24.2.14

ທາງ 6A ເຊື່ອມຕໍ່ເສດຖະກິດພາກເໜືອ ສຳເລັດການປັບປຸງ ດຽວນີ້ຂຸ້ນຂ້ຽວສ້າງຂົວ 7 ແຫ່ງ

ຮູບ: ກຳລັງກໍ່ສ້າງຂົວ
ການ​ປັບ­ປຸງ​ເສັ້ນ­ທາງ​ມີ​ຄວາມຍາວ 62 ກິ­ໂລ­ແມັດ ເລີ່ມ​ແຕ່​ເມືອງ​ສົບເບົາ​ເຖິງ​ຈຸດ​ສຸດ​ທ້າຍ​ຂອງ​ໂຄງ­ການ​ທີ່ບ້ານ​ດ່ານ ເມືອງ​ແອດ ແຂວງ​ຫົວ­ພັນ ນັບ​ຈາກ​ປະ­ຕິ­ບັດ​ວຽກ​ມາ​ແຕ່​ກາງ​ປີ 2011 ໄດ້​ສຳ­ເລັດແລ້ວ​ພ້ອມ​ສາ­ມາດເປີດ​ບໍ­ລິ­ການ​ນຳ​ໃຊ້​ໄດ້​ນັບ​ແຕ່​ທ້າຍ​ປີ 2013 ເປັນ­ຕົ້ນ​ມາ ຂະ­ນະ​ທີ່​ປະ­ຈຸ​ບັນ​ກຳລັງ​ຂຸ້ນ­ຂ້ຽວ​ກໍ່­ສ້າງ​ຂົວ 7 ແຫ່ງ​ທີ່​ນອນ​ຢູ່ເສັ້ນ­ທາງ​ດັ່ງ­ກ່າວ.
       ບໍ່​ດົນ​ມາ​ນີ້ ທ່ານ ອາດ​ນາ​ດາ ບູ­ລົມ ຫົວ­ໜ້າ​ໂຄງ­ການ​ລາຍ​ງານ​ໃຫ້​ທີມ​ງານຂ່າວ​ເສດ­ຖະ­ກິດ-ສັງ­ຄົມ​ຮູ້​ວ່າ: ໂຄງ­ການປັບ­ປຸງ​ທາງ 6A ສົບ​ເບົາ-ບ້ານ​ດ່ານ ຊຶ່ງ​ເປັນ​ໂຄງ­ການ​ເຊື່ອມ​ຕໍ່​ເສດ­ຖະ­ກິດພາກ​ເໜືອ​ຂອງ​ແຂວງ​ຫົວ­ພັນ​ແຍກ​ ອອກຈາກ​ທາງ​ເລກ 6 ສາມ​ແຍກ​ບ້ານ​ຫາງລ້ອງ ເມືອງ​ວຽງ​ໄຊ ກິ­ໂລ­ແມັດ 0+000 ຜ່ານ​ສີ່​ຕົວ​ເມືອງ​ມີ: ເມືອງ​ວຽງ​ໄຊ, ເມືອງ​ສົບ​ເບົາ, ເມືອງ​ຊຽງ​ຄໍ້ ແລະ ເມືອງ​ແອດ ບ້ານ​ດ່ານ ແລ້ວ​ອອກ​ສູ່ ສສ ຫວຽດ­ນາມ ແມ່ນ​ສຳ­ເລັດ​ໂດຍ​ພື້ນ­ຖານ.

      ສຳ­ລັບ​ໂຄງ­ການ​ນີ້​ໃຊ້​ໄລ­ຍະ​ເວ­ລາໃນ​ການ​ກໍ່­ສ້າງ​ລວມ 30 ເດືອນ ເລີ່ມ​ຕົ້ນ​ປະ­ຕິ­ບັດ​ວຽກ​ແຕ່​ວັນ​ທີ 11 ພຶດ ສະ­ພາ 2011 ແລະ ໄດ້​ສຳ­ເລັດ​ການ​ກໍ່ສ້າງ​ໃນ​ເດືອນ​ພະ­ຈິກ 2013 ຜ່ານ​ມາ​ນີ້, ຄວາມ​ຍາວ​ຂອງ​ທາງ​ທັງ​ໝົດ 62 ກິ​ໂລແມັດ ເລີ່ມ​ແຕ່​ຕົວ​ເມືອງ​ສົບ​ເບົາ​ຈົນ​ຮອດ ບ້ານ​ດ່ານ ເມືອງ​ແອດ ແຂວງ​ຫົວ­ພັນ.
      ທ່ານ ອາດ​ນາ​ດາ ບູ­ລົມ ໃຫ້​ຮູ້​ອີ​ກວ່າ: ໂຄງ­ການ​ນີ້​ໄດ້​ຮັບການ​ຊ່ວຍ­ເຫຼືອ​ລ້າ​ຈາກ​ທະ­ນາ­ຄານ​ໂລກ 70% ແລະ ທຶນ​ສົມ­ທົບ​ຂອງ​ລັດ­ຖະ­ບານ 30%, ຊຶ່ງ​ໄດ້​ເຊັນ​ສັນ­ຍາ​ກັບ​ບໍ­ລິ­ສັດ​ຮັບ​ເໝົາ​ກໍ່­ສ້າງ​ເປັນ​ເງິນ​ຈຳ­ນວນ 6,75 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ.
      ແນວ­ໃດ​ກໍ່​ດີ ການ​ກໍ່­ສ້າງ​ຂົວ 7 ແຫ່ງ ທີ່​ນອນ​ໃນ​ໂຄງ­ການ​ດຽວ​ກັນ ທ່ານ ອາດນາ​ດາ ບູ­ລົມ ໃຫ້​ຮູ້​ອີ​ກວ່າ: ແມ່ນ​ໄດ້​ເລີ່ມລົງ­ມື​ມາ​ແຕ່​ທ້າຍ​ເດືອນ​ເມ­ສາ 2013 ແລະ ໃຫ້​ສຳ­ເລັດ​ໃນ​ທ້າຍ​ເດືອນ​ດຽວ​ກັນຂອງ​ປີ 2015 ຈະ​ໃຊ້​ທຶນ​ໃນ​ການ​ກໍ່­ສ້າງມູນ​ຄ່າ 5,30 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ທີ່​ປະ­ກອບ​ມີ: ຂົວ​ນ້ຳ​ລ້ອງ, ຂົວ​ຫົວ​ກະສາຍ, ຂົວ​ຫ້ວຍ​ຮວງ, ຂົວ​ຫ້ວຍ​ມອນ, ຂົວ​ຫ້ວຍ​ນ້ຳ​ດິກ, ຂົວ​ຫ້ວຍ​ຢອງ ແລະ ຂົວ​ນ້ຳ​ມ້າ ມາ​ຮອດ​ປະ­ຈຸ​ບັນ​ນີ້​ຄວາມ​ຄືບໜ້າ​ຂອງ​ວຽກ​ງານ​ປະ­ຕິ­ບັດ​ໄດ້ 12%.

ແຫລ່ງຂ່າວຈາກ: ໜັງສືພີມເສດຖະກິດ-ສັງຄົມ