18.2.14

ບ້ານ ສົບຮາວ, ເມືອງ ສົບເບົາ, ແຂວງ ຫົວພັນ ກັບວຽກງານສາມສ້າງ

ຮູບປະກອບ
 ບ້ານສົບຮາວແມ່ນບ້ານໜຶ່ງທີ່ຂຶ້ນກັບເມືອງ ສົບເບົາ, ແຂວງ ຫົວພັນ ແລະ ເປັນໜຶ່ງໃນຈຳນວນ 2 ບ້ານ ທີ່ຖືກຄັດ ເລືອກຈັດຕັ້ງປະຕິບັດເຮັດທົດລອງວຽກງານສາມສ້າງຂອງຈຳນວນບ້ານທັງໝົດ 67 ບ້ານຂອງເມືອງ. ຊຶ່ງຫ່າງຈາກເທດສະ ບານເມືອງປະມານ 20 ກິ ໂລແມັດ, ມີທັງໝົດ 130 ຄອບ ຄົວ, ມີພົນລະເມືອງທັງໝົດປະ ມານ 678 ຄົນ, ຍິງ 366 ຄົນ; ອາຊີບຕົ້ນຕໍຂອງປະຊາຊົນແມ່ນເຮັດນາ ແລະ ລ້ຽງສັດ. ບ້ານດັ່ງກ່າວເປັນບ້ານທີ່ຕັ້ງຢູ່ລຽບຕາມແຄມນ້ຳມ່າ ແລະ ລຽບຕາມແຄມ ທາງໄປສູ່ຊາຍແດນສົມຫວັງ-ແຕ່ນຕັນ ຊຶ່ງເປັນດ່ານທ້ອງຖິ່ນລະຫວ່າງລາວ-ຫວຽດນາມທີ່ຫ່າງຈາກບ້ານໄປປະມານ 7 ກິໂລແມັດ ແລະ ເປັນບ້ານໜຶ່ງທີ່ມີຄວາມເຂັ້ມແຂງທາງດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະແດງ ອອກໃຫ້ ເຫັນຢູ່ບ່ອນວ່າ: ປະຊາຊົນມີຄວາມຕື່ນຕົວທາງດ້ານການເມືອງສູງເປັນບ້ານທີ່ມີທ່າ ແຮງໃນການຜະລິດ-ປູກຝັງ, ລ້ຽງສັດ ແລະ ການບໍລິການ ການຄ້າ. ພາຍໃນບ້ານມີເນື້ອ ທີ່ທຳການຜະລິດທັງໝົດ 99 ເຮັກຕາ.
   ຜ່ານການຈັດຕັ້ງປະຕິບັດວຽກງານສາມສ້າງ ໃນໄລຍະທີ່ຜ່ານມາ, ທ່ານ ດາວທອງ ເລຂາພັກບ້ານ, ນາຍບ້ານສົບຮາວ ໄດ້ແຈ້ງໃຫ້ຊາບວ່າ: ບ້ານດັ່ງກ່າວມີຫຼາຍອັນພົ້ນເດັ່ນໃນການພັດທະນາທີ່ກ້າວໄວ. ຖ້າທຽບໃສ່ເວລາຍັງບໍ່ທັນເປັນ ບ້ານທົດລອງ ສາມສ້າງ. ຍ້ອນວ່າປະຊາຊົນພາຍໃນບ້ານທຸກຄອບຄົວໄດ້ເຊື່ອມຊຶມມະຕິ 03 ຂອງກົມການເມືອງສູນກາງພັກ ພ້ອມທັງໄດ້ຈັດຕັ້ງ ປັບປຸງອຳນາດການປົກຄອງບ້ານ ແລະ ບັນດາອົງການຈັດຕັ້ງຕ່າງໆ ພາຍໃນບ້ານ; ໄດ້ສຳເລັດການ ຝຶກອົບຮົມຄວາມຮູ້ພື້ນຖານ ທາງດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາຕາມເນື້ອໃນເອກະສານທີ່ນຳມາເຜີຍແຜ່ມີຄື: ວຽກງານ ລະບອບ ການເມືອງ-ການປົກຄອງໃນລະບອບປະຊາທິປະໄຕປະຊາຊົນລາວ, ຍົກສູງຄວາມສາມາດນຳພາຂອງໜ່ວຍພັກ,​ ສ້າງໜ່ວຍພັກເຂັ້ມ ແຂງຮູ້ນຳພາຮອບດ້ານ, ການສ້າງບ້ານເປັນຫົວໜ່ວຍພັດທະນາ, ເອກະສານແກ້ໄຂຄວາມທຸກຍາກ. ພ້ອມນີ້ກໍໄດ້ຮັບອະນຸ ຍາດ ແຜນງົບປະມານເງິນທີ່ຈະນຳມາພັດທະນາບ້ານຈຳນວນ 1 ຕື້ກີບຈາກລັດຖະບານ. ພ້ອມທັງໄດ້ຮັບສິນເຊື່ອຈາກ ທະນາຄານ ນະໂຍບາຍເມືອງຊຽງຄໍ້ມາປ່ອຍສິນເຊື່ອໃຫ້ປະ ຊາຊົນພາຍໃນບ້ານໄດ້ມີທຶນຮອນເຂົ້າໃນການຜະລິດຈຳນວນ 405 ລ້ານກີບ ແລະ ສະເພາະປ່ອຍໃຫ້ 3 ກຸ່ມການຜະລິດກະສິກຳປູກຝັງ-ລ້ຽງສັດຈຳນວນ 519 ລ້ານກີບ.
   ຜ່ານການປະຕິບັດຕົວຈິງໄດ້ເຮັດໃຫ້ປະຊາຊົນມີຄວາມບຸກບືນສູ້ຊົນຕໍ່ການຜະລິດຕ່າງໆເປັນຕົ້ນແມ່ນກຸ່ມປູກສາລີ, ສາມາດປູກ ສາລີໄດ້ຄອບຄົວໜຶ່ງ 50 ໂຕນ, ຂາຍໃນລາຄາ 1.500.000 ກີບ/ໂຕນ ແລະ ປູກເຂົ້າສະເລ່ຍຕໍ່ຫົວຄົນປະມານ 636 ກິໂລກຣາມຕໍ່ຄົນຕໍ່ປີ. ການຈັດຕັ້ງປະຕິບັດວຽກງານດັ່ງກ່າວສາມາດເຮັດໃຫ້ປະຊາຊົນມີຜົນຜະລິດຫຼາຍຂຶ້ນສ່ວນໜຶ່ງ ແຮເອົາໄວ້ກິນ ພາຍໃນຄອບຄົວ, ສ່ວນທີ່ເຫຼືອນຳໄປຂາຍສົ່ງອອກຕ່າງປະເທດ, ຊຶ່ງໄດ້ເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນເປັນກ້າວໆ ສະ ເລ່ຍລາຍຮັບຕໍ່ຄົນຕໍ່ປີປະມານ 4.960.000 ກີບ. ນອກຈາກທີ່ກ່າວມານັ້ນອັນທີ່ພົ້ນເດັ່ນກ່ວາໝູ່ແມ່ນໄດ້ເຮັດສຳເລັດໂຄງ ການສ້າງ ນ້ຳລິນຢູ່ບ້ານໃນມູນຄ່າ 800.004.400 ກີບ ຈາກຂະແໜງສາທາລະນະສຸກ, ໂຄງການຈັດສັນບ້ານ ແລະ ອອກ ໃບຕາດິນຖາ ວອນໃຫ້ປະຊາຊົນພາຍໃນບ້ານສຳເລັດ 100% ລວມມູນຄ່າ 20.846.500 ກີບ ຈາກຫ້ອງການແຜນການ ແລະ ການລົງທຶນ ເມືອງສົບເບົາ.
   ຄຽງຄູ່ກັນນີ້, ໃນອະນາຄົດອັນມໍ່ໆນີ້, ບ້ານຍັງໄດ້ສົມທົບກັບເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້າງແຜນພັດທະນາຫຼາຍ ໂຄງການເຊັ່ນ: ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ບ້ານເປັນທຶນຈາກຂະແໜງສຶກສາ ແລະ ກິລາໃນມູນຄ່າ 2.258.473.826 ກີບ; ໂຄງການອອກແບບແຜນຜັງ ໂດຍແມ່ນທຶນຈາກຂະແໜງການໂຍທາທິການ ແລະ ຂົນສົ່ງຈຳນວນ 66.000.000 ກີບ; ໂຄງການກໍ່ສ້າງສະໂມສອນບ້ານ ແລະ ໂຄງການກໍ່ສ້າງຫ້ອງການບ້ານແມ່ນເປັນທຶນ ຈາກຂະແໜງຊັບພະຍາ ກອນນ້ຳ ແລະ ສິ່ງແວດລ້ອມ. ຊຶ່ງບັນດາໂຄງການເຫຼົ່ານັ້ນຈະໃຫ້ສຳເລັດໃນໄວໆນີ້ ເພື່ອເຮັດໃຫ້ມະຕິສາມສ້າງທີ່ໄດ້ວາງໄວ້ ນັ້ນໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ