14.3.14

ແຂວງ​ ຫົວພັນ ນຳ​ໃຊ້​ໂຮງຮຽນການ​ເມືອງ-ການ​ປົກຄອງ​ ຫລັງ​ໃໝ່

ຮູບ: ປະກອບ
ຂປລ. ​ການ​ກໍ່ສ້າງ​ໂຮງຮຽນການ​ເມືອງ​-ການ​ປົກຄອງ ​ທີ່​ບ້ານ​ວັກ​ ເມືອງ​ວຽງ​ໄຊ ​ແຂວງ​ຫົວພັນ​ໄດ້​ ເລີ່​ມລົງມື​​ມາ​ແຕ່​ຕົ້ນ​ເດືອນມີນາ 2011 ​ມາຮອດປັດຈຸບັນ ​ໄດ້​​ສຳ​ເລັດ 100% ​ຕາມ​ສັນຍາ​ທີ່​ໄດ້​ລະບຸ​ໄວ້​ ຊຶ່ງ ລັກສະນະ​ຂອງ​ໂຄງການ​ ເປັນ​ອາຄານ​ຖາວອນ ​ປະກອບ​ມີ​ໂຮງຮຽນ 2 ຊັ້ນຈຳນວນ 2 ຫລັງ, ຫ້ອງການ​ຄູ 2 ຊັ້ນ 1 ຫລັງ, ​ເຮືອນ​ພັກ​ນັກຮຽນ 2 ຊັ້ນ 2 ຫລັງ, ​ເຮືອນ​ພັກ​ຄູ​-ອາຈານ ຊັ້ນດຽວ ​ 2 ຫລັງ, ມີ​ຮ້ານ​ອາ​ຫານ 1 ຊັ້ນ 1 ຫລັງ ​ແລະ ສະ​ໂມ ​ສອນ 1 ຫລັງ​ສາມາດ​ບັນຈຸ​ໄດ້ 300-350 ຄົນ. ​​ແຕ່ລະຫລັງ​ໄດ້​ປະກອບ​ມີໂຕະ​ຕັ່ງ, ​ໄຟຟ້າ​ນ້ຳປະປາ​ຄົບ​ຊຸດ ​ແລ​ະ ກໍ່ສ້າງ​ກຳ​ແພງ​ອ້ອມ​ຮອບ, ​ພາຍ​ໃນ​​ມີ​ການ ​ປັບປຸງ​ຕົບ​​ແຕ່ງ​ເປັນ​ຢ່າງ​ດີ​ ລວມມູນ​ຄ່າ​ການກໍ່ສ້າງ​ທັງໝົດ 38,97 ຕື້ກວ່າ​ກີບ ​ໂດຍ​ແມ່ນທຶນ​ຊ່ວຍ​ເຫລືອລ້າ​ຂອງ​ແຂວງ​ແທັງ​ຮວາ ສສ ຫວຽດນາມ.
ພິທີມອບ-ຮັບ ແລະ ເປີດການນຳໃຊ້ໂຮງຮຽນດັ່ງກ່າວ ໄດ້ຈັດຂຶ້ນໃນ​ວັນ​ທີ 11 ມີນາ 2014 ນີ້​ ລະ ຫວ່າງເຈົ້າຂອງ​ໂຄງການ​ ກັບ​ບໍລິສັດ​ຮຶງ​ຟາດ​ກໍ່ສ້າງ ແລະ ຄະນະ​ກວດກາ​ຄຸ້ມ​ຄອງ​ໂຄງການ ​ໂດຍ​ມີ​ທ່ານ ອ່ອນ​ທອງ ​ແພງ​ສົມ​ພັນ ຮອງ​ເລຂາ​ພັກ​ແຂວງ, ຫົວໜ້າຄະນະ​ຈັດຕັ້ງ​ແຂວງ, ຜູ້​ຊີ້ນຳ​ແນວ​ຄິດ​ທິດ ​ສະ​ດີ​ຂັ້ນ​ແຂວງ, ມີ​ບັນດາ​ຄະນະ​ກວດກາ​ຄຸ້ມ​ຄອງ​ໂຄງການ​ຂັ້ນ​ແຂວງ​ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ແລະ ​ພະນັກງານ​ພາຍ​ໃນ​ໂຮງຮຽນດັ່ງກ່າວ​ເຂົ້າຮ່ວມ​./

ແຫລ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ