12.3.14

ພະແນກພາຍໃນແຂວງ ຫົວພັນ ຕີລາຄາວຽກງານການເຄື່ອນໄຫວ 1 ປີ ຜ່ານມາ ແລະ ວາງທິດທາງປະຈຳປີ 2014

ຮູບ: ປະກອບ
ວັນທີ 6 ເດືອນມີນາ ນີ້, ພະແນກພາຍໃນແຂວງຫົວພັນ ໄດ້ຈັດກອງປະຊຸມສັງເກດຕີລາຄາສະພາບການຈັດຕັ້ງ ປະຕິບັດວຽກງານປະຈຳສົກປີ 2012-2013 ແລະ ທິດທາງ ແຜນການປະຈຳສົກປີ 2013- 2014 ຂຶ້ນ ທີ່ຫ້ອງວ່າການປົກ ຄອງແຂວງໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວັນໄຊ ແພງຊຸມມາ, ກຳມະການປະຈຳພັກແຂວງ, ຮອງ ເຈົ້າແຂວງຫົວພັນ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນຂັ້ນ ແຂວງ, ມີບັນດາຜູ້ຕາງໜ້າພະແນກການອ້ອມຂ້າງແຂວງ, ຫ້ອງການ ພາຍໃນ 10 ເມືອງທົ່ວ ແຂວງ ແລະ ພະນັກງານວິຊາການເຂົ້າຮ່ວມ 100 ກວ່າຄົນ.
   ວຽກງານພາຍໃນໄດ້ສ້າງຕັ້ງເປັນພະແນກມາເປັນເວລາ 2 ປີ, ທົ່ວແຂວງມີພະນັກງານ- ລັດຖະກອນທັງໝົດ 100 ຄົນ, ຍິງ 41 ຄົນປະກອບມີ 9 ຂະແໜງການ, ມີກົງຈັກການຈັດຕັ້ງຂອງພັກ ແລະ ມະຫາຊົນ ຄົບຖ້ວນໄດ້ເຄື່ອນໄຫວຕາມ ພາລະ ບົດບາດຂອງຕົນ, ວຽກງານພາຍໃນເປັນວຽກງານໃໝ່
ຊຶ່ງມີຄວາມສຳຄັນຕໍ່ກັບການ ວາງແຜນພັດທະນາເສດຖະ ກິດ-ສັງຄົມ ຢູ່ໃນ ສປປ ລາວ ເພື່ອຈັດຕັ້ງປະຕິບັດໜ້າທີ່ໃນ ການຄຸ້ມຄອງປະຊາຊົນພົນລະ ເມືອງໃຫ້ເປັນລະບົບ, ມີແຜນ ການ, ແຜນງານ ແລະ ໂຄງການລະອຽດ, ມີເປົ້າໝາຍໃນ ແຕ່ລະໄລຍະ, ປະຈຸບັນໃນທົ່ວແຂວງ ມີ 718 ບ້ານ, ມີພົນລະເມືອງທັງໝົດ 293.936 ຄົນ, ຍິງ 145.237 ຄົນ. ນອກນີ້ຍັງມີ ຄົນຕ່າງປະເທດທີ່ເຂົ້າມາລົງ ທຶນຖືກຕ້ອງຕາມລະບຽບກົດໝາຍ 1.495 ຄົນ, ຍິງ 228 ຄົນ, ພ້ອມຍັງໄດ້ເຮັດໜ້າທີ່ ການຄວບຄຸມບໍລິຫານລັດໃນ ການຊຸກຍູ້ສົ່ງເສີມບຸກຄົນ ແລະ ນິຕິບຸກຄົນແຕ່ລະ ປະເພດການຍ້ອງຍໍສັນລະເສີນທັງພາຍໃນ ແລະ ຕ່າງປະເທດ ທີ່ມີຜົນງານຊຶ່ງຊຸມປີຜ່ານມາໄດ້ມີກົມກອງ ແລະ ບຸກຄົນ ໄດ້ຮັບຫຼຽນໄຊແຮງງານຊັ້ນ I, ຊັ້ນ II, ຊັ້ນ III ຈຳນວນ 22 ກົມກອງ ແລະ ບຸກຄົນ 287 ຫຼຽນ. ນອກນີ້ຍັງ ໄດ້ມອບຫຼຽນໄຊ, ຫຼຽນກາມິດຕະພາບໃຫ້ແຂວງແທັງຮວາ ສສ ຫວຽດນາມມີ 1 ກົມກອງ ແລະ ໃຫ້ບຸກຄົນ 103 ຫຼຽນ, ມອບຫຼຽນກາລະນຶກໃຫ້ ກົມກອງລວມໝູ່ ແລະ ບຸກຄົນ 400 ຫຼຽນ, ໃບຍ້ອງຍໍລັດຖະບານລາວໃຫ້ກົມກອງມີ 57 ກົມກອງ ແລະ ໃຫ້ບຸກຄົນ 228 ໃບ, ໃບຍ້ອງຍໍເຈົ້າແຂວງໃຫ້ ກົມກອງ 4.881 ໃບ, ໃບກຽດ ຕິຄຸນໃຫ້ບຸກຄົນມີ 438 ໃບ ແລະ ໃບຊົມເຊີຍໃຫ້ບຸກຄົນມີ 566 ໃບ.
ໄປພ້ອມກັນນີ້ ຍັງໄດ້ສຸມ ໃສ່ເຮັດວຽກງານ 3 ສ້າງຢູ່ 3 ເມືອງ ແລະ 6 ບ້ານເປົ້າໝາຍ ໂດຍເອົາການປຸກລະດົມຂະ ບວນການຮັກຊາດ ແລະ ສ້າງບ້ານພັດທະນາ. ທິດທາງແຜນການໃນປີ 2014 ຈະສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ຂອງພະ ນັກງານໃຫ້ມີການຫັນປ່ຽນດີຂຶ້ນ, ສອດຄ່ອງກັບລະບຽບຫຼັກການ, ສຶກສາອົບຮົມ ດ້ານການເມືອງແນວຄິດໃຫ້ ພະນັກງານ-ລັດຖະກອນ ໃຫ້ມີຄວາມອຸ່ນອ່ຽນ ແລະ ມີຄວາມຮັບຮູ້ເຊື່ອມຊຶມເຂົ້າໃຈແຈ້ງຕໍ່ນະໂຍບາຍຂອງພັກ ແລະ ມີ ຄວາມສາມັກຄີ ຢ່າງເປັນປຶກ ແຜ່ນແໜ້ນໜາ, ສຸມໃສ່ການ ຈັດຕັ້ງປະຕິບັດໜ້າທີ່ວິຊາສະ ເພາະຂອງຕົນໃຫ້ບັນລຸຜົນສຳ ເລັດຕາມຄາດໝາຍ.

ແຫລ່ງຂ່າວຈາກ : ໝັງສືພີມປະຊາຊົນ