11.3.14

ຮອງປະທານສະພາແຫ່ງຊາດເຄື່ອນໄຫວເຮັດວຽກຢູ່ເຂດ 8 ແຂວງ ຫົວພັນ

ລະຫວ່າງວັນທີ 28 ກຸມພາ ເຖິງວັນທີ 4 ມີນາ 2014 ຜ່ານມານີ້ ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາເຂດ 8 ແຂວງ ຫົວພັນພ້ອມດ້ວຍ ທ່ານ ຄຳວອນ ບຸນທະວົງ ຄະນະປະຈຳພັກແຂວງ ປະທານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວ¬ພັນ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງສົບເບົາ ແລະ ເມືອງຫົວເມືອງ.
 ການລົງເຄື່ອນໄຫວ ແລະ ເຮັດວຽກໃນຄັ້ງນີ້ແມ່ນເພື່ອ ນຳເອົາຜົນສຳເລັດກອງ ປະ ຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VII ລົງເຜີຍແຜ່ໃຫ້ພະນັກງານລັດຖະກອນ, ທະຫານ, ຕຳຫຼວດ, ອຳນາດການປົກຄອງຂັ້ນບ້ານຕະຫຼອດຮອດພໍ່ແມ່ປະຊາຊົນບັນດາ ເຜົ່າຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ ແລະ ເຂົ້າໃຈເຖີງເນື້ອໃນຈິດໃຈທີ່ສະພາແຫ່ງຊາດໄດ້ຮັບຮອງ.
   ການລົງເຄື່ອນໄຫວເຮັດວຽກຄັ້ງນີ້ມີ 4 ຈຸດ 4 ກຸ່ມບ້ານຄື: ກຸ່ມບ້ານເທສະບານເມືອງສົບເບົາ, ກຸ່ມບ້ານເມືອງຮັງ, ກຸ່ມບ້ານເທສະບານເມືອງຫົວເມືອງ ແລະ ກຸ່ມບ້ານສົບເລົ້າລວມຜູ້ເຂົ້າຮ່ວມຮັບຟັງທັງໝົດ 745 ຄົນ, ຍິງ 334 ຄົນ ໄປແຕ່ລະຈຸດນັ້ນແມ່ນໄດ້ຮັບຟັງການລາຍງານສະພາບລວມໂດຍຫຍໍ້ເປັນຕົ້ນແມ່ນການພັດທະນາເສດຖະກິດŒສັງຄົມ ແລະ ປາກົດການຫຍໍ້ທໍ້ຂອງສັງຄົມຢູ່ຂັ້ນຮາກຖານຈຳນວນໜຶ່ງ.
   ຈາກນັ້ນທ່ານຮອງປະທານສະພາແຫ່ງຊາດກໍໄດ້ສຶກສາອົບຮົມການ ເມືອງແນວຄິດໃຫ້ອຳນາດການປົກຄອງ, ພໍ່ແມ່ປະຊາຊົນແຕ່ລະເຂດ, ແຕ່ລະບ້ານຈົ່ງມີແນວຄິດອຸ່ນອ່ຽນທຸ່ນທ່ຽງຕໍ່ການນຳພາຂອງພັກລະບຽບກົດໝາຍຂອງລັດ ຖະບານ ພ້ອມທັງພັດ-ທະນາເສດຖະກິດຄອບຄົວໃຫ້ມີບາດກ້າວຂະຫຍາຍຕົວການພັດທະ ນາຕ້ອງຕິດພັນກັບວິທະຍາສາດ, ຜະລິດເພື່ອເປັນສິນຄ້າເພື່ອ ສ້າງລາຍຮັບສູ່ຄອບຄົວໂດຍເລັ່ງໃສ່ການປູກ, ການລ້ຽງເປັນບັນຫາສຳຄັນຖືກຕ້ອງຕາມແນວທາງ ຂອງພັກລະບຽບກົດໝາຍຂອງລັດ.