3.3.14

ວາງສີລາລືກໂຄງການບູລະນະຖໍ້າລາວສ້າງຊາດທີ່ເມືອງ ວຽງໄຊ

ພິທີວາງສີລາລືກ
ຫວ່າງບໍ່ດົນມານີ້ ແນວລາວສ້າງຊາດ ແຂວງ ຫົວພັນໄດ້ຈັດພິທີ ວາງສີລາລືກ ໂຄງການ ບູລະນະຖ້ຳແນວ ລາວສ້າງຊາດທີ່ເມືອງວຽງໄຊ ແຂວງ ຫົວພັນ ເປັນກຽດເຂົ້າຮ່ວມ ຂອງທ່ານ ຕົງເຢີທໍ, ກຳມະການສູນກາງພັກ, ຮອງປະທານຜູ້ປະຈຳການສູນກາງ ແນວລາວສ້າງຊາດ, ມີທ່ານ ຕຳລາ ອຳຄາທອງຄຳ, ຮອງເລຂາພັກແຂວງ, ປະທານ ແນວລາວສ້າງຊາດແຂວງ ມີບັນດາຄະນະຜູ້ແທນ ກອງປະຊຸມຄົບ ຄະນະ ກຳມະ ການສູນກາງແນວລາວສ້າງຊາດ ຄັ້ງທີ 4 ສະໄໝທີ IX ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
   ໃນພິທີດັ່ງກ່າວ ທ່ານ ຕຳລາ ອຳຄາທອງຄຳ ໄດ້ເປັນກຽດຜ່ານປະຫວັດຫຍໍ້ຖ້ຳແນວລາວສ້າງຊາດ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ແນວລາວ ອິດສະຫຼະໄດ້ສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ແລະ ຖ້ຳແຫ່ງນີ້ເປັນບ່ອນເຮັດວຽກຂອງຫ້ອງວ່າການສູນກາງແນວລາວຮັກຊາດ ເພື່ອປຸກລະດົມປະຊາຊົນບັນດາເຜົ່າເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍຊາດຈົນໄດ້ຮັບໄຊຊະນະຢ່າງສົມບູນໃນປີ 1975.
   ພາຍຫຼັງໄດ້ຮັບການປົດປ່ອຍແລ້ວສູນກາງແນວລາວສ້າງຊາດໄດ້ຍົກຍ້າຍໄປຢູ່ນະຄອນຫຼວງວຽງຈັນ ໃນປີ 1976, ໄດ້ປະຖ້ຳແຫ່ງນີ້ ເປັນເວລາ 36 ປີ. ຈົນມາເຖິງກອງປະຊຸມສາມັນຄັ້ງທີ 3 ສະໄໝທີ IX ຈຶ່ງໄດ້ຕົກລົງສ້າງເປັນໂຄງການ ລະອຽດບູລະນະຖ້ຳ ແຫ່ງ ນີ້ຄືນ,  ໂດຍມອບໃຫ້ຄະນະກຳມະການແນວລາວສ້າງຊາດ ແຂວງຫົວພັນ ແລະ ຄະນະກຳມະການແນວລາວສ້າງຊາດເມືອງວຽງໄຊ ເປັນເຈົ້າໂຄງການບູລະນະຖ້ຳປະຫວັດສາດແຫ່ງນີ້. ຄວາມສຳຄັນຂອງການບູລະນະຖ້ຳແຫ່ງນີ້ແມ່ນເພື່ອເປັນບ່ອນສຶກສາອົບຮົມໃຫ້ຄົນ ຮຸ່ນຫຼັງໄດ້ຮັບຮູ້ກ່ຽວກັບມູນເຊື້ອການເຕົ້າໂຮມຄວາມສາມັກຄີບັນດາເຜົ່າພ້ອມທັງເປັນແຫຼ່ງທ່ອງທ່ຽວປະຫວັດສາດ ແລະ ເປັນຖ້ຳທີ່ມີ ຄວາມສວຍງາມ. ມາຮອດປະຈຸບັນນີ້, ຫຼາຍພາກສ່ວນກໍໄດ້ອຸປະຖຳ ບູລະນະຖ້ຳແຫ່ງນີ້ ຊຶ່ງໄດ້ປັບ ປຸງສຳເລັດໄປສ່ວນໃດສ່ວນ ໜຶ່ງ ໂດຍສະເພາະໄດ້ບູລະນະຮ່ອງຮອຍປະຫວັດສາດໃນຖ້ຳ ແລະ ກໍ່ສ້າງຂົວຂ້າມນ້ຳໃນຖ້ຳ, ກໍ່ສ້າງຂັ້ນໄດຂຶ້ນຫາຖ້ຳແລະ ກໍ່ສ້າງສີລາລືກ ພ້ອມກັນນີ້, ຍັງ ຈະຕ້ອງໄດ້ສືບຕໍ່ປັບປຸງໃນແຕ່ລະ ໜ້າວຽກທີ່ໄດ້ກຳນົດໄວ້ໃນແຜນໂຄງການຈົນກວ່າຈະສຳເລັດ.
   ໂອກາດດັ່ງກ່າວ, ທ່ານ ຕົງເຢີທໍ່ ກໍ່ໄດ້ໃຫ້ກຽດຕັດແຖບຜ້າ ເພື່ອວາງສີລາລືກໂຄງການບູລະນະຖ້ຳດັ່ງກ່າວຢ່າງເປັນທາງການ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ