8.1.14

ທ່ານ ດຣ. ບຸນທອງ ຈິດມະນີ ຊີ້ນຳວຽກງານກວດກາຢູ່ແຂວງ ຫົວພັນ

ວັນ​ທີ 6 ມັງ­ກອນ 2014 ທ່ານ ດຣ. ບຸນ​ທອງ ຈິດ​ມະ­ນີ ປະ­ທານ​ກວດ­ກາ​ສູນ​ກາງ​ພັກ, ຫົວ­ຫນ້າ​ອົງ­ການ​ກວດ­ກາ​ລັດ, ຫົວ­ຫນ້າ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ພ້ອມ​ຄະ­ນະ ໄດ້​ເຄື່ອນ​ໄຫວ​ຢ້ຽມ­ຢາມ​ເຮັດ​ວຽກ​ຢູ່​ແຂວງ​ ຫົວ­ພັນ.
        ການ​ມາ​ຢ້ຽມ­ຢາມ​ເຮັດ​ວຽກ​ຄັ້ງ​ນີ້ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະ­ພາບ​ການ­ເຄື່ອນ­ໄຫວ​ປະ­ຕິ­ບັດ​ວຽກ​ງານ​ກວດ­ກາ​ພັກŒກວດ­ກາ​ລັດ​ໃນ​ໄລ­ຍະ​ຜ່ານ​ມາ​ທົ່ວ​ແຂວງ​ຫົວ­ພັນ​ມີ 887 ຫນ່ວຍ​ພັກ, ທຽບ­ໃສ່​ປີ 2012 ເພີ່ມ​ຂຶ້ນ 100 ຫນ່ວຍ, ມີ​ຫນ່ວຍ​ພັກ​ເຂັ້ມ­ແຂງ​ຮູ້​ນຳ­ພາ​ຮອບ­ດ້ານ ແລະ ຫນ່ວຍ​ພັກ​ແຂງ 338 ຫນ່ວຍ, ເພີ່ມ​ຂຶ້ນ 38 ຫນ່ວຍ, ຫນ່ວຍ​ພັກ​ກາງ 130 ຫນ່ວຍ, ອ່ອນ 5 ຫນ່ວຍ ແລະ ບໍ່​ໄດ້​ຈັດ​ແບ່ງ​ປະ­ເພດ​ຈຳ­ນວນຫນຶ່ງ, ມີ​ສະ­ມາ­ຊິກ​ພັກ​ທັງ​ຫມົດ 12.312 ສະ­ຫາຍ ທຽບ­ໃສ່​ປີ 2012 ເຫັນ​ວ່າເພີ່ມ​ຂຶ້ນ 821 ສະ­ຫາຍ; ມີ​ສະ­ມາ­ຊິກ​ພັກ​ແຂງ​ຮູ້​ນຳ­ພາ​ຮອບ­ດ້ານ ແລະ ແຂງ 8.998 ສະ­ຫາຍ, ກາງ 1.141 ສະ­ຫາຍ, ອ່ອນ 69 ສະ­ຫາຍ, ເສຍ​ທາດ 50 ສະ­ຫາຍ.

       ການ​ປະ­ຕິ­ບັດ​ວຽກ​ງານ​ກວດ­ກາ​ພັກŒກວດ­ກາ​ລັດ​ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດŒສັງ­ຄົມ​ຂອງ​ແຂວງ, ກວດ­ກາ​ບັນ­ດາ​ໂຄງ­ການ​ພື້ນ­ຖານ​ໂຄງ​ລ່າງ, ການ​ຂຸດ​ຄົ້ນ​ແຮ່​ທາດ, ການ​ເກັບ​ທ້ອນ​ໄມ້​ຕົກ​ຄ້າງ, ການ​ຄຸ້ມ​ຄອງ​ລາຍ​ຮັບ​ລາຍ​ຈ່າຍ​ດ້ານ​ງົບ­ປະ­ມານ ແລະ ວຽກ​ງານ​ອື່ນໆ.
       ຜ່ານ​ການ​ກວດ­ກາ​ເຫັນ​ໄດ້​ບັນ­ດາ​ພະ­ແນກ­ການ, ອົງ­ການ​ກ່ຽວ­ຂ້ອງ​ຂອງ​ແຂວງ ແລະ ຂັ້ນ​ເມືອງ​ໄດ້​ເອົາ­ໃຈ­ໃສ່​ປະ­ຕິ­ບັດ​ຕາມ​ລະ­ບຽບ​ກົດ­ຫມາຍ, ຕາມ​ການ​ອະ­ນຸ­ມັດ​ຂອງ​ຂັ້ນ​ເທິງ​ເປັນ​ຢ່າງ​ດີ, ບັນ­ດາ​ໂຄງ­ການ​ກໍ່­ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ສ່ວນ​ຫລາຍ​ປະ­ຕິ­ບັດ​ໄດ້​ສຳ­ເລັດ​ເຮັດ​ໃຫ້​ແຂວງ​ຫົວ­ພັນ​ມີ​ລັກ­ສະ­ນະ​ກ້າວ​ກະ­ໂດດ​ເມື່ອ​ທຽບ­ໃສ່​ປີ­ຜ່ານ­ມາ.
       ຈາກ​ຈຸດ​ດີ​ຍັງ​ມີ​ປາ­ກົດ­ການ​ຫຍໍ້­ທໍ້​ທີ່ ເປັນ​ການ​ສໍ້​ລາດ​ບັງ​ຫລວງ​ເກີດ​ຂຶ້ນ​ໃນຖັນ​ແຖວ​ພະ­ນັກ­ງານ​ທີ່​ສໍ້​ໂກງ​ເງິນ​ຂອງ​ລັດ ເຊິ່ງ​ມີ​ຜູ້​ຕ້ອງ​ຫາ​ທັງ​ຫມົດ 61 ຄົນ, ພົບ​ເງິນ​ເສຍ​ຫາຍ 20 ກວ່າ​ຕື້​ກີບ ແລະ 376.000 ພັນ​ໂດ​ລາ ແລະ ສາ­ມາດເກັບ​ເງິນ​ຄືນ​ມາ​ໄດ້​ພຽງ​ແຕ່ 9 ຕື້​ກີບ. ໃນ​ນີ້ ຍັງ​ໄດ້​ສັ່ງ​ຟ້ອງ​ສານ​ຕັດ­ສິນ 20 ຄົນ, ລົງ​ວິ­ໄນ​ບໍ­ລິ­ຫານ, ປົດ​ຊັ້ນ, ໂຈະການ​ເລື່ອນ​ຊັ້ນŒເລື່ອນ​ຂັ້ນ, ກ່າວ​ເຕື່ອນ 41 ຄົນ.
         ໂອ­ກາດ​ມາ​ຢ້ຽມ­ຢາມ ແລະ ເຮັດວຽກ​ຄັ້ງ​ນີ້​ທ່ານ ດຣ. ບຸນ​ທອງ ຈິດ​ມະ­ນີ ໄດ້​ມີ​ຄຳ​ໂອ​ລົມເຊິ່ງ​ທ່ານ​ໄດ້​ເນັ້ນ​ຫນັກໃຫ້​ຄະ­ນະ​ພັກ​ອຳ­ນາດ​ການ​ປົກ­ຄອງນັບ​ແຕ່​ຂັ້ນ​ແຂວງ​ລົງ​ຮອດ​ທ້ອງ­ຖິ່ນຕ້ອງ​ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ, ສ້າງຖັນ​ແຖວ​ພະ­ນັກ­ງານ​ກວດ­ກາ​ໃຫ້​ມີຄວາມ​ເຂັ້ມ­ແຂງ​ຫນັກ​ແຫນ້ນເພື່ອ​ເຮັດໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ວຽກ​ງານ​ມີຄວາມ​ສອດ­ຄ່ອງ​ສະ­ດວກ​ເພາະ​ວຽກງານ​ກວດ­ກາ​ເປັນ​ວຽກ​ງານ​ສຳ­ຄັນ​ທີ່​ຕ້ອງ​ໄດ້​ເຮັດ​ເປັນ​ປົກ­ກະ­ຕິ​ໃນ​ການກວດ­ກາ ເພື່ອ​ຄວາມ​ຖືກ­ຕ້ອງ​ປອດ​ໃສໃນ​ຖັນ​ແຖວ​ພະ­ນັກ­ງານ​ສະ­ມາ­ຊິກ​ພັກ, ພະ­ນັກ­ງານ​ລັດ­ຖະ­ກອນ ແລະ ສິ່ງ​ສຳຄັນ​ຄື​ເຮັດ​ຫນ້າ­ທີ່​ປົກ​ປ້ອງ​ສິດ​ຜົນ​ປະໂຫຍ​ດລວມ​ຂອງ​ຊາດ, ປະ­ຊາ­ຊົນ ເພື່ອຕ້ານ​ການ​ຖືກ​ສໍ້​ໂກ້ງ.
          ເຂົ້າ​ຮ່ວມ​ຮັບ​ຟັງ​ຄັ້ງ​ນີ້​ມີ​ການ​ນຳແຂວງ, ຜູ້​ເຮັດ​ວຽກ​ງານ​ກວດ­ກາ​ພັກŒກວດ­ກາ​ລັດ, ອົງ­ການ​ທຽບ​ເທົ່າ, ເມືອງ ຊຳ​ເຫນືອ​ເຂົ້າ​ຮ່ວມ.
ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ