6.2.14

ປະທານ​ສະພາ​ລົງ​ຢ້ຽມຢາມ​ປະຊາຊົນ ເມືອງ ​​ກວນ ແລະ ​ເມືອງ ​ຊຳ​ໃຕ້​, ແຂວງ​ ຫົວພັນ

ຂປລ.​ໃນ​ວັນ​ທີ 3-4 ກຸມພາ 2014, ທ່ານ ນາງ ​ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ພ້ອມ​ດ້ວຍ​ຄະນະ ​ໄດ້​​ເດີນທາງ​​ໄປ​ເຄື່ອນ​ໄຫວຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​​ແຂວງ​ຫົວພັນ ໂດຍ​​ໃຫ້ການ​ຕ້ອນຮັບ​ຈາກ ອຳນາດ​ການ​ປົກຄອງ ​ແລະ ພໍ່​ແມ່ ປະຊາຊົນ​ເມືອງ ​ກວນ ແລະ ​ເມືອງ​ ຊຳ​ໃຕ້ ​ຢ່າງ​ອົບ​ອຸ່ນ.
ໃນ​ໂອກາດ​ລົງ​ຢ້ຽມຢາມ​ນີ້ ທ່ານ ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ ​ແຫ່ງ​ຊາດ​ໄດ້​ຟັງ​ການ​ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ໂດຍ​ຫຍໍ້ ​ແລະ ຄຳ​ສະ​ເໜີ​ ຂອງ​ປະຊາຊົນກຸ່ມ​ບ້ານ​ທ່າ​ຄວາຍ​ເມືອງ​ ກວນ ແລະ ​ກຸ່ມ​​ເທດສະບານ​ເມືອງ ​ຊຳ​ໃຕ້.
ນອກຈາກ​ນັ້ນ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ແຕ່ລະ​ ເມືອງ​ແລ້ວ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກໍ​ໄດ້​ໂອ້​ລົມ ອຳນາດ​ການ​ປົກຄອງ​ເມືອງ, ພະນັກງານ ແລະ ປະຊາຊົນ ໂດຍ​ທ່ານປະທານ​ສະພາ​ແຫ່ງ​ຊາດໄດ້​ຊີ້ ນຳ​ປະຊາຊົນ​ກຸ່ມ​ບ້ານ​ທ່າ​ຄວາຍ​ໃຫ້​ນຳ​ໃຊ້​ທ່າ​ແຮງ​ ໃນ​ການ​ປູກ​ຟັງ​ລ້ຽງສັດ ​ແລະ ຫັດຖະກຳ ທີ່​ເປັນ​ມູນ​ເຊື້ອ​ອັນ​ດຸ​ໜັ່ນ ຂອງ​ປະຊາຊົນ ເພື່ອ​ສ້າງ​ໃຫ້​ມີ​ຫລາຍ​ຮັບ​ເພີ່ມ​ຂື້ນ , ​ເພື່ອ​ເຮັດ​ໃຫ້​ບ້ານ​ເມືອງ​ກໍ​ຄື​ແຂວງ ​ໄດ້​ຮັບ​ການ​ພັດທະນາ​ເປັນ​ກ້າວໆ.
ໃນ​ການ​ໂອ້​ລົມ​ການ​ເຄື່ອ​ນ​ໄຫວ​ຄັ້ງນີ້ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຍັງ​ໄດ້​ພາ​ທີ​ມ​ແພດ​ໄປ​ກວດ​ສຸຂະພາບ​ໃຫ້​ກັບ​ພໍ່​ແມ່​ປະຊາຊົນ, ມອບ​ອຸປະກອນ​ການ​ຮຽນ ​ແລະ ຢາ​ປົວ​ພະຍາດ​ຈຳນວນ​ໜຶ່ງ​ໃຫ້​ກຸ້ມ​ບ້ານ​ທ່າ​ຄວາຍ ​ເຊັ່ນ: ປື້ມ​ແບບຮຽນ​ຊັ້ນປະຖົມ ປ 1-5 ຈຳນວນ 1,500 ຫົວ, ປື້ມຂຽນ ຈຳນວນ 700 ຫົວ , ສໍ​ຂຽນ 7 ຫີ​ບ, ຢາງ​ລຶບ 7 ຫີບ, ປື້ມຄູ່​ມື​ການ​ຮຽນ 420 ຫົວ ພ້ອມ​ທັງ​ມອບ​ເສື້ອກັນ​ໜາວ​ໃຫ້​ກັບ​ຄອບຄົວ​ທຸກ​ຍາກ​ອີກ 45 ຄອບຄົວ ​ແລະ ​ໄດ້​ມອບ​ປື້ມ ​ແບບຮຽນ ຈຳນວນ 150 ຫົວ ​ໃຫ້​ເມືອງ​ ຊຳ​ໃຕ້.

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ