21.1.14

ວິລະ​ຊົນລູກຫລານສາຍນ້ຳມ້າ ​​​ຜູ້​ປະກອບສ່ວນ​ເພື່ອປະເທດຊາດ

ທ່ານ ນາງ ​ແພງ​ພອນ ຂັນ​ທະ​ຍົງ​ທອງ
​​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ​ ຄົບຮອບ 65 ປີ ​ໃນ​ວັນ​ທີ 17 ມັງກອນ 2014 ຜ່ານ​ມາ​ນີ້. ທ່ານ ນາງ ​ແພງ​ພອນ ຂັນ​ທະ​ຍົງ​ທອງ ວິລະ​ຊົນ​ແຫ່ງ​ຊາດ​ໄດ້​ໃຫ້​ສຳພາດ ​ແລະ ສະ​ແດງ​ຄວາມ​ຮູ້ສຶກ​ຕໍ່​ວັນ​ສຳຄັນ​ປະຫວັດສາດ​ຂອງ​ຊາດ ຕະຫລອດ​​ໄລຍະທີ່​ເພິ່ນ​ ໄດ້​ເຂົ້າ​ຮ່ວມ​ການຈັດ​ຕັ້ງ​ປະຕິບັດ​ໜ້າ​ທີ່​​ໃນ​ໄລຍະ​ນັ້ນວ່າ: ທ່ານ ​ໄດ້​ເກີດ​ເມື່ອ​ວັນ​ທີ 7 ກໍລະກົດ 1964 ທີ່​ບ້ານ​ນາ​ແຮ່ ​ເມືອງ​ ແອດ ​ແຂວງ​ ຫົວພັນ ​ເປັນ​ລູກ​ຂອງ​ພໍ່ ບຸນ​ມາ ​ແລະ ​ແມ່​ແດງ ມີ​ອ້າຍ​ເອື້ອຍ​ນ້ອງ​ນຳ​ກັນ 3 ຄົນ, ໄດ້​ເລີ່​ມ​ເຂົ້າ​ການ​ປະຕິວັດ​ໃນ​ປີ 1971 ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ໄປ​ນຳ​ ກອງທັບ​ປະຊາຊົນ​ລາວ​ ​ໃນ​ນາມ​ຊາວ​ໜຸ່ມ​ກະຊວງ​ສາທາລະນະ​ສຸກໂດຍ​ແມ່ນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເປັນ​ ເພດສັກ​ຢາ​, ຮັກສາ​ປິ່ນປົວ​ອ້າ​ຍນ້ອງ​ທະຫານ, ພໍ່​ແມ່​ ປະຊາຊົນ​ລາວ​ບັນດາ​ເຜົ່າ​ ທີ່​ໄດ້​ຮັບ​ບາດ​ເຈັບ​ໃນ​ສະໜາມຮົບ​ເພື່ອ​ປົກ​ປ້ອງ​ພື້ນ​ແຜ່ນດິນ​ອັນ​ແສນ​ຮັກໄວ້​ນັ້ນ ​ຕົນ​ເອງ​ບໍ່​ໄດ້​ມີ​ຄວາມ​ອິດ​ເມື່ອຍ ​ແລະ ຢ້ານກົວ​ແຕ່​ຢ່າງ​ໃດ.​
ພ້ອມ​ນັ້ນ​ເພິ່ນ​ກໍ​ຍັງ​​ໄດ້​ໄປເຄື່ອນ​ໄຫວ​ກັບ​ກອງ​ທັບ  ຢູ່ເມືອງ​ ບໍ່​ແຕນ ​ແຂວງ​ ໄຊ​ຍະ​ບູລີ. ຊຶ່ງ​ເພິ່ນ​​ໄດ້​ຖືກ​ຮັບຜິດຊອບຂຶ້ນ​ເມື່ອ​ປິ່ນປົວ​ ເອົາ​ອ້າຍ​ນ້ອງ​ທະຫານ​ທີ່​ໄດ້​ຮັບ​ບາດ​ເຈັບ ຢູ່​ເຖິງ​ແນວ​ໜ້າ 300 ກວ່າ​ຄົນ ທີ່​ໄດ້​ຮັບ​ບາດ​ເຈັບ​ລົງ​ມາປິ່ນ​ປົວຢູ່​ແນວ​ຫລັງ. ຈາກ​ຜົນງານ​ດັ່ງກ່າວ​ຈຶ່ງ​ໄດ້​ ຮັບ​ນາມ​ມ​ະຍົດ​ເປັນ​ວິລະ​ຊົນ​ແຫ່ງ​ຊາດ​ຜູ້​ທີ 92 ​ໃນ​ປີ 2008. ປະຈຸ​ບັນ​​ຍັງ​ເປັນ​ພະນັກງານ​ຢູ່​ກົມຈັດ​ຕັ້ງ​ພະນັກ​ງານ​ຢູ່​ກະຊວງ​ສາທາລະນະ ​ສຸກ​. ຈາກຜົນ​ສຳ ​ເລັດ​ທັງ​ໝົດ​ກໍ​ຍ້ອນ​ການ​ຊີ້​ນຳ-ນຳພາ​ຂອງ​ພັກ-ລັດ​ເຮົາ ຍ້ອນ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ແຂງ​ແຮງ​ທີ່​ນຳພາ​ປະ​ເທດ​ຊາດ​ໃຫ້​ມີ​ຄວາມ​ ກ້າວໜ້າ​ຢ່າງ​ບໍ່​ຢຸດ​ ຢັ້ງ.

ທ່ານ ຍັງ​ກ່າວ​ຕື່ມ​ອີກ​ວ່າ:ນອກ​ນັ້ນ​ຍັງ​ໄດ້​ປະກອບ​ອາຊີບ​ສ້າງ​ເສດຖະກິດ​ຄອບຄົວ​ ຄື​: ສ້າງ​ຕັ້ງບໍລິສັດ ​ແພງ​ພອນ ຂົວ​ທາງ ​ແລະ ຊົນລະປະທານ​ ຈຳກັດ​ຜູ້​ດຽວ. ຕັ້ງ​ຢູ່​ບ້ານ​ໜອງ​ແຕ່ງ​ເໜືອ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ. ຈຸດປະສົງ​ກໍ​ເພື່ອຢາກ​ມີ​ສ່ວນ​ຮ່ວມ​ໃນ​ການ​ສ້າງສາ​ພັດທະນາ​ ປະ​ເທດ​ຊາດ​ໃຫ້​ຈະ ​ເລີ​ນຮຸ່ງ​ເຮືອງ​.

ເນື່ອງ​ໃນ​ໂອກາດວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 65 ປີ ພະນັກງານ​ການ​ນຳ​ເມືອງ ສີ​ໂຄດ​ຕະບອງ ນະຄອນຫລວງ​ວຽງ​ຈັນ​ ກໍ​ໄດ້​ໄປ​ຢ້ຽມ ຢາມ​ແລະ ອວຍພອນ ຊຶ່ງ​ນຳ​ໂດຍ ທ່ານ ບຸ​ນນຳ ພັນ​ສີ​ທຸມ ຄະນະ​ປະ​ຈຳ​ພັກ​ເມືອງ, ຮອງ​ເຈົ້າ​ເມືອງ​ເມືອງ​ສີ​ໂຄດ​ຕະບອງ ພ້ອມ​ດ້ວຍ​ຄະນະ​ ອົງການ​ຈັດ​ຕັ້ງ ​ມະຫາຊົນ. 


ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ