7.1.14

ແຂວງ ຫົວພັນ ມີຫລາຍສິ່ງທີ່ໜ້າສົນໃຈ

ໃນໂອກາດເດີນທາງໄປເຄື່ອນໄຫວສ້າງກິດຈະກຳ ຕາມຕົ້ນ ກຳເນີດກອງລາດຊະວົງ ກໍ່ຄືຕົ້ນກຳເນີດກອງທັບປະຊາຊົນ ລາວ ໃນລະຫວ່າງ 25-28/2013 ແລະ ທັງເປັນຂະບວນ ການຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 65 ປີ 20/01/1949-20/ 01/2014 ໜັງສືພິມກອງທັບປະຊາຊົນລາວ ສົມທົບກັບອົງການຈັດຕັ້ງມາຫາຊົນ ກົມ ກອງແຮກສ່ຽວ ລັດວິສາຫະກິດໄປສະນີລາວ ແລະ ໜັງສືພິມວຽງຈັນໃໝ່ ນອກນັ້ນຍັງ ມີເພື່ອຮ່ວມເດີນທາງນຳລວມ 16 ທ່ານ ໄປສູ່ແຂວງ ຫົວພັນ, ຈຸດໝາຍການການໄປຄັ້ງນີ້ ແມ່ານເພື່ອແລກປ່ຽນຖອດຖອນບົດຮຽນວຽກງານອົງການຈັດຕັ້ງມະຫາຊົນ ແລະ ທັດ ສະນະສຶກສາ ພ້ອມຈັດກິດຈະກຳຫຼີ້ນກິລາ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຄະ ນະພັກຄະນະກອງບັນຊາການທະຫານແຂວງ ຫົວພັນ.

   ຖືວ່າເປັນຄັ້ງທຳອິດຂອງຜູ້ຂຽນທີ່ໄດ້ເດີນທາງໄປແຂວງ ຫົວພັນ ເຊິ່ງແຂວງ ຫົວພັນ ເປັນແຂວງໜິ່ງຕັ້ງຢູ່ທາງພາກເໜືອຂອງລາວ ຫ່າງຈາກນະຄອນຫຼວງ ວຽງຈັນປະມ່ານ 600 ກິໂລແມັດ ປະກອບມີຫຼາຍຊົນເຜົ່າເປັນແຂວງທີ່ມີພູມີປະເທດສ່ວນໃຫ່ຍເປັນພູ ດອຍເຕັມໄປດ້ວຍປ່າໄມ້ຂຽວງາມ ຫ້ວຍນ້ຳລຳເຊອຸດົມສົມບູນແຂວງດັ່ງກ່າວປະກອບມີ 9 ເມືອງ.
   ສຳລັບເສັ້ນທາງໄປດ້ວຍລົດຈາກນະຄອນຫຼວງ ວຽງຈັນ ໄປທາງແຂວງ ວຽງຈັນ ຫຼື ທາງແຂວງ ບໍລິຄຳໄຊກໍ່ໄດ້ ເຊິ່ງເຂດນີ້ມີຄວາມຫຍຸ້ງຍາກແດ່ ເພາະມີບາງຈຸດເສັ້ນທາງເປ່ ເພ ພັກ-ລັດກໍ່ມີແຜນປັບປຸ່ງໃໝ່ ຖ້າການປັບປຸ່ງສ້ອມແປງເສັ້ນທາງດັ່ງກ່າວສຳເລັດ ກໍ່ຈະ ສະດວກ ແລະ ປະຢັດເວລາໃນການເດີນທາງ ປຸຈຸບັນໃຊ້ລົດສວ່ນຕົວເດີນທາງໄປແມ່ນ ໃຊ້ເວລາປະມ່ານ 14 ຊົ່ວໂມງ.
   ຊຳເໜືອເປັນເມືອງເອກຂອງແຂວງ ຫົວພັນ ອຸດົມສົມບູນໄປດ້ວຍປ່າໄມ້ພູດອຍກວມ 90% ມີຫລາຍຊົນເຜົ່າອາໄສຢູ່ຮ່ວມກັນຢ່າງເປັນສຸກ ມີຄວາມສາມັກຄີ ສ້າງສາພັດທະ ນານັບມື້ຫັນສູ່ຄວາມທັນສະໄໝເປັນກ້າວໆ ຢູ່ຊຳເໜືອຈຳສຳພັດໄດ້ອາກາດທີ່ໜາວເຢັນ ຕະຫຼອດປີ ຍິ່ງຢູ່ໃນໄລຍະລະດູໜາວມັກຈະມີນ້ຳໝອກຕະຫຼອດວັນ.
    ເມືອງ ຊຳເໜືອນັບມື້ມີການພັດທະນາ ແລະ ກາຍເປັນຈຸດຊຸມຊົນເຊັ່ນດຽວກັບຕົວ ເມືອງອື່ນໆ ຂອງແຂວງ ແຕ່ລັກສະນະພິເສດກໍ່ມີດ້ານພູມສັນຖານ ແລະ ຄວາມສະໝານ ສາມັກຄີອັນໜຽວແໜ້ນ ມີວັດທະນາທຳຂະໜົບທຳນຽມປະເພນີອັນດີງາມ ມີນ້ຳໃຈຮັກ ຊາດຮັກບ້ານເກີດເມືອງນອນ.
    ນັບແຕ່ປະເທດລາວໄດ້ຮັບການປົດປ່ອຍມາຮອດປະຈຸບັນແຂວງ ຫົວພັນກໍ່ໄດ້ສືບຕໍ່ ພັດທະນາມາຢ່າງບໍ່ຢຸດຢັ້ງ ໂດຍຖືເອົາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບເພື່ອ ສ້າງເງື່ອໄຂໃຫ້ແຂວງ ຫົວພັນມີຄວາມສະຫງົບ ແລະ ຖືເອົາວຽກງານປູກຝັງ-ລ້ຽງສັດ ແລະ ຄ້າຂາຍເພື່ອສ້າງຄວາມຮັ່ງມີ ແລະ ເຂັ້ມແຂງທາງດ້ານເສດຖະກິດເຮັດໃຫ້ບ້ານບ້ານ ເມືອງມີຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນມີຊິວິດການເປັນຢູ່ທີ່ດີຂື້ນ.
    ດ່ຽວນີ້ເມືອງ ຊຳເໜືອມີທີ່ພັກ ແລະ ຮ້ານອາຫານເກີດຂື້ນຫລາຍ ເສັ້ນທາງມີການປັບ ປຸ່ງ ພື້ນຖານໂຄງລ່າງແມ່ນໄດ້ຮັບການພັດທະນາ ໜື່ງໃນຈຸດພິເສດທີ່ເປັນເອກະລັກມີ ໜ່ວຍແກ້ວຕັ້ງສະຫງ່າໃນຕົວເມືອງສະທ້ອນເຖິງຄວາມອຸດົມສົມບູນຮັ່ງມີ ນ້ຳໃຈອັນປະ ເສີດອັນກ້າແກ່ນຂອງຊາວແຂວງ ຫົວພັນ.
    ເລື່ອງອາຫານການກິນມີລັກສະນະສະເພາະໂລດເດັ່ນ ເຊັ່ນ: ລາບຊຳເໜືອ, ແຈ່ວປາ ບ້ຳຊຳເໜືອ, ໝ້ຳ, ອົ່ວ. ໜັງຍຳ ແລະ ອີກອັນໜື່ງຄືຢ່າລື່ມຖາມຫາເຂົ້າໄກ່ນ້ອຍ.
    ດວ້ຍຈຸພິເສດຂອງວາດຊົງແບບແຜນການດຳລົງຊິວິດທີ່ນີ້ມນວນ ອອ່ນຫວານ ໂດຍ ພີ້ນຖານຮີດຄອງປະເພນີວັດທະນາທຳຂອງປະຊາຊົນບັນດາເຜົ່າ ທີ່ເປັນເອກະລັກສະ ເພາະພື້ນເມືອງຂອງແຂວງ ບໍ່ວ່າຈະເປັນປະເພນີການນຸ່ງຖື ແລະ ພິເສດແມ່ນການຂັບຊຳ ເໜືອທີ່ເປັນເອກະລັກສະເພາະປະຈຳ ແຂວງ ຫົວພັນ ຕະຫລອດຮອດອາຫານການກິນ ເຊັ່ນ: ໜັງຍຳ, ແຈ່ວປາບ້ຳ, ເຂົ້າໄກ່ນ້ອຍເຊີ່ງເປັນອາຫານພື້ນເມືອງທີ່ໃຜໆ ເມື່ອມາຮອດ ມາເຖີ່ງຖິ່ນຊຳເໜືອກໍ່ຕ້ອງໄດ້ຊອກຫາຊື້ເປັນຂອງຕອ້ນຂອງຝາກຕິດມືບາດຕອນຂາກັບ ຍິ່ງໄປກວ່ານັ້ນ ຖ້າທ່ານຫາກໄດ້ໄປເມືອງ ວຽງໄຊ ຢ່າລືມເຂົ້າແວ່ຊົມຖ້ຳທີ່ບ່ອນອາໄສ ຂອງບັນດາທ່ານຜູ້ນຳລາວ ແລະ ບັນດານັກຮົບນິລະນາມ ໃນສະໄໝສົງຄາມຕໍ່ສູ້ກູຊາດ ຊື່ງເປັນເຂດທີ່ໝັ້ນທາງປະຫວັດສາດ ທັງໄດ້ຫວນຄືນເຖິ່ງວິລະກຳອັນເປັນມູນເຊື້ອອັນອົງ ອາດກ້າແກ່ນ ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງຈັກກະພັດຕ່າງຊາດ.
ບົດໂດຍ: ບ່າວຜູ້ໄທ ( ໜັງສືພີມວຽງຈັນໃໝ່ )