບັດວຽກງານສະດວກ ແລະ ປະສົບຜົນສຳເລັດໂດຍມີ ທ່ານ ລຽນໄຊ ບຸນມະນີວັນ ຮອງເຈົ້າເມືອງດັ່ງກ່າວ, ທ່ານ ວົງທອງ ຜຸກສະຫວັນ ຫົວໜ້າຫ້ອງການ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນແຂວງ, ຜູ້ປະສານງານ ທລຍ 6 ເມືອງ ເປົ້າໝາຍຄືເມືອງຊຳເໜືອ, ວຽງໄຊ, ຊຽງຄໍ້, ຊຳໃຕ້, ວຽງທອງ ແລະ ເມືອງຫົວເມືອງ ເຂົ້າຮ່ວມນຳ.

ກອງປະຊຸມດັ່ງກ່າວຊີ້ໃຫ້ເຫັນວ່າ:​ ໂຄງການຍ່ອຍໃນຮອບວຽນ 9 ​ ແລະ 10 ສົກ ປີ 2012-2013 ໄດ້ຈັດຕັ້ງປະຕິບັດ ​ 28 ​ ໂຄງການເປັນຕົ້ນ ໃນຂະແໜງ ການສາທາລະນະສຸກ ​12 ໂຄງການ ໂດຍໄດ້ກໍ່ສ້າງ ນ້ຳລິນໃຫ້ປະຊາຊົນບ້ານສະແນນ, ບ້ານນ້ຳອີ້, ບ້ານອໍ້, ບ້ານດອນ, ບ້ານເຮົ້າເໜືອ, ບ້ານຫ້ວຍຕັງ ບ້ານຫີ້ມ, ບ້ານກໍໄຮ, ຮາມເໜືອ, ນາຄ້າ, ນາດວງ, ນາຕ້າງ ແລະ ບ້ານເຕືອມສໍາເລັດ 100%. ຂະແໜງການສຶກສາທິການ ແລະ ກິລາ 3 ໂຄງການ ໂດຍໄດ້ກໍ່ສ້າງ ໂຮງຮຽນປະຖົມ ບ້ານພູໂລນ, ປະຖົມເມືອງຢອງ ແລະ ປະຖົມຄັງແຄກ ສຳເລັດ ​100%. ຂະແໜງການໂຍທາທິການ ແລະ ຂົນສົ່ງ 11 ໂຄງການໂດຍການທະລຸເສັ້ນທາງເຂົ້າບ້ານກໍໄຮ, ນາເອົ້າ, ບ້ານທັບເຜິ້ງ, ຫ້ວຍຕັງ, ສ້ອມແປງເສັ້ນທາງບ້ານຫ້ວຍຊ້ອນ, ບ້ານຢາດ, ບ້ານດອນ​, ສົບກ່າ, ນາເຊັງ, ບ້ານບັນ ແລະ ຫ້ວຍເບືອນ ສຳເລັດເຊ່ິງໄດ້ນຳໃຊ້ທຶນກວ່າ 4.971 ລ້ານກີບ ໃນນີ້ເປັນທຶນຂອງປະຊາຊົນ ປະກອບສ່ວນ 399 ລ້ານກວ່າກີບ. ນອກ ນີ້ໄດ້ສຳຫລວດອອກແບບໂຄງການຍ່ອຍປະຈຳຮອບວຽນທີ 11 ສົກ 2013 2014​, ແຈກຢາຍປົດສະເຕີກົນໄກສະແດງຄຳຄິດເຫັນ ແລະ ລະບຽບການ ພັດທະນາປະຊາຊົນ ຢູ່ 8 ກຸ່ມບ້ານ ແລະ 61 ບ້ານ.
ກອງປະຊຸມຍັງໄດ້ເປັນເອະພາບຕໍ່ແຜນການ ຕໍ່ໜ້າໂດຍເລັ່ງຕິດຕາມກວດກາບັນດາໂຄງການຍ່ອຍ ທີ່ບໍ່ທັນສຳເລັດໃນຮອບວຽນ 9 ​ ແລະ 10, ປະສານ ງານກັບ ທລຍ ແຕ່ລະເມືອງ, ບ້ານເພື່ອເຮັດໃຫ້ການປະ ຕິບັດວຽກງານສອດຄ່ອງ , ສະດວກ ແລະ ປະສົບຜົນສຳເລັດທັນກຳນົດເວລາ.

ແຫລ່ງຂ່າວຈາກ : ສຳນັກຂ່າວສານປະເທດລາວ