5.2.14

ເຈົ້າແຂວງ ຫົວພັນ ເຂົ້າຮ່ວມກິນຈຽງຢູ່ກຸ່ມບ້ານ ມອງນໍ້າ, ເມືອງ ຊຽງຄໍ້

ຮູບປະກອບ
ດ້ວຍຄວາມເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ ຂອງພໍ່ແມ່ ປະຊາຊົນບັນດາເຜົ່າ ໃນວັນທີ 2 ກຸມພາ 2014 ນີ້ທ່ານ ຄຳຮຸ່ງ ເຮືອງວົງ ສີ, ກຳມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງໆ ຫົວພັນ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະ ຮ່ວມບຸນກິນຈຽງ ນຳພໍ່ແມ່ພີ່ນ້ອງເຜົ່າມົ້ງ ຢູ່ກຸ່ມ ບ້ານມອງນ້ຳ ເມືອງຊຽງຄໍ້ ແຂວງ ຫົວພັນ ຊຶ່ງໄດ້ຮັບການ ຕ້ອນຮັບຢ່າງອົບອຸ່ນຈາກການ ນຳຂັ້ນເມືອງ, ຄະນະພັກ ກຸ່ມບ້ານ, ອຳນາດການປົກຄອງ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍນັກຮຽນ. ການລົງຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຊຶ່ງທ່ານ ເຈົ້າແຂວງໄດ້ຮັບຟັງການລາຍ ງານຫຍໍ້ຈາກຄະນະພັກກຸ່ມ ບ້ານກ່ຽວກັບການຈັດຕັ້ງປະຕິ ບັດການຊີ້ນຳໆພາ ແລະ ການພັດ ທະນາເສດຖະກິດ - ສັງຄົມ ໃນຂົງເຂດກຸ່ມບ້ານຂອງຕົນ
ຊຶ່ງໄດ້ຍົກໃຫ້ເຫັນໃນທົ່ວກຸ່ມ ບ້ານມີ 6 ບ້ານຂຶ້ນກັບ, ມີ ພົນລະເມືອງທັງໝົດ 2.099 ຄົນ, ຍິງ 1.021 ຄົນ, ມີ 326 ຄົວເຮືອນ, ມີ 3 ເຜົ່າຢູ່ຮ່ວມ ກັນຄື: ເຜົ່າມົ້ງ, ເຜົ່າລາວໄຕ ແລະ ເຜົ່າຊິງມູນ ອາຊີບຕົ້ນຕໍ ຂອງປະຊາຊົນໄດ້ຢຶດຖືການ ເຮັດໄຮ່ປູກເຂົ້າ, ປູກພືດເປັນ ສິນຄ້າມີເນື້ອທີ່ທັງໝົດ 954,52 ເຮັກຕາ, ເນື້ອທີ່ປ່າ ສະຫວງຫ້າມ 358,65 ເຮັກຕາ, ພ້ອມນີ້ຍັງໄດ້ລ້ຽງສັດໃຫຍ່ ແລະ ສັດນ້ອຍ ຊຶ່ງມີຄວາຍທັງໝົດ 204 ໂຕ, ງົວ 131 ໂຕ, ແບ້ 448 ໂຕ, ໝູ 1.277 ໂຕ, ສັດປີກ 4.463 ໂຕ, ລວມຍອດລາຍຮັບໃນທົ່ວກຸ່ມໃນປີຫນຶ່ງໄດ້ 806 ລ້ານ 8 ແສນກວ່າກີບ ສະເລ່ຍໃສ່ຫົວ ຄົນຜູ້ ຫນຶ່ງໄດ້ 3 ລ້ານ 8 ແສນກວ່າກີບຕໍ່ຄົນຕໍ່ ປີ. ຈາກນັ້ນທ່ານເຈົ້າແຂວງຍັງ ໄດ້ເນັ້ນຫນັກໃຫ້ຄະນະພັກ, ອຳນາດການປົກຄອງຂັ້ນກຸ່ມ, ຂັ້ນບ້ານຈົ່ງສືບຕໍ່ເພີ່ມທະວີນຳພາປະຊາຊົນຂົງເຂດຕົນຮັບຜິດຊອບໃນທຸກດ້ານເປັນຕົ້ນ ແມ່ນດ້ານແນວຄິດ, ຄວາມສາມັກຄີບັນດາເຜົ່າ, ພື້ນຖານມີຄວາມສະຫງົບ, ນຳພາການຜະລິດເປັນສິນຄ້າແກ້ໄຂຊີວິດການເປັນຢູ່ໃຫ້ຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ