4.2.14

ທ່ານປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມງານບຸນປີໃໝ່ຂອງຊົນເຜົ່າ ອິວມຽນຢູ່ແຂວງ ຫົວພັນ

ໃນວັນທີ 28 ມັງກອນ 2014 ຜ່ານມາ,​ ທ່ານ ສຈ.ດຣ. ພັນດວງຈິດ ວົງສາ ກຳມະການສູນກາງພັກ ປະທານສູນ ກາງແນວ ລາວສ້າງຊາດໄດ້ເປັນກຽດເຂົ້າຮ່ວມງານບຸນປີໃຫມ່ຂອງຊົນເຜົ່າອິວມຽນ ແລະ ເປັນການສະເຫລີມສະຫລອງນາມມະ ຍົດບ້ານ ວັດ ທະນະທຳ ແລະ ບ້ານພັດທະນາຢູ່ບ້ານພຽງເຟືອງ, ກຸ່ມບ້ານ ເມືອງຮັງ, ເມືອງ ສົບເບົາ, ແຂວງ ຫົວພັນ ໂດຍມີ ທ່ານ ຕຳລາ ອຳຄາ ທອງຄຳ ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ເຈົ້າເມືອງໆສົບເບົາ, ຮອງປະທານແນວລາວ ສ້າງຊາດເມືອງ ພ້ອມດ້ວຍອົງການປົກຄອງບ້ານ ແລະ ພໍ່ແມ່ ປະຊາຊົນພາຍໃນບ້ານເຂົ້າ ຮ່ວມຢ່າງພ້ອມພຽງ.
   ໃນພິທີໄດ້ຮັບຟັງການຜ່ານບົດສະຫລຸບກ່ຽວກັບຜົນງານໃນແຕ່ລະດ້ານ ທີ່ບ້ານກໍ່ຄືພໍ່ແມ່ປະຊາຊົນຍາດມາໄດ້ໃນໄລຍະຫນຶ່ງປີ ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ຄາດຫມາຍສູ້ຊົນຂອງບ້ານໃນປີຕໍ່ຫນ້າ. ໃນໂອກາດ ເຂົ້າຮ່ວມ ພິທີງານບຸນ ທ່ານ ສຈ. ດຣ. ພັນດວງຈິດ ວົງສາ ກໍ່ໄດ້ໃຫ້ ກຽດໂອ້ລົມ
ເຊິ່ງທ່ານໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນງານ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້ ທ່ານຍັງໄດ້ເນັ້ນໃຫ້ຄະນະພັກ, ອົງການປົກ ຄອງ ແລະ ພໍ່ແມ່ປະຊາຊົນ ລາວບັນດາເຜົ່າ ຈົ່ງເພີ່ມທະວີ ຄວາມສາມັກຄີລະຫວ່າງເຜົ່າ, ສາສະຫນາໃຫ້ມີຄວາມແໜ້ນ ແຟ້ນ ເພື່ອບໍ່ໃຫ້ກຸ່ມຄົນບໍ່ຫວັງ ດີ ສວຍໃຊ້ຊົນເຜົ່າ ແລະ ສາສະຫນາ ສ້າງຄວາມປັ່ນປ່ວນ ແບ່ງແຍກຄວາມສາມັກຄີ;  ເອົາ ໃຈໃສ່ວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ພ້ອມ ກັນຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້ໃນສັງຄົມ, ການ ປະກອບອາຊີບທີ່ຜິດຕໍ່ລະບຽບ ກົດຫມາຍຂອງບ້ານເມືອງ ແລະ ໄດ້ເນັ້ນໃຫ້ປະຊາຊົນບັນດາເຜົ່າເອົາໃຈໃສ່ປະຕິບັດ 4 ບຸກທະລຸຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ວາງ ອອກໃຫ້ປະກົດຜົນເປັນຈິງ, ປະຕິບັດ 2 ຫນ້າທີ່ຍຸດທະ ສາດໃຫ້ສຳເລັດ ໂດຍສະເພາະແມ່ນຈົ່ງພ້ອມກັນສຸມໃສ່ ວຽກງານ 3 ສ້າງໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ ແລະ ໄດ້ຮັບຜົນດີ. ເອົາໃຈໃສ່ໃນການຜະລິດເປັນສິນຄ້າ ໂດຍ ອີງໃສ່ທ່າແຮງບົ່ມ ຊ້ອນທີ່ມີ, ປະກອບອາຊີບຄົງທີ່ ເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຈົ່ງອະນຸລັກຮັກສາການນຸ່ງຖື, ຮີດ ຄອງວັດທະນະທຳປະເພນີອັນດີງາມຂອງເຜົ່າໄວ້ໃຫ້ຕະຫຼອດໄປ.
   ໃນໂອກາດເຂົ້າຮ່ວມງານບຸນປີໃໝ່ຂອງຊົນເຜົ່າອິວມຽນທ່ານປະທານສູນກາງແນວລາວສ້າງຊາດໄດ້ນຳເອົາຂອງຂວັນ, ອຸປະ ກອນການຮຽນ ແລະ ເຄື່ອງນຸ່ງຫົ່ມຈຳນວນໜຶ່ງມອບໃຫ້ຄະນະຈັດງານບຸນດັ່ງກ່າວເພື່ອເປັນການອວຍພອນປີໃໝ່ຂອງຊົນເຜົ່າໃຫ້ ມີບັນຍາກາດເບີກບານມ່ວນຊື່ນຕະຫຼອດປີໃໝ່.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ