24.2.14

ກໍ່ສ້າງ​ຮາກ​ຖານ​ການ​ເມືອງ - ພັດທະນາ​ຊົນນະບົດ​ຮອບ ດ້ານ​ຕິດ​ພັນ​ກັບ​ວຽກງານ​ 3 ສ້າງ​ແຂວງ​ ຫົວພັນ

ພາບຕົວເມືອງ ຊຳເໜືອ
ຂປລ.ແຂວງ ​ຫົວພັນ​ໃນ​ປັດຈຸບັນ​ລວມມີ 10 ​ເມືອງ​ຄື: ​ເມືອງ​ຊຳ​ເໜືອ, ຫົວ​ເມືອ​ງ, ​ເມືອງ​ ຮ້ຽມ, ​ເມືອງ​ ຊ່ອນ, ວຽງ​ໄຊ, ຊຳ​ໃຕ້, ​ເມືອງ​ກວັນ, ສົບ​ເບົາ, ຊຽງຄໍ້ ​ແລະ ​ເມືອງ​ແອດ​ລວມມີ 720 ບ້ານ.
ຜ່ານ​ການຈັດຕັ້ງປະຕິບັດ​ ວຽກງານ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ-ພັດທະນາ​ຊົນນະ​ບົດ​ຮອບດ້ານ ​ຕິດ​ພັນ​ກັບ​ວຽກງານ 3 ສ້າງ​ໄລຍະ 3 ປີຜ່ານມາ​ເຫັນ​ວ່າ​ ທົ່ວ​ແຂວງ​ໄດ້​ມີ​ສະຖຽນລະ​ພາບ​ທາງ​ດ້ານ​ການ​ເມືອງໜັກ​ແໜ້ນ ​ແລະ ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ, ການ​ພັດທະນາ​ເສດຖະກິດ - ສັງຄົມ​ໄດ້​ມີ​ບາດກ້າວ ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ, ທຸກ​ອົງການ​ຈັດຕັ້ງ​ໄດ້​ຮັບ​ການ​ປັບປຸງ​ດີ​ຂື້ນ​ ເຊີ່ງ​ສະ​ແດງ​ອອກ​ຢູ່​ຂັ້ນບ້ານ​ໃນ​ທົ່ວ​ແຂວງ​ ມີໜ່ວຍພັກ​ເຂັ້ມ​ແຂງ​ຮູ້​ນຳພາ​ຮອບດ້ານ 330 ໜ່ວຍ​ເທົ່າ​ກັບ 46.08% ຂອງ​ຈຳນວນໜ່ວຍພັກ​ທັງໝົດ, ໜ່ວຍ​ແມ່ຍິງ 3 ດີ 416 ໜ່ວຍ, ໜ່ວຍຊາວໜຸ່ມ 4 ບຸກ 324 ໜ່ວຍ, ປະກາດ​ເປັນ​ບ້ານ​ ວັດ​ທະນະ​ທຳ​ແລ້ວ 194 ບ້ານ ​ແລະ 4 ກຸ່ມ​ບ້ານ, ບ້ານ​ປອດ​ຄະດີ 346 ບ້ານ, ຄອບຄົວ​ປອດ​ຄະດີ 22.011 ຄອບຄົວ, ບ້ານ​ປອດ​ຢາ​ເສບ​ຕິດ 209 ບ້ານ​ກວມ 29.19% ​ແລະ 100 ບ້ານ​ໄດ້​ປະກາດ​ເປັນ​ບ້ານ​ພັດທະນາ.
ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທົ່ວ​ແຂວງ​ມີ 379 ບ້ານ, ມີ 28.490 ຄອບຄົວ​ໄດ້​ຊົມ​ໃຊ້​ໄຟຟ້າ ​ແລະ ມີ​ທາງ​ລົດ​ກວມ 100%. ດ້ານ​ການ​ຜະລິດ​ແກ້​ໄຂ​ ຊີວິດ​ການ​ເປັນ​ຢູ່​ມີ​ເນື້ອທີ່​ຊົນລະປະທານ​ກວມ 12.166 ​ເຮັກຕາ​ຂອງ​ເນື້ອທີ່​ປູກຝັງ​ທັງໝົດ, ບ້ານ​ທີ່​ຍັງ​ທຸກ​ຍາກຫລຸດລົງ​ຍັງ​ເຫລືອພຽງ 437 ບ້ານ, ຄອບຄົວ ​ທຸກ​ຍາກ​ຍັງ​ເຫລືອ 17.166 ຄ​ອບຄົວ​ເທົ່າ​ກັບ 36,71% ຂອງ​ຈຳນວນ​ຄອບຄົວ​ທົ່ວ​ແຂວງ, ການ​ຜະລິດ​ກະສິກຳ​ເພີ່ມ​ຂື້ນ​ໃນ​ອັດຕາ​ສະ​ເລ່ຍ 13,55% ຕໍ່ ປີ​ໃນ​ນັ້ນ​ໃນ​ປີ 2013 ສາມາດ​ຜະລິດ​ເຂົ້າ​ໄດ້ 1.010.145,7 ​ໂຕນ, ສາລີ 86.400 ​ໂຕນ, ​ເສດຖະກິດ​ຂະຫຍາຍ​ໃນ​ລະດັບ​ສະ​ເລ່ຍ 11% ຕໍ່ປີ.
ວຽກງານ​ການ​ສຶກສາ ​ແລະ ສາທາລະນະ​ສຸກ​ກໍໄດ້​ປັບປຸງ​ຍົກ​ລະດັບຫລາຍດ້ານ​ໃນ​ນັ້ນ ດ້ານ​ການ​ສຶກສາ​ທິການ ​ແລະ ກິລາກໍໄດ້​ແຈກ​ຢາຍ​ຄູ​ສອນ​ໄປ​ເຖິງ​ບ່ອນ ​ຫ່າງ​ໄກ​ສອກຫລີກ, ປັດຈຸ​ບັນ​ທົ່ວ​ແຂວງ​ມີ​ໂຮງຮຽນຊັ້ນປະຖົມ​ສົມບູນ 755 ​ແຫ່ງ, ມັດທະຍົມມຕົ້ນ 92 ​ແຫ່ງ, ມັດທະ ຍົມ​ ມ​ ປາຍ 37 ​ແຫ່ງ, ​ເດັກ​ໃນ​ເກນ ​ອາຍຸ​ໄດ້​ເຂົ້າ​ໂຮງຮຽນມີ 97,76%, ມີ 36 ໝວດ​ໂຮງຮຽນ ຢັ້ງຢືນ​ເປັນໝວດ​ໂຮງຮຽນປອດ​ຢາ​ເສບ​ຕິດ, ສາມາດ​ປະ​ກາດ​ສຳ​ເລັດ​ການ​ສຶກສາ​ຊັ້ນປະຖົມ ​ພາກ​ບັງຄັບ​ໃນ​ທົ່ວ​ແຂວງ​ໃນ​ວັນ​ທີ 17 ທັນວາ 2013.
ວຽກງານ​ສາທາລະນະ​ສຸກ​ກໍ​ໄດ້​ປັບປຸງ ​ແລະ ຂະຫຍາຍ​ຕາໜ່າງການ​ບໍລິການ​ໃຫ້​ກວ້າງຂວາງ​ອອກ​ໄປ​ສູ່​ບ່ອນ​ຈຸດ​ສຸມ​ຊື່​ງປະຈຸ ​ບັນ​ທົ່ວ​ແຂວງ​ມີ​ສຸກສາລາ 58 ​ແຫ່ງ, ຕູ້​ຢາ​ປະຈຳ​ບ້ານ 544 ບ້ານ, ກອງ​ທຶນ​ສຸຂະພາບ​ຂອງ​ຜູ້​ທຸກ​ຍາກ 67 ​ແຫ່ງ, ​ໃນ​ນັ້ນຢູ່​ຂັ້ນ​ແຂວງ 1 ​ແຫ່ງ ຂັ້ນ​ເມືອງ 8 ​ແຫ່ງ, ຂັ້ນສຸກສາລາ 58 ​ແຫ່ງ ​ແລະ ປະຕິ​ບັດນະ​ໂຍບາຍ​ການ​ຊ່ວຍ​ເອົາລູກ​ອອກ​ໂດຍ​ບໍ່​ເສຍ​ຄ່າ 46 ​ແຫ່ງ, ​ໃນ​ນັ້ນຂັ້ນ​ແຂວງ 1 ​ແຫ່ງ, ຂັ້ນ​ເມືອງ 6 ​ແຫ່ງ ​ແລະ ຢູ່​ຂັ້ນ ສຸກສາລາ 39 ​ແຫ່ງ. ​ເວົ້າລວມ​ແລ້ວ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ຜູ້​ທຸກ​ຍາກ ​ຢູ່​ຊົນນະບົດ​ໄດ້​ເຂົ້າ​ເຖິງ​ການ​ດ້ານສາທາລະນະ​ສຸກ 100% ມາ​ຮອດ​ປະຈຸ​ບັນ​ ສາມາດ​ຮັບຮອງ​ເປັນ​ບ້ານ​ສາທາລະນະ​ສຸກ​ແບບຢ່າງ 155 ບ້ານ, ກວມ 21,54%  ຂອງ​ຈຳນວນ​ບ້ານ​ໃນ​ທົ່ວ​ແຂວງ.
ເພື່ອ​ປະຕິບັດ​ຕາມ​ມະຕິ 03 ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍ​ການ​ສ້າງຕັ້ງ​ແຂວງ​ເປັນ​ຫົວ ໜ່ວຍຍຸດ​ທະ​ສາດ, ສ້າງ​ເມືອງ​ເປັນ​ຫົວໜ່ວຍ​ເຂັ້ມ​ແຂ​ງຮອບ​ດ້ານ, ສ້າງ​ ບ້ານ​ເປັນ​ຫົວໜ່ວຍ ພັດທະນາ, ທາງ​ຄະ ນະ​ພັກ - ອຳ​ນາດ​ການ​ປົກຄອງ​ຂັ້ນ​ແຂວງ, ຂັ້ນ​ເມືອງ​ພ້ອມ​ກັບ​ພະ​ແນ​ກການ ກໍໄດ້​ເອົາ​ໃຈ​ໃສ່ຄົ້ນຄວ້າ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດ​ມະຕິ 3 ສ້າງ​ເຂົ້າ​ໃນ 3 ​ເມືອງ​ເຊັ່ນ: ​ເມືອງ​ຫົວ​ເມືອງ, ວຽງ​ໄຊ ​ແລະ ສົບ​ເບົາ​ຊື່​ງມີ 6 ບ້ານ​ເປົ້າໝາຍຄື: ບ້ານ​ລານ​ຊຽງ, ສົບ​ເຫລົ້າ, ​ເມືອງ​ປົວ, ລ້ອງ​ກູ້, ສົບ​ຮາວ ​ແລະ ບ້ານ​ປ່າ​ຮ່າງ. ຜ່ານ​ການຈັດຕັ້ງປະຕິບັດ​ໃນ​ບາດ ກ້າວ​ທົດລອງ 1 ປີຜ່ານມາສາມາດ​ຫັນ​ລົງ​ເກັບ​ກຳ​ຂໍ້​ມູນ​ໄປ​ພ້ອມ​ກັບ ​ການ​ປັບປຸງ​ກົງຈັກ​ການຈັດ ຕັ້ງ​ແຕ່​ລະ​ດ້ານ​ຢູ່​ຂັ້ນ​ເມືອງ​ ​ແລະ ຂັ້ນບ້ານ​ເຊັ່ນ: ວຽກງານ​ການ​ເມືອງ​ແນວ​ຄິດ, ອຳນາດ​ການ​ປົກຄອງ, ວຽກງານ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະ ຫງົບ​ໃຫ້​ເຂັ້ມ​ແຂງໜັກ​ແໜ້ນ, ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ - ສັງຄົມ. ຜ່ານ​ການ​ເຄື່ອນ​ໄຫວ​ຈັດຕັ້ງ ປະຕິ ບັດເຫັນ​ວ່າວຽກງານ​ທຸກ​ດ້ານ ​ພວມ​ເປັນ​ຂະ​ບວນການ​ທີ່​ຈະ​ໄດ້​ສືບຕໍ່ຈັດ ຕັ້ງປະຕິບັດ​ໃນ​ຂັ້ນຕໍ່​ໄປ​ດ້ວຍ​ຄວາມ​ຮັບຜິດຊອບ ​ຂອງ​ຂະ​ແໜງການ​ກ່ຽວຂ້ອງ​ ແນ່​ໃສ່​ບັນລຸ​ເປົ້າໝາຍ ສະຫັດສະ​ວັດ​ດ້ານ​ພັດທະນາ​ໃນ​ປີ 2020 ທີ່​ຈະ​ມາ​ເຖິງ.

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ