15.2.14

ແຂວງ ຫົວພັນ ​ເປີດ​ບັ້ນ​ແຂ່ງຂັນ​ຮັກ​ຊາດ, ສ້າງ​ບ້ານ​ພັດທະນາ​ຕິດ​ພັນ​ວຽກ 3 ສ້າງ

ຮູບປະກອບ
ຂປລ. ​ການ​ປຸກລະດົມ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ, ສ້າງ​ບ້ານ​ພັດທະນາ ​ແລະ ຊຸກຍູ້​ວຽກ ງານ​ 3 ສ້າງ ​ໃນຂອບ​ເຂດ​ທົ່ວ​ແຂວງ​ຫົວພັນ​ໄດ້​ໄຂ​ຂຶ້ນ ​ຢ່າງ​ເປັນ​ທາງ​ການ ທີ່​ຫໍ​ວັດທະ​ນະ​ທຳ​ຂອງ​ແຂວງໃນ​ຕອນເຊົ້າ​ວັນ​ທີ 12 ກຸມພາ 2014 ນີ້, ​​ເຂົ້າ​ຮ່ວມ​ມີ​ທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ສີ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ ​ເຈົ້າ​ແຂວງ​ຫົວພັນ​, ມີ​ບັນດາ​ຄະນະ​ປະຈຳ​ພັກ​ແຂວງ, ຫົວໜ້າ​ຮອງ​ພະ​ແນ​ກການ, ຫົວໜ້າຂະ​ແໜງ ​ ຮອງ​ຂະ​ແໜງການ, ພະນັກງານ ​ວິຊາ​ການ​ລະດັບ​ຊັ້ນ​ສູງ​ຂຶ້ນ​ໄປ; ມີ​ເຈົ້າ​ເມືອງ ​ ຮອງ​ເຈົ້າ​ເມືອງ 10 ​ເມືອງ, ນາຍບ້ານໆ 3 ສ້າງ, ຕະຫລອດ ຮອດບັນດາ​ຮ້າງ​ຮ້ານ, ນັກທຸລະກິດ ​ແລະ ພະນັກງານ​ອາວຸໂສ​ບຳນານ​ເຂົ້າ​ຮ່ວມ​ນຳ​ຢ່າງຫລວງ ຫລາຍ.
ເຊິ່ງຈຸດປະສົງຫລັກ​ໃນ​ການ​ເປີດ​ບັ້ນ​ແຂ່ງຂັນ​ດັ່ງກ່າວ​ກໍເພື່ອ​ເປັນ​ການ​ ປຸກລະດົມ​ການ​ແຂ່ງ ຂັນ​ຮັກ​ຊາດ, ສ້າງ​ບ້ານ​ພັດທະນາ ​ແລະ ຊຸກຍູ້​ວຽກງານ​ 3 ສ້າງ​ ໃນ​ທົ່ວ​ແຂວງ​ໃຫ້​ມີ​ຄວາມແຂງ​​ແກ່ນ ​ແນໃສ່​ຈັດ​ຕັ້ງ​ປະຕິບັດ​ທິດ​ນຳ​ຍຸດ​ທະ​ສາດ​ທີ່​ກຳນົດ​ໄວ້​ໃນ​ມະຕິ​ກອງ​ ປະຊຸມ​ໃຫຍ່​ຄັ້ງ​ທີ IX ຂອງ​ພັກ, ກ່ຽວກັບ​ການ ​ສ້າງ​ຄວາມໝັ້ນຄົງ​ໃຫ້​ແກ່​ລັດ ​ໂດຍ​ເລີ່ມ​ແຕ່​ຮາກ​ຖານ​ຂຶ້ນ​ມາ​ໃຫ້​ເປັນ​ຈິງ​ເທື່ອ​ລະ​ກ້າວ.
ຂະ​ບວນການ​ດັ່ງກ່າວ​ແມ່ນ​ກວມ​ເອົາ​​ໃນ​ທຸກຂະ​ແໜງການ​ທັງ​ພາກ​ລັດ ​ແລະ ​ເອກະຊົນ, ປະຊາຊົນ​ບັນດາ​ເຜົ່າ​ໃນ​ທຸກ​ເພດ​ທຸກ​ໄວ, ທຸກ​ສາຂາ​ອາຊີບ​ຕັ້ງ​ແຕ່​ແຂວງ ລົງ​ຮອດ​ທ້ອງ​ຖິ່ນ. ​ໂດຍ​ຖື​ເອົາການ​ສຶກສາ​ອົບຮົມ​ການ​ເມືອງ ​ ​ແນວ​ຄິດ​ໃນ​ທົ່ວ​ພັກ ​ ລັດ, ​ກຳລັງ​ປະກອບ​ອາວຸດ ​ແລະ ທຸກ​ປວງ​ຊົນ​ໃນ​ທຸກ​ທ້ອງ​ຖິ່ນ​ຮາກ​ຖານ​ໃຫ້ ມີ​ຄວາມ​ເປັນ​ເຈົ້າ​ການ​ ​ເສີມ​ຂະ​ຫຍາ​ຍນຳ​ໃຈ​ຮັກ​ຊາດ ຕິດ​ພັນ​ກັບ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ ​ແລະ ເຂົ້າ​ຮ່ວມ​ໃນ​ຂະ​ບວນການ​ແຂ່ງ​ຂັນ, ນຳພາ​ປະຊາຊົນ​ປັບປຸງ​ກໍ່ສ້າງ​ລະບົບ​ການ​ເມືອງ​ຢູ່​ຂັ້ນ​ບ້ານ​ໃຫ້​ເຂັ້ມ ​ແຂງ ຖື​ເອົາ​ການກໍ່ສ້າງ ຮາກ​ຖານ​ພັກ,ໜ່ວຍພັກ ​ແລະ ອົງການ​ຈັດ​ຕັ້ງ​ບ້ານ​ໃຫ້​ມີ​ຄວາມ​ສາມາດ​ນຳພາ ​ແລະ ຄຸ້ມ​ຄອງ​ບໍລິຫານ. ສືບຕໍ່ບຸກທະລຸ​ດ້ານ​ການ​ແກ້​ ໄຂ​ກົນ​ໄກ ​ແລະ ລະບອບ​ລະບຽບບໍ​ລີ​ຫານ ຄຸ້ມ​ຄອງ​ລັດ​ທີ່​ກົດໜ່ວງທວງ​ດຶງ​ການ​ຜະລິດ​ທຸລະ​ກິດ​ໃຫ້​ຕົກ​ໄປ, ປະຕິບັດ​ນະ​ໂຍບາຍ​ສົ່ງ​ເສີມ​ຕໍ່ວິ​ສາ​ຫະກິດ​ຂອງ​ ທຸກ​ພາກ​ສ່ວນ​ທຸລະ​ກິດ ​ແລະ ໜ່ວຍງານ​ວິຊາ​ການ​ເຂົ້າ​ໃນ​ການ​ພັດທະນາ​ຊົນນະບົດ ​ແນ່​ໃສ່​ປະຕິບັດ​ຄາດໝາຍ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ຄອບຄົວ​ໃຫ້​ຍັງ ​ເຫລືອບໍ່​ເກີນ 20% ​ໃນ​ປີ 2015. ຊຸກຍູ້​ການ​ຜະລິດ​ເປັນ​ສິນຄ້າ ​ແລະ ການ​ບໍລິການ​ສ້າງ​ລາຍຮັບ​ຂອງ​ຄອບ ຄົວ​ໃຫ້​ມີ​ທ່າ​ຂະຫຍາຍຕົວ, ສົ່ງ​ເສີມ​ການ​ເຮັດ​ ກະ​ເສດ​ສຸມ​ຍົກ​ສະມັດ​ຕະພາບ ຄຽງຄູ່​ກັບ​ການ​ເຮັດ​ກະສິກຳ​ສະອາດ​ປອດ​ສານ​ຜິດ ຕິດ​ພັນ​ກັບ​ການຈັດ​ຕັ້ງ​ກຸ່ມ​ການ​ຜະລິດ ​ແລະ ​ເສດຖະກິ​ດຮ່ວມ​ມື​ຂອງ​ ປະຊາຊົນ, ຕອບ​ສະໜອງທຶນ​ດ້ວຍ​ເງື່ອນ​ໄຂ​ກູ້​ຢືມ​ທີ​ເໝາະສົມ, ​ໃຫ້​ບໍລິການ​ທາງ​ດ້ານ​ວິທະຍາສາດ ​ແລະ ດ້ານ​ວິຊາ​ການ​ແກ້​ຄອບຄົວ​ຊາວ​ກະສິກອນ ລວມທັງ​ຜູ້​ປະກອບ​ການ​ຜະລິດ ​ແລະ ປຸ່ງ​ແຕ່ງ​ຜະລິດ​ກະສິກຳ; ​ເພີ່ມ​ຄອບຄົວ​ຕົວ​ແບບ, ຜູ້ປະກອບ​ການ, ໜ່ວຍບໍລິການ ​ແລະ ສູນ​ສົ່ງ​ເສີມ​ໃຫ້ຫລາຍຂຶ້ນ ​ໂດຍ​ມີ​ການ​ຄຸ້ມ​ຄອງ​ປົກ​ປ້ອງ ​ ສົ່ງ​ເສີມ​ໃຫ້​ມີ​ຜົນ​ປະ​ໂຫຍ​ດອັນ​ເໝາະສົມ ​ແລະ ມີ​ປະສິດທິ​ຜົນ.
ສູ້ ​ຊົນ​ປະຕິບັດ​ເປົ້າໝາຍສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາ​ໃນ​ປີ 2020 ​ໂດຍ​ສຸ່ມ​ໃສ່ແກ້​ໄຂ​ຂົງ​ເຂດ​ການ​ສຶກສາ, ສາທາ​ລະ​ນາ​ສຸກ, ​ໃນ​ນັ້ນ​​ແມ່ນ​ເມືອງ ​ແລະ ບ້ານ​ເປົ້າໝາຍ 3 ສ້າງ ​ໃຫ້​ບຸກທະລຸ​ໄດ້​ຢ່າງ​ຂາດ​ຕົວ, ​ເອົາ​ໃຈ​ໃສ່ອານຸລັກ​ຮັກສາ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ວັດທະນະ ທຳ​ປະ​ເພນີ​ອັນ​ດີງາມ​ຂອງ​ທ້ອງ​ຖິ່ນ ຂອງ​ເຜົ່າ​ໄວ້. ຮັບປະ​ກັນ​ແຕ່​ລະ​ບ້ານ​ໃຫ້​ມີ​ຄວາມ​ສະຫງົບ ​ແລະ ​ເປັນ​ລະບຽບຮຽບຮ້ອຍ, ​ເພີ່ມ​ທະວີ​ຊຸກຍູ້​ວຽກ 3 ສ້າງ​ໃຫ້​ເຂົ້າ​ສູ່​ລວງ​ເລິກ ດ້ວຍການ​ແບ່ງ​ຂັ້ນ ​ຄຸ້ມ​ຄອງ​ລະຫວ່າງ​ແຂວງ​ກັບ​ເມືອງ, ​ເມືອງ​ກັບ​ບ້ານ​ໃຫ້​ຈະ​ແຈ້ງ, ​ເພີ່ມ​ຄວາມ​ຮັບຜິດຊອບ​ໃຫ້​ແກ່​ທ້ອງ​ຖິ່ນ ​ຕິດ​ພັນ​ກັບ​ການຈັດ​ສັນ​ແບ່ງ​ຜົນ​ປະ​ໂຫຍ​ດ​ ໃຫ້​ສອດ ຄ່ອງ​ເໝາະສົມ ທັງ​ຮັບປະກັນຫລັກການລວມສູນ​​ໃນ​ການ​ຄຸ້ມ​ຄອງ​ລັດ, ຄຸ້ມ​ຄອງ​ເສດຖະກິດສັງຄົມ.
ໂອກາດ​ດຽວກັນ​ນີ້​ຍັງ​ໄດ້​ມອບຫລຽນ​ໄຊ ​ແລະ ຫລຽນກາ​ມິດຕະພາບ​ຂອງ​ລັດຖະບານ​ແຫ່ງ ສສ ຫວຽດນາມໃຫ້​ແກ່ບຸກຄົນ ​ແລະ ກົມ​ກອງ​ ໃນ​ການສະ​ເຫລີມ ຫລອງປີ​ສາມັກຄີ​ລາວ ​ ຫວຽດນາມ​ປີ 2012 ທີມີ​ຜົນງານປະກອບ​ສວນ​ການ​ພົວພັນ​ຮ່ວມມື​ໃນ​ໄລຍະ​ຜ່ານ​ມາ. ​ ​ໃນ​ນີ້​ໄດ້​ຮັບຫລຽນ​ໄຊ​ມິດຕະພາບ 16 ກົມ​ກອງ​​ ແລະ 5 ​ເມືອງ, ຫລຽນ​ໄຊ​ມິດຕະພາບ​ໃຫ້​ບຸກຄົນ 32 ທ່ານ, ຫລຽນກາ​ມິດຕະພາບ 61 ທ່ານ.

ແຫລ່ງຂ່າວຈາກ : ສຳນັກຂ່າວສານປະເທດລາວ