27.2.14

ພີທີລົງນາມສັນຍາກໍ່ສ້າງ ແລະ ປັບປຸງທາງຫຼວງແຫ່ງຊາດ 2 ໂຄງການຢູ່ແຂວງ ຫົວພັນ

ຮູບ: ປະກອບ
ວັນ​ທີ 23 ກຸມ­ພາ​ນີ້ ແຂວງ​ຫົວພັນ ຮ່ວມ​ກັບ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກໍ່­ສ້າງໄດ້​ຈັດ​ພິ­ທີ​ລົງ​ນາມ​ສັນ­ຍາ​ ກໍ່­ສ້າງ​ໂຄງການ​ປັບ­ປຸງ​ທາງ​ຫຼວງ​ແຫ່ງ​ຊາດ​ຄື: ເສັ້ນ­ທາງ​ເລກ 6A ແລະ 6B.
   ຊຶ່ງ​ຈຸດ​ເລີ່ມ​ຕົ້ນ​ໂຄງ­ການ​ທາງ​ເລກ 6A ແມ່ນ​ເລີ່ມ​ຈາກ 3 ແຍກ​ບ້ານ​ຫ້າງລ້ອງ ເມືອງ​ວຽງ​ໄຊ ໄປ​ເຖິງ​ຈຸດ​ເທ­ສະບານ​ເມືອງ​ສົບ​ເບົາມີ​ຄວາມ​ຍາວ​ທັງ​ໝົດ 60,2 ກິ­ໂລ­ແມັດ, ປະ­ກອບ​ມີ​ຂົວ​ເບ​ຕົງ​ເສີມ​ເຫຼັກ​ຕາມ​ສາຍທາງ 4 ແຫ່ງ ມີ​ຄວາມ​ຍາວ​ຂອງ​ຂົວ 117,4 ແມັດ ໂດຍແມ່ນ​ບໍ­ລິ­ສັດ​ລັດ​ວິ​ສາຫະ​ກິດ​ກໍ່­ສ້າງ​ຂົວ​ທາງ​ເລກ 8 ຮ່ວມ​ກັບບໍ­ລິ­ສັດ CEI18 ສສ ຫວຽດ­ນາມ​ເປັນ​ຜູ້ຮັບ​ເໝົາ​ກໍ່­ສ້າງ.
   ສ່ວນ​ໂຄງ­ການ​ປັບ­ປຸງ​ທາງ​ຫຼວງແຫ່ງ​ຊາດ​ເລກ 6B ຈຸດ​ເລີ່ມ​ຕົ້ນ​ແຕ່​ເທສະ​ບານ​ເມືອງ​ສົບ​ເບົາ​ເຖິງ​ຈຸດ​ທ້າຍ​ຂອງໂຄງ­ການ​ທີ່​ ບ້ານ​ປ່າ​ຮ່າງ​ຕິດ​ກັບ​ຊາຍແດນ​ຫວຽດ­ນາມ​ມີ​ຄວາມ​ຍາວ​ທັງ​ໝົດ 26,1 ກິ­ໂລ­ແມັດ, ມີ​ຂົວ​ເບ​ຕົງ​ເສີມ​ເຫຼັກຕາມ​ສາຍ​ທາງ 2 ແຫ່ງ ແລະ ຂົວ​ຂ້າມນ້ໍາ​ມ່າ 1 ແຫ່ງ ເປັນ​ຂົວ​ປະ­ສົມ​ມີ​ຄວາມຍາວ​ຂອງ​ຂົວ​ທັງ​ໝົດ 263 ແມັດ ບໍ­ລິ­ສັດຊົງ​ເມ ສປ ຈີນ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ.

   ທັງ​ສອງ​ໂຄງ­ການ​ນີ້​ແມ່ນ​ບໍ­ລິ­ສັດ​ອິນສານ​ຮ່ວມ​ກັບ​ບໍ­ລິ­ສັດ​ແອວ​ເຕັກ​ ເປັນ​ຜູ້ຮັບ­ຜິດ­ຊອບ​ທາງ​ດ້ານ​ເຕັກ­ນິກ ແລະ ໄດ້ນໍາໃຊ້​ທຶນ​ກໍ່ສ້າງ​ທັງ​ໝົດ 42,3 ລ້ານ​ໂດສະ­ຫະ­ລັດ, ໃນ​ນັ້ນທຶນ​ຊ່ວຍ­ເຫຼືອ​ລ້າ​ຈາກທະ­ນາ­ຄານ​ພັດ­ທະ­ນາ​ອາ­ຊີ 20 ລ້ານ​ໂດ ລາ​ສະ­ຫະ­ລັດ, ທຶນ​ສົມ­ທົບ​ຂອງ​ລັດ​ຖະບານ ສປປ ລາວ 10,3 ລ້ານ​ໂດ​ລາ​ສະຫະ​ລັດ ແລະ ທຶນ​ປັບ­ປຸງ​ເສັ້ນ­ທາງ​ຫຼວງແຫ່ງ​ຊາດ​ສອງ​ເສັ້ນ​ດັ່ງກ່າວ​ມີ 23,9 ລ້ານ​ໂດ​ລາ​ສະ­ຫະ­ລັດ. ຄາດ​ວ່າ​ໂຄງ­ການທາງ​ເລກ 6A ການ​ກໍ່­ສ້າງ​ແມ່ນ 36 ເດືອນ ແລະ ຈະ​ໃຫ້​ສໍາ­ເລັດ​ໃນ​ທ້າຍ​ປີ 2017, ເສັ້ນ­ທາງ​ເລກ 6B ຈະ​ໃຊ້​ເວ­ລາກໍ່­ສ້າງ 24 ເດືອນ ແລະ ຈະ​ໃຫ້​ສໍາ­ເລັດໃນ​ທ້າຍ​ປີ 2016.
   ຮ່ວມ​ລົງ​ນາມ​ບົດ​ບັນ­ທຶກ​ສັນ­ຍາ​ກໍ່ສ້າງ​ແມ່ນ ທ່ານ ສຸກ​ສາ­ຄອນ ສຸ​ຕັນ​ນຸ​ວົງ ຫົວ­ໜ້າ​ໂຄງ­ການ​ທາງ​ເລກ 6A ແລະ ທ່ານ ດາ​ວອນ ວົງ​ລໍ​ຄໍາຫົວ­ໜ້າ​ໂຄງການ​ທາງ​ເລກ 6B ໃນ​ນາມ​ເຈົ້າ​ຂອງ ໂຄງ­ການ ແລະ ຜູ້­ຕາງ­ໜ້າ​ສອງ​ບໍ­ລິ­ສັດຮັບ​ເໝົາ​ກໍ່­ສ້າງ. ໂດຍ​ການ​ເຂົ້າ​ຮ່ວມເປັນ​ສັນ​ຂີ​ພິ­ຍານ​ຂອງ ທ່ານ ສຈ.ດຣ. ພັນ​ດວງ​ຈິດ ວົງ­ສາ ປະ­ທານ​ສູນ​ກາງແນວ​ລາວ​ສ້າງ​ຊາດ, ທ່ານ ຄໍາ​ຮຸ່ງ ເຮືອງ​ວົງ​ສີ ເຈົ້າ­ແຂວງໆ​ຫົວ­ພັນ ພ້ອມດ້ວຍ​ແຂກ​ຖືກ​ເຊີນ ແລະ ວິ­ຊາ​ການ​ທັງສອງ​ຝ່າຍ​ເຂົ້າ​ຮ່ວມ.

ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ