15.1.14

ຄະນະຄາຣາວານຢ້ຽມຊົມບັນດາ ຖໍ້າຜູ້ນໍາທີ່ເປັນເຂດທີ່ໝັ້ນເມືອງ ວຽງໄຊ

ຄະນະກຳລັງຢ້ຽມຊົມຖ້ຳທ່ານ ປະທານ ໄກ່ສອນ ພົມວິຫານ
ວັນທີ 11 ມັງກອນ 2014, ຄະນະຜູ້ແທນຂະບວນ ຄາຣາວານຄືນສູ່ຖິ່ນກຳເນີດກອງ ທັບປະຊາຊົນລາວ ແຂວງວຽງຈັນ - ຊຽງຂວາງ - ຫົວພັນ, ຊຶ່ງນຳໂດຍ ທ່ານ ສຈ.ດຣ. ບໍ່ແສງຄຳ ວົງດາລາ, ລັດຖະມົນຕີວ່າ ການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ແລະ ທ່ານພົນຕີ ຈັນສະຫມອນ ຈັນຍາລາດ ລັດຖະມົນຕີຊ່ວຍວ່າການກະຊວງ ປ້ອງກັນປະເທດ, ທ່ານ ຄຳຮຸ່ງ ເຮືອງວົງສີ, ເຈົ້າແຂວງ ແຂວງ ຫົວພັນ ໄດ້ດຳເນີນການຢ້ຽມ ຢາມຊົມແຫລ່ງທ່ອງທ່ຽວທາງ ປະຫວັດສາດ ຂອງແຂວງ ຫົວພັນ ໂດຍສະເພາະ ແມ່ນສະຖານທີ່ທ່ອງທ່ຽວ ຖ້ຳປະຫວັດສາດ ບັນດາທ່ານ ຜູ້ນຳການປະຕິວັດໃນເມື່ອກ່ອນ, ທີ່ຕັ້ງຢູ່ໃນ ເທດສະ ບານເມືອງວຽງໄຊແຂວງຫົວພັນ. ໃນການຢ້ຽມຢາມຄັ້ງນີ້ ຄະນະດັ່ງກ່າວໄດ້ຢ້ຽມຢາມຖ້ຳຕ່າງໆ ດັ່ງນີ້: 
 - ຖ້ຳທ່ານປະທານ ໄກສອນ ພົມວິຫານ, ຖ້ຳນີ້ມີຊື່ວ່າ: ຖ້ຳຜາຫານຕັ້ງຢູ່ຫນ້າ ຜາທີ່ ສູງຊັນ, ທ່ານປະທານ ໄກສອນ ພົມວິຫານ ແລະ ຄອບຄົວໄດ້ເຂົ້າມາຢູ່ຖ້ຳແຫ່ງນີ້ໃນໄລຍະປີ 1964 - 1973, ໃນເວລານັ້ນ ທ່ານ ປະທານ ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຂອງ
ພັກປະຊາຊົນ ປະຕິວັດລາວ ແລະ ຕໍ່ມາກໍ່ເປັນນາຍົກ ລັດຖະມົນຕີຄົນທຳອິດ ຂອງ ສປປ ລາວ, ພາຍໃນຖ້ຳມີຫ້ອງນອນ, ຫ້ອງປະຊຸມ, ຫ້ອງພັກຜ່ອນ, ຫ້ອງຄົວກິນ, ບ່ອນກິນເຂົ້າ, ຫ້ອງສຸກເສີນເພື່ອຫລົບ ຫລີກ ລະເບີດເຄມີ, ຫ້ອງນ້ຳ ແລະ ຫ້ອງປ້ອງກັນເວນຍາມ, ຢູ່ບໍລິເວນຕີນຜາອັນເປັນທີ່ຕັ້ງຂອງຖ້ຳມີອາຄານ 2 ຫລັງທີ່ ສ້າງຂຶ້ນພາຍຫລັງ ມີສັນຍາຢຸດຍິງໃນເດືອນມັງກອນ ປີ 1973 ເພື່ອເປັນບ່ອນຢູ່ອາໄສ ແລະ ຈັດກອງປະຊຸມ, ພ້ອມກັນນັ້ນກໍ່ມີສວນດອກໄມ້ກວ້າງຂວາງ ຮົ່ມເຢັນດ້ວຍຕົ້ນໄມ້ນາໆຊະນິດ.

 - ຖ້ຳທ່ານປະທານ ສຸພານຸວົງ, ຖ້ຳນີ້ຊື່ວ່າ: ຖ້ຳປຸ່ງລວກໃຕ້, ທ່ານປະ ທານ ສຸພານຸວົງ ໄດ້ເຂົ້າ ໄປອາ ໄສຢູ່ ຖ້ຳແຫ່ງນີ້ໃນໄລຍະປີ 1964 - 1973 ແລະ ທ່ານໄດ້ດຳລົງຕຳແຫນ່ງເປັນກົມການເມືອງສູນ ກາງ ພັກ, ປະທານແນວລາວຮັກຊາດ, ບໍລິເວນດ້ານຫນ້າຂອງຖ້ຳມີສວນປະກອບດ້ວຍຕົ້ນດອກຈຳປາ, ຕົ້ນຫມາກກ້ຽງລຽງ ລາຍເດຍລະດາດ ແລະ ຕົ້ນດອກໄມ້ທີ່ມີໃບສີແດງເຮື່ອງເຮືອໄປທົ່ວພື້ນດິນ, ອັນເປັນສັນຍາລັກຂອງເລືອດ ປະຊາຊົນລາວທີ່ອາບທາຜືນແຜ່ນດິນລາວ, ໂດດ ເດັ່ນໄປກວ່ານັ້ນແມ່ນຂຸມລະເບີດຂະຫນາດໃຫຍ່ທີ່ຖືກຕົບແຕ່ງ ເປັນອ່າງຮູບຫົວໃຈ.

 - ຖ້ຳທ່ານ ຫນູຮັກ ພູມສະຫວັນ ຊຶ່ງທ່ານ ຫນູຮັກ ພູມສະຫວັນ ໄດ້ເຂົ້າ ມາອາໄສຢູ່ຖ້ຳແຫ່ງນີ້ໃນໄລຍະປີ 1964 - 1973 ແລະ ດຳລົງຕຳແຫນ່ງເປັນ ກົມການເມືອງສູນກາງພັກ, ເປັນລັດຖະມົນຕີກະຊວງການເງິນ. 

 - ຖ້ຳທ່ານ ພູມີ ວົງວິຈິດ ຖ້ຳນີ້ມີຊື່ ວ່າ: ຖ້ຳລວກຟາດ, ທ່ານ ພູມີ ວົງວິຈິດໄດ້ເຂົ້າໄປອາໄສຢູ່ຖ້ຳແຫ່ງນີ້ ໃນໄລຍະປີ 1964 - 1973 ເວລານັ້ນທ່ານເປັນກົມການ ເມືອງສູນ ກາງພັກ, ລັດຖະມົນຕີກະຊວງສຶກສາ ແລະ ສາທາລະນະສຸກ. 

 - ຖ້ຳທ່ານ ຄຳໄຕ ສີພັນດອນ, ຖ້ຳນີ້ມີຊື່ ວ່າ: ຖ້ຳຜາບ່ອງ, ທ່ານໄດ້ເຂົ້າ ໄປອາໄສຢູ່ຖ້ຳແຫ່ງນີ້ໃນໄລຍະປີ 1964 - 1973. ເວລານັ້ນທ່ານເປັນກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ.

 - ຖ້ຳຊ້າງລອດ ເຊິ່ງໃນໄລຍະແຫ່ງການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບໃຫມ່ ແລະ ລູກມືແຕ່ປີ 1964 - 1973, ກອງບັນຊາການສູງສຸດຂອງກອງທັບປະຊາຊົນລາວ ພາຍໃຕ້ການບັນຊາຂອງທ່ານ ຄຳໄຕ ສີພັນດອນ ມີສຳນັກງານຕັ້ງຢູ່ໃນຖ້ຳທີ່ໃຫຍ່ທີ່ສຸດຂອງເຂດສູນກາງນາໄກ່, ຖ້ຳຊ້າງລອດ. ຊື່ນີ້ມີຄວາມຫມາຍວ່າ: ຖ້ຳນີ້ກວ້າງ ໃຫຍ່ຈົນວ່າຝູງຊ້າງສາມາດລອດຜ່ານໄດ້, ຖ້ຳແຫ່ງນີ້ເປັນບ່ອນຢູ່ອາໄສທີ່ກວ້າງຂວາງປະກອບດ້ວຍບັນດາອຸໂມງ ໃຕ້ດິນທີ່ເຊື່ອມຕໍ່ເຂົ້າກັນ, ໃນລະດູຝົນຈະມີນ້ຳ ໄຫຼຜ່ານສຽດເຊາະອຸໂມງຫີນເຫຼົ່ານີ້ໃນໄລຍະສົງຄາມ, ຢູ່ແຫ່ງນີ້ ແມ່ນມີທະຫານເປັນພັນໆຄົນ, ໃນນັ້ນລວມທັງຈຳນວນຜູ້ທີ່ຜ່ານໄປມາ ເພື່ອອອກສູ່ແນວຫນ້າ ແລະ ຜູ້ຢູ່ປະຈຳ ທີ່ເພື່ອປະຕິບັດຫນ້າທີ່ປ້ອງກັນທີ່ຫມັ້ນວຽງໄຊ.

 - ພ້ອມກັນນັ້ນຄະນະດັ່ງກ່າວຍັງໄດ້ຢ້ຽມຢາມຖ້ຳ ທ່ານຜູ້ນຳອີກ ຫລາຍແຫ່ງເຊັ່ນ: ຖ້ຳທ່ານ ພູນ ສີປະເສີດ, ຖ້ຳ ທ່ານ ສີສະຫວາດ ແກ້ວບຸນພັນ, ຖ້ຳທ່ານ ສີທົນ ກົມມະດຳ ແລະ ຖ້ຳ ທ່ານ ໄຟດ່າງ ລໍເບຼຍຢາວ. ໃນໂອກາດທີ່ເຄື່ອນໄຫວຢ້ຽມຢາມບັນດາຖ້ຳຜູ້ນຳຄະນະຍັງໄດ້ມອບເງິນສົດ ແລະ ເຄື່ອງຊ່ວຍເຫລືອຈຳນວນ ຫນຶ່ງເພື່ອປະກອບສ່ວນຊຸກຍູ້ບູລະນະຮັກສາບັນດາຖ້ຳຕ່າງໆເພື່ອໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທາງປະຫວັດສາດ ທີ່ສົນໃຈ ແລະ ມີຄວາມສວຍງາມ.

ແຫລ່ງຂ່າວຈາກ : ໜັງສືພີມປະຊາຊົນ