28.2.14

ແຂວງ ຫົວພັນ ຕີລາຄການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງພັກ-ພະນັກງານ

ຮູບ: ປະກອບຂ່າວ
ໃນລະຫວ່າງວັນທີ 24-25 ກຸມພານີ້ ທີ່ຫ້ອງປະຊຸມຫ້ອງວ່າ ການປົກຄອງແຂວງ ຫົວພັນ, ຄະນະຈັດຕັ້ງແຂວງ ຫົວພັນໄດ້ ເປີດກອງ ປະຊຸມສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ພັກ, ພະນັກງານ ທົ່ວແຂວງປະຈຳປີ 2013 ແລະ ທິດທາງແຜນການ 2014 ຂຶ້ນ. ໃຫ້ກຽດເຂົ້າຮ່ວມ ກອງປະຊຸມເປັນກຽດມີສະຫາຍ ຈັນສີ ໂພສີຄຳ, ເລຂາທິ ການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານກອງປະຊຸມຂອງສະຫາຍ ຄຳຮຸ່ງ ເຮືອງວົງສີ, ກຳມະການສູນກາງພັກ, ເລຂາ ພັກແຂວງ ເຈົ້າແຂວງ ຫົວພັນ, ມີບັນດາສະຫາຍໃນຄະນະປະຈຳພັກ, ກຳມະການພັກແຂວງ, ຄະນະພັກຮາກຖານໜ່ວຍ ອ້ອມຂ້າງແຂວງ, ຫົວໜ້າຄະນະຈັດຕັ້ງໃນ 10 ເມືອງ ແລະ ຜູ້ທີ່ເຮັດວຽກຈັດຕັ້ງກໍ່ສ້າງພັກ ພະນັກງານເຂົ້າຮ່ວມ 100 ກວ່າ ສະຫາຍ. ຕະຫຼອດໄລຍະ 1 ປີຜ່ານມາ ຄະນະພັກຂັ້ນຕ່າງໆທົ່ວອົງ ຄະນະພັກແຂວງໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ ແນວ ຄິດໃຫ້ແກ່ຖັນແຖວພະນັກງານສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້, ເຂົ້າໃຈ
ແລະ ເຊື່ອມຊຶມຕໍ່ແນວ ທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເປັນຕົ້ນແມ່ນມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງ ພັກຄັ້ງທີ V, VI, VII  ສະໄຫມທີ IX, ຈັດຕັ້ງປາຖະກະຖາວັນບຸນສຳຄັນຕ່າງໆຂອງພັກ, ຂອງຊາດ, ຈັດຕັ້ງຮ່ຳຮຽນບັນດາເອກະສານ ແລະ ນິຕິກຳຕ່າງໆຂອງຄະນະພັກຂັ້ນເທິງ, ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ເຮັດໃຫ້ຖັນແຖວພະນັກງານສະມາຊິກພັກ ແລະ ປະຊາຊົນ ມີຄວາມຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ ສາມາດຕີຖອຍບັນດາທັດສະ ນະ ແລະ ແນວຄິດບໍ່ຖືກຕ້ອງ. ສະມາຊິກພັກສ່ວນຫູາຍໄດ້ກາຍເປັນແບບຢ່າງ, ມີຄວາມເປັນເອກະພາບ, ເປັນຫຼັກແຫຼ່ງໃນການປະຕິບັດແນວທາງນະໂຍບາຍ ຂອງພັກ.
   
ດ້ານວຽກງານກໍ່ສ້າງພັກ ໄດ້ປັບປຸງທາງດ້ານການຈັດຕັ້ງຕິດພັນກັບການຍົກລະດັບຄວາມສາມາດນຳພາ ແລະ ຈັດຕັ້ງປະຕິບັດ ວຽກງານຂອງ ການຈັດຕັ້ງຮາກຖານພັກ ແລະ ອຳນາດການປົກຄອງໃນການ ປະຕິບັດ 4 ເນື້ອໃນ 4 ຄາດ ໝາຍ, ວຽກງານ 3 ສ້າງ ຕາມ ທິດຊີ້ນຳຂອງກົມການເມືອງ ສູນກາງພັກ. ປະຈຸບັນທົ່ວ ແຂວງຫົວພັນມີຮາກຖານພັກ ທັງໝົດ 123 ຮາກຖານ, ໃນ ນັ້ນຮາກຖານພັກກຸ່ມບ້ານ 92 ຮາກຖານ, ຮາກຖານພັກບ້ານ ໃຫຍ່ 7 ຮາກຖານ, ຮາກຖານພັກ ສຳນັກງານ 25 ຮາກຖານ, ມີ ໜ່ວຍພັກທັງໝົດ 888 ໜ່ວຍ ພັກ ທຽບໃສ່ປີ 2012 ເພີ່ມຂຶ້ນ 18 ໜ່ວຍ ເທົ່າກັບ 2,06%. ມີໜ່ວຍພັກເຂັ້ມແຂງຮູ້ນຳພາ ຮອບດ້ານ 488 ໜ່ວຍ ທຽບໃສ່ ປີ 2012 ເພີ່ມຂຶ້ນ 41 ໜ່ວຍ, ເທົ່າກັບ 9,17% ຫຼື ເທົ່າກັບ 54,95% ຂອງໜ່ວຍພັກທັງ ໝົດ ແລະ ເທົ່າກັບ 91,72% ຂອງແຜນການ, ໜ່ວຍພັກ ແຂງດ້ານໃດດ້ານໜຶ່ງມີ 233 ໜ່ວຍ, ເພີ່ມຂຶ້ນ 130 ໜ່ວຍ ເທົ່າກັບ 126,21%, ໜ່ວຍພັກ ກາງ 55 ໜ່ວຍ ຫຼຸຸດລົງ 90 ໜ່ວຍ, ໜ່ວຍພັກອ່ອນ 1ໜ່ວຍ, ບໍ່ໄດ້ຈັດປະເພດ 111 ໜ່ວຍ.
  ​​ 
ວຽກງານກໍ່ສ້າງພະນັກງານໄດ້ຈັດສົ່ງພະນັກງານໄປຍົກລະດັບທິດສະດີການເມືອງ ການປົກຄອງພາຍໃນປະເທດໄລຍະສັ້ນໄລ ຍະຍາວລະດັບຊັ້ນສູງຂຶ້ນໄປມີ 12 ສະຫາຍ, ຊັ້ນກາງ 50 ສະຫາຍ, ຍິງ 9 ສະຫາຍ, ຊັ້ນຕົ້ນ 43 ສະຫາຍ, ຍິງ 5 ສະຫາຍໄລຍະ 3 ເດືອນ ແລະ 45 ວັນ ມີ 2 ສະຫາຍ. ຍົກລະດັບຢູ່ຕ່າງປະເທດນັບ ທັງໄລຍະສັ້ນ, ໄລຍະຍາວ 23 ສະຫາຍ ແລະ ສົ່ງຮຽນວິຊາສະເພາະຢູ່ພາຍໃນປະເທດປະລິນຍາໂທ 11 ສະຫາຍ, ຍິງ 2 ສະຫາຍ, ປະລິນຍາຕີ 193 ສະຫາຍ, ຍິງ 32 ສະຫາຍ, ຊັ້ນສູງ 155 ສະຫາຍ, ຍິງ 48 ສະຫາຍ, ຊັ້ນກາງ 44 ສະຫາຍ, ຍິງ 12 ສະຫາຍ, ຍົກລະ ດັບ ສາມັນສຶກສາລະບົບບຳລຸງໃຫ້ພະນັກງານ, ທະຫານ, ຕຳຫຼວດໄດ້ 110 ສະຫາຍ, ຍິງ 12 ສະຫາຍ, ຍົກລະດັບພາສາ ຕ່າງປະ ເທດລະບົບຕ່າງໆ 24 ສະຫາຍ, ຍິງ 8 ສະຫາຍ. ວຽກງານປັບປຸງກົງຈັກການຈັດຕັ້ງໄດ້ປັບປຸງກົງຈັກການຈັດຕັ້ງຈຳ ນວນ ໜຶ່ງເຊັ່ນ: ແຕ່ງຕັ້ງປ່ຽນເຈົ້າເມືອງຊຳໃຕ້, ສົບເບົາ, ເມືອງຊຽງຄໍ້ ແລະ ເມືອງແອດ, ປ່ຽນຊື່ເມືອງວຽງ ທອງເປັນເມືອງຮ້ຽມ ແລະ ສ້າງ ຕັ້ງເມືອງຊ່ອນເປັນເມືອງທີ 10 ຂອງແຂວງຫົວພັນ ພ້ອມນີ້ຍັງໄດ້ປະກາດການຈັດຕັ້ງບາງພະນັກງານຕື່ມອີກ.

(ໂດຍ: ງຸດ ວິໄລຄຳ) ໜັງສືພີມປະຊາຊົນ