17.1.14

ປະກາດ​ກຸ່ມ​ບ້ານ​ ຊຽງ​ຄູນ​ ເມືອງ​ ແອດ ​ເປັນ​ກຸ່ມ​ບ້ານ​ວັດທະນະ​ທຳ

ຮູບ : ປະກອບ
ຂປລ. ພິທີປະກາດກຸ່ມ​ບ້ານ​ຊຽງຄູນ ​ເມືອງ​ແອດ ແຂວງຫົວພັນ ເປັນ​ກຸ່ມ​ບ້ານ​ວັດທະນະທຳ​ກຸ່ມ​ທຳ​ອິດ​ຂອງ​ເມືອງ​ເປັນ​ກຸ່ມ​ທີ 3​ ຂອງ​​ແຂວງ​ ໄດ້ຈັດຂຶ້ນໃນວັນ​ທີ 14 ​ເດືອນ​ມັງກອນ ​ປີ 2014 ​ນີ້, ເຂົ້າຮ່ວ​ມ ພິທີ​ມີ​ທ່ານ ຕົງ​ລີ​ເຕັ່ງ ​ເຈົ້າ​ເມືອງໆ​ແອດ, ມີ​ຮອງ​ຫົວໜ້າ ພະ​ແນ​ກຖະ​ແຫລງຂ່າວ - ວັດທະນະທຳ ​ແລະ ທ່ອງ ​ທ່ຽວ​ແຂວງ, ບັນດາ​ທ່ານ​ການ​ນຳ​ຂັ້ນ​ເມືອງ​ ພ້ອມ​ດ້ວຍ​ ອຳນາດ​ການ​ປົກຄອງ​ບ້ານ, ພໍ່​ແມ່​ປະຊາຊົນ, ​ນັກຮຽນ​ເຂົ້າຮ່ວມ​ຢ່າງ​ພ້ອມພຽງ.
ກຸ່ມ ​ບ້ານ​ຊຽງ​ຄູນ​ ປະກອບ​ມີ 6​ ບ້ານ​ຄື: ບ້ານ​ແທ່ນ​ລວງ, ບ້ານ​ຊຽງ​ຄູນ, ບ້ານ​ນາ​ປາ, ບ້ານ​ກາງ​ຊຽງ​ຄູນ, ​ບ້ານ​​ແຜ້ ​ແລະ ​ບ້ານ​ສໍ​. ໃນ 6 ​ບ້ານ​ມີ 352​ ຫລັງຄາ​ເຮືອນ​ມີ 356​ ຄອບຄົວ​ ມີ​ພົນລະ​ເມືອງ 2.011 ​ຄົນ​ຍິງ 997 ​ຄົນ​ມີ 4​ ຊົນ​ເຜົ່າ​ຢູ່​ຮ່ວມ​ກັນ​ຄື:​ ເຜົ່າ​ລາວ​ລຸ່ມ,​ ເຜົ່າ​ໄຕ​ດຳ,​ ເຜົ່າ​ກຶມ​ມຸ​ ແລະ ​ເຜົ່າ​ມົ້ງ. ຮີດ​ຄອງ​ປະ​ເພນີ​ ແມ່ນນັບຖື​ສາສະໜາ​ພຸດ ​ແລະ ​ຜີ. ທົ່ວກຸ່ມບ້ານ​ປະກອບ​ມີ 6​ ໜ່ວຍ​ພັກ​, ໄດ້​ຮັບ​ໃບ​ຢັ້ງຢືນ​ເປັນ​ໜ່ວຍ​ພັກ​ແຂງ​ຮູ້​ນຳພາ​ຮອບດ້ານ​ມີ 5 ​ໜ່ວຍ​ພັກ ​ແລະ​ ໃບ​ຢັ້ງຢືນ​ເປັນ​ຄອບຄົວ​ວັດທະນະທຳ 300​ ຄອບຄົວ. ​ນອກຈາກ​ນີ້​ ໃນ​ແຕ່​ລະ​ບ້ານ​ມີບັນດາ​ອົງການ​ຈັດ​ຕັ້ງ​ຕ່າງໆ​ເຄື່ອນ​ໄຫວ​ຖືກຕ້ອງ​ຕາມ ​ພາລະ​ບົດບາດ​ຂອງ​ຕົນ​ຢ່າງ​ເປັນ​ປົກກະຕິ.​
ໃນ ​ໄລຍະ​ຜ່ານ​ມາ​ ອາຊີບ​ຂອງ​ປະຊາຊົນ​ໃນ​ທົ່ວ​ກຸ່ມ​ບ້ານ​ໄດ້​ຢຶດຖື​ເອົາ​ການ​ເຮັດ​ນາ​ປູກ​ເຂົ້າ ​ໃນ 2 ​ລະດູ​, ມີ​ເນື້ອ​ທີ່​ນາ​ທັງ​ໝົດ 131 ​ເຮັກຕາ, ​ສະມັດ​ຕະພາບ​ ການ​ຜະລິດ​ເຂົ້າ​ໄດ້ 1.186​ ໂຕນ​, ສະ​ເລ່ຍ​ໃສ່​ພົນລະ​ເມືອງ​ຜູ້​ໜຶ່ງ​ໄດ້​ຮັບ​ເຂົ້າ​ເປືອກ 590​ ກິ​ໂລ​ຕໍ່​ຄົນ​ຕໍ່​ປີ.  ນ​ອກຈາກ​ການ​ປູກ​ເຂົ້າ​ແລ້ວ​ປະຊາຊົນ​ ຍັງ​ໄດ້​ ສຸມ​ໃສ່ການ​ປູກ​ພືດ​ເປັນ​ສິນຄ້າ, ຫັດຖະກຳ​ຫຍິບ​ແສ່ວ, ລ້ຽງສັດ ​ແລະ ອື່ນໆ. ​ເຊິ່ງ​ໄດ້​ສະ​ແດງ​ອອກ​ມີ​ຄອບຄົວ​ຕົວ​ແບບ​ໃນ​ການ​ປູກ​ພືດ​ເປັນ​ສິນຄ້າ 3 ຄອບ ຄົວ, ຄອບຄົວ​ຍົກ​ສະມັດ​ຕະພາບ​ເຂົ້ານາມີ 3 ຄອບຄົວ, ຄອບຄົວ​ຫັດຖະກຳ​ຫຍິບ​ແສ່ວ 2 ຄອບຄົວ, ລວມຍອດ​ຜະລິດ​ຕະພັນ​ທົ່ວ​ກຸ່ມ​ບ້ານ​ໄດ້ເກືອບ 6  ຕື້​ກີບ, ​ສະ​ເລ່ຍໄດ້ເກືອບ 3 ລ້ານ​ກີບ​ຕໍ່ຄົນ​ຕໍ່ປີ. ນອກຈາກ​ນີ້ພາຍ​ໃນ​ກຸ່ມ​ບ້ານ​ຊຽງຄູນ ​ແລະ ສາມ​ກຸ່ມ​ບ້ານ​ອ້ອມ​ຂ້າງ​ຍັງ​ມີ​ເງິນ​ທ້ອນ​ຂັ້ນບ້ານ 400 ກວ່າລ້ານ​ ກີບ​ ໄດ້​ເຮັດ​ໃຫ້ຫລາຍຄອບຄົວ​ ​ມີ​ການ​ພັດທະນາ​ຂຶ້ນ​ເທື່ອ​ລະ​ກ້າວ. ​ສາມາດຫລຸດພົ້ນຈາກ​ຄວາມທຸກ​ຍາກ. ດ້ານ​ວັດທະນະທຳ, ສັງຄົມ, ​ເດັກ​ເກນ​ອາ​ຍຸ​ ໄດ້​ເຂົ້າ​ໂຮງຮຽນ 100%, ກຸ່ມ​ບ້ານ​ມີ​ສຸກສາລາ ​ແລະ ຕູ້​ຢາ​ປະຈຳ​ບ້ານ, ​ໃນ​ຄົວ​ເຮືອນ​ໄດ້​ມີ​ເຄື່ອງ​ໃຊ້​ສອຍ ​ເຮັດ​ໃຫ້​ຊີວິດ​ຂອງ​ພໍ່​ແມ່​ປະຊາຊົນ ​ພາຍ​ໃນ ​ກຸ່ມ​ບ້ານ​ມີ​ຄວາມ​ສະຫງົບ, ມີ​ຄວາມ​ສາມັກຄີ ​ພ້ອມ​ຈະ​ສືບຕໍ່ສ້າ​ງສາ​ພັດທະນາ​ເສດຖະກິດ​ຄອບຄົວ​ໃຫ້​ນັບ​ມື້ດີ​ຂຶ້ນ.
 
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ