26.2.14

ສະມາຄົມ​ຄົນ​ພິການ​ປະ​ເທດ ຍີ່​ປຸ່ນ​ມອບ​ຕົ້ນ​ຊາ​ກຸລະ​ໃຫ້​ແຂວງ ​ຫົວພັນ

ຮູບ: ຕົ້ນຊາກຸລະ
ຂປລ. ວັນ​ທີ 21 ກຸມພາ 2014 ນີ້, ​ທ່ານ ອິກ ຕະຢາກິ​ໂຣ ປະທານ​ສະມາຄົມ​ຄົນ​ພິການ​ແຫ່ງ​ປະ​ເທດ​ຍີ່​ປຸນ ພ້ອມ​ດ້ວຍ​ຄະນະ ​ໄດ້​ນຳ​ເອົາ​ຕົ້ນ​ຊາ​ກຸລະ​ 200 ຕົ້ນ ​ມາ​ມອບ​ໃຫ້​ແຂວງ​ຫົວພັນ ໂດຍ​ແມ່ນທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ສີ ​ເຈົ້າ​ແຂວງ​ໆ ຫົວພັນ ເປັນຜູ້ກ່າວຮັບ ​​ແລະ ມີ​ພະນັກງານທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ ເຂົ້າ​ຮ່ວມ.
ຕົ້ນ ​ຊາ​ກຸລະ​ດັ່ງກ່າວ ​ຈະ​ໄດ້​ນຳ​ໄປ​ປູກ​ຢູ່​ບາງ​ຈຸດໃນ​ເຂດ​ເທສະບານ​ເມືອງ​ ຊຳ​ເໜືອ,​ ເຂດ​ເດີ່ນ​ບິນໜອງຄ້າງ ​ແລະ ​ເຂດ​ອະນຸສອນ​ສະຖານ​ປະທານ​ໄກສອນ​ ພົມວິຫານ​ ທີ່ເມືອງ​ ວຽງ​ໄຊ, ພ້ອມ​ນີ້​ ຍັງ​ຈະ​ໄດ້​ຕັ້ງ​ສູນຮັກ​ສາ​ເບ້ຍ​ຊາ​ກຸລະ ​​ເພື່ອ​ສະດວກ​ໃນ​ການ​ໃຫ້​ຄຳ​ປຶກສາ ​ແລະ ບົວລະບັດ ​ໂດຍ​ມີ​ຊ່ຽວຊານ ​ແລະ ນັກວິຊາການ​ປູກຝັງ​ ຂອງ​ປະ​ເທດ​ຍີ່​ປຸນ ​ໃຫ້​ຄຳ​ປຶກສາ, ຕິດ​ຕາມ, ຊ່ວຍ​ວິ​ໄຈ​ດິນ ​ແລະ  ລົງມື​ປູກ.  ​ຖ້າ​ຫາກ​ປູກ​ໄດ້ຜົນ ໃນ​ອະນາ​ຄົດ​ ​ສະມາຄົມ​ຄົນ​ພິການ ​ແຫ່ງ​ປະ​ເທດ​ຍີ່​ປຸນ​ ຈະ​ສືບຕໍ່ມອບ​ແນວ​ພັນ​ຕົ້ນ​ຊາ​ກຸລະ 400-600 ຕົ້ນ ​ໃຫ້​ປະຊາຊົນ​ແຂວງ​ຫົວພັນ​ປູກ​ຕື່ມ​ອີກ ເພື່ອ​ຮັດ​ແໜ້ນສາຍ​ພົວພັນ​ ລະຫວ່າ​ງ ລັດຖະບານ​ລາວ ​ກັບ​ລັດຖະບານ​ຍີ່ປຸ່ນ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນຍິ່ງໆຂຶ້ນ./.
 
ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ