22.1.14

ເງິນເດືອນໂຈດລັດກຳລັງແກ້ ເຊື່ອຈະປັບໄປສູ່ທິດທີ່ຕັ້ງຫນ້າ

ຮູບປະກອບ
ເງິນ­ເດືອນກາຍ­ເປັນ​ບັນ­ຫາ​ຮ້ອນ ແລະ ຄ້າງ​ຄາ​ໃຈ​ຂອງ​ພະ­ນັກ­ງານ​ລັດ​ຖະກອນ​ມາ​ຫລາຍ​ເດືອນ ໂດຍ​ສະ­ເພາະ​ພາຍຫລັງ​ທີ່​ຮ່ວງ​ເງິນ​ອຸດ​ຫນູນ 760.000  ກີບ​ຖືກ​ຕັດ​ໄປ, ເບື້ອງ​ລັດ­ຖະ­ບານ​ຂໍ​ລັດຖະ​ກອນ​ອົດ­ທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ປະ­ຈຸ​ບັນ​ ກຳ­ລັງ​ຄົ້ນ­ຄວ້າ​ເຊື່ອ​ວ່າ ການ​ປັບ­ປຸງ​ເງິນ­ເດືອນ​ໃນ​ແຜນ​ໃຫມ່ ຕ້ອງ​ມີ​ລັກ­ສະ­ນະ​ຕັ້ງ­ຫນ້າ.
   ຈາກ​ຄວາມ​ພະ­ຍາ­ຍາມ​ຂອງ​ພັກ-ລັດ­ຖະ­ບານ​ໃນ​ການ​ປັບ­ປຸງ​ເງິນ­ເດືອນ, ເພີ່ມ​ຄ່າ​ຄອງ​ຊີບ​ຫລາຍ​ຄັ້ງ ເພື່ອ​ແກ້​ໄຂຊີ­ວິດ​ການ​ເປັນ​ຢູ່​ຂອງ​ພະ­ນັກ­ງານ-ລັດຖະ​ກອນມາ​ຮອດ​ຕົ້ນ​ສົກ​ ງົບ­ປະ­ມານຜ່ານ​ມາ ລັດ­ຖະ­ບານ​ກໍ່​ໄດ້​ເພີ່ມ​ດັດ​ຊະນີ​ເງິນ­ເດືອນ ແລະ ໃຫ້​ນະ­ໂຍ­ບາຍ​ອຸດຫນູນ​ພະ­ນັກ­ງານ-ລັດ­ຖະ­ກອນ 760.000 ກີບ​ຕໍ່​ຄົນ​ຕໍ່​ເດືອນ ເຊິ່ງ​ໄດ້ສ້າງ​ຄວາມ​ເພິ່ງ​ພໍ­ໃຈ​ບໍ່​ຫນ້ອຍ​ແກ່​ຜູ້ໄດ້​ຮັບ​ນະ­ໂຍ­ບາຍ​ ດັ່ງ­ກ່າວ ແຕ່​ຜ່ານການ​ປະ­ຕິ­ບັດ​ຕົວ​ຈິງ​ໃນ​ຫນຶ່ງ​ປີ­ຜ່ານ­ມາ ເຫັນ​ວ່າ​ມີ​ຂໍ້​ຫຍຸ້ງ­ຍາກເພາະ​ຕ້ອງ​ໃຊ້​ງົບປະ­ມານ​ຈຳ­ນວນ​ຫລາຍລັດ​ບໍ່​ມີ​ ງົບ​ພຽງພໍ ​ຈິ່ງ​ຈຳ­ເປັນ​ໄດ້​ຢຸດ​ປະ­ຕິ­ບັດ​ຮ່ວງ​ເງິນອຸດ​ຫນູນ​ດັ່ງ­ກ່າວ​ນັ້ນ​ໄວ້​ ກ່ອນ  ແລະ ຫລັງຈາກ​ນັ້ນ​ໄດ້​ມີ​ຫາງ​ສຽງ​ກັບ​ຄຳ​ຖາມ ຕາມ​ມາ​ຢ່າງ​ຫລວງ­ຫລາຍ.
   ຢ່າງ­ໃດ​ກໍ່​ຕາມ ທັງ​ຫມົດ​ທັງ​ມວນຂອງ​ບັນ­ດາ​ຄຳ​ຖາມ ທ່ານ ທອງ​ສິງ ທຳມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ​ແຫ່ງ ສປປ ລາວ ໄດ້​ໃຫ້​ຄຳ​ຕອບ​ວ່າ:
ເງິນ­ເດືອນ, ເງິນ​ອຸດ​ຫນູນ ແລະ ເງິນ​ນະ­ໂຍ­ບາຍຕ່າງໆ​ແມ່ນ​ຫນຶ່ງ​ໃນ​ນະ­ໂຍ­ບາຍ​ສຳ­ຄັນຂອງ​ພັກ-ລັດ​ເຮົາ, ສ່ອງ​ແສງ​ໃຫ້​ເຫັນເຖິງ​ຄ່າ​ຕອບ​ແທນ​ໃຫ້​ພະ­ນັກ­ງານ-ລັດຖະ​ກອນ, ທະ­ຫານຕຳ­ຫລວດ, ພະ­ນັກ­ງານ​ບຳ­ນານ​ທີ່​ໄດ້​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ປະ­ຕິ­ບັດ​ຫນ້າ­ທີ່ ທີ່​ທາງ​ການ​ມອບ​ຫມາຍ​ໃຫ້, ນະ­ໂຍ­ບາຍເຫລົ່າ­ນັ້ນ ແມ່ນ​ແນ­ໃສ່​ຮັບ­ປະ­ກັນ​ໃຫ້­ການດຳ­ລົງ​ຊີ­ວິດ ແລະ ການ­ເຄື່ອນ­ໄຫວ​ວຽກຂອງ​ພະ­ນັກ­ງານ​ປະ­ຈຳ­ການ ແລະ ບໍ່​ປະຈຳ​ການ​ດຳ­ເນີນ​ໄປ​ດ້ວຍ​ດີ.
   ສ່ວນ​ສົກ 2013-2014 ນີ້ ຍັງ​ຕ້ອງໄດ້​ຮັກ­ສາ​ຮ່ວງ​ເງິນ­ເດືອນ 8.800 ຕື້​ກີບ ທີ່​ສະ­ພາ​ແຫ່ງ​ຊາດ​ຮັບ­ຮອງ​ໄວ້​ຄື­ເກົ່າ, ຮັກສາ​ຊັ້ນ ແລະ ເງິນ­ເດືອນ​ໄວ້, ແຕ່​ເພີ່ມ​ເງິນເດືອນ​ຕື່ມ 6.700 ກີບ​ຕໍ່​ດັດ­ຊະ­ນີ.
   ເພື່ອ​ເປັນ​ກົນ​ໄກ​ໃນ​ການ​ຄົ້ນ­ຄວ້າ​ປັບ ປຸງ​ເງິນ­ເດືອນ​ໃຫມ່ ລັດ­ຖະ­ບານ​ໄດ້​ສ້າງຕັ້ງ​ຄະ­ນະ​ຮັບ­ຜິດ­ຊອບ​ລະ­ດັບ​ຊາດ​ຄົ້ນຄວ້າ​ໂດຍ​ເລີ່ມ​ ແຕ່​ໄຕ​ມາດ 2 ຂອງສົກ​ງົບ­ປະ­ມານ​ນີ້​ເປັນ­ຕົ້ນ​ໄປ ຫລັງ​ຈາກນັ້ນ​ຈິ່ງ​ນຳ­ໄປ​ຜ່ານ​ກອງ​ປະ­ຊຸມ​ລັດ​ຖະບານ ແລະ ສະ­ເຫນີ​ໃຫ້​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ​ພິ­ຈາ­ລະ­ນາ​ໃນ​ຂັ້ນ​ຕໍ່​ໄປ. ແນວ­ໃດ​ກໍ່​ດີ ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ກ່າວ​ວ່າ: ທິດ​ທາງ​ການ​ປັບ­ປຸງ​ເງິນ­ເດືອນໃນ​ໄລ­ຍະ​ຍາວ​ສຳ­ລັບ​ແຜນ­ການ 5 ປີ ຄັ້ງ​ທີ 8 ແມ່ນ​ຈະ​ໄດ້​ຄົ້ນ­ຄວ້າ​ໃຫ້​ມີ​ລັກສະ​ນະ​ຕັ້ງ­ຫນ້າ, ຄົບ​ຊຸດ ແລະ ມີ​ວິ​ທະຍາ​ສາດ.
   ສຳ­ລັບ​ໄລ­ຍະ​ນີ້ ຂໍ​ໃຫ້​ພະ­ນັກ­ງານລັດ­ຖະ­ກອນ​ທຸກ​ຖ້ວນ​ຫນ້າ​ຈົ່ງ​ເຫັນ​ອົກເຫັນ­ໃຈ ແລະ ເຂົ້າ­ໃຈ​ໃນ​ຄວາມ​ຈຳ­ເປັນຂອງ​ລັດ­ຖະ­ບານ  ພ້ອມ​ກັນ​ຜ່ານ​ຜ່າ​ຄວາມຫຍຸ້ງ­ຍາກ​ນີ້​ໄປ​ໃຫ້​ໄດ້ ແລະ ແນ່­ນອນ​ວ່າ ພວກ​ເຮົາ​ຈະ​ມີ​ທາງ​ອອກ​ທີ່​ດີ​ຕໍ່​ໄປ​ໄດ້, ທ່ານ ທອງ​ສິງ ທຳ​ມະ​ວົງ ກ່າວ.

ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ