20.3.14

ລັດວິສາຫະກິດລາວໂທລະຄົມສາຂາແຂວງ ຫົວພັນ ສ້າງລາຍຮັບ 19 ຕື້ກ່ວາກີບ

ກອງປະຊຸມສະຫຼຸຸບຜົນການເຄື່ອນໄຫວດຳເນີນທຸລະກິດ ປະຈຳປີ 2013 ແລະ ວາງທິດທາງປີ 2014 ຂອງລັດ ວິສາຫະກິດລາວໂທລະຄົມ ສາຂາແຂວງ ຫົວພັນ, ໄດ້ຈັດ ຂຶ້ນເມື່ອບໍ່ດົນມານີ້, ກອງປະ ຊຸມໄດ້ຍົກໃຫ້ເຫັນຜົນງານການ ເຄື່ອນໄຫວວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານມາ ຊຶ່ງມີ ຫຼາຍວຽກໄດ້ປະຕິບັດສຳເລັດ ເປັນຕົ້ນ: ໄດ້ສຳເລັດການກໍ່ ສ້າງສູນບໍລິການຢູ່ 4 ເມືອງຄື: ເມືອງ ວຽງໄຊ, ຊຽງຄໍ້, ເມືອງ ແອດ ແລະ ເມືອງຮ້ຽມ ລວມ ມູນຄ່າ 1.170.000.000 ກີບ, ສ້ອມແປງຫ້ອງການສຳນັກງານ ໃຫ້ແຂວງ ແລະ ເມືອງເປັນມູນ ຄ່າ 115.608.000 ກີບ, ບຳ ລຸງຮັກສາສ້ອມແປງຍານພາ ຫະນະທຸກປະເພດໄດ້ 122 ເທື່ອຄັນ ເປັນມູນຄ່າ 87.762.000 ກີບ. ນອກນັ້ນ ໄດ້ເອົາໃຈໃສ່ເກັບລາຍຮັບ, ຄຸ້ມຄອງ ແລະ ຄວບຄຸມລາຍ ຈ່າຍຕາມແຜນການ ສາມາດ ສ້າງລາຍຮັບໄດ້ທັງໝົດ 19 ຕື້ ກວ່າກີບ, ເທົ່າກັບ 94,96% ຂອງແຜນການ, ທຽບໃສ່ປີ 2012 ເພີ່ມຂຶ້ນ 1,65% ຊຶ່ງມີ ຜົນກຳໄລໄດ້ທັງໝົດ 4,44 ຕື້ ກີບ, ປະຕິບັດລາຍຈ່າຍໄດ້ທັງ ໝົດ 11 ຕື້ກີບ, ເທົ່າກັບ 109,40% ຂອງແຜນການ, ທຽບໃສ່ປີ 2012 ເພີ່ມຂຶ້ນ 17,30%, ໃນນີ້ ມອບພັນທະ ໃຫ້ແຂວງ 3,18 ຕື້ກີບ, ເທົ່າ ກັບ 95,59% ຂອງແຜນການ,
ທຽບໃສ່ປີຜ່ານມາເພີ່ມຂຶ້ນ 96,4%, ທວງໜີ້ຄ່າບໍລິການ ໄດ້ 3 ຕື້ກວ່າກີບ, ໃນນີ້ຄ່າບໍລິ ການໂທລະສັບຕັ້ງໂຕ້ 867 ລ້ານກວ່າກີບ, ໂທລະສັບມືຖື ລາຍເດືອນ 955 ລ້ານກວ່າ ກີບ ແລະ ບໍລິການໂທຂ້າມ ແດນ 4 ລ້ານກວ່າກີບ. ແຈກ ຂອງລາງວັນ ເພື່ອຄືນກຳໄລໃຫ້ ລູກຄ້າໃນໂຄງການຕ່າງໆເຊັ່ນ: ໂຄງການຂູດບັດຊີງໂຊກ, ໂຄງ ການຫຼັກ 5 ທ້າຝັນພາກ II ແລະ ໂປຼໂມຊັນອື່ນໆ ເນື່ອງໃນໂອ ກາດຕ່າງໆ.
   ມາຮອດປະຈຸບັນ ລັດວິ ສາຫະກິດລາວໂທລະຄົມ ສາຂາຫົວພັນ ມີລູກຄ້າທັງໝົດ 55.873 ຄົນ, ໃນນັ້ນລູກຄ້າໃຊ້ ເບີມືຖື 41.475 ເລກໝາຍ, ຕັ້ງໂຕະ 1.143 ເລກໝາຍ, ໂທລະສັບບໍ່ມີສາຍ 2.599 ເລກໝາຍ ແລະ ອິນເຕີເນັດ 10.565 ຄົນ. ພ້ອມນີ້ ໄດ້ປັບ ປຸງ, ຍົກສູງປະສິດທິພາບການ ບໍລິການລູກຄ້າ ເພື່ອສ້າງຄວາມ ສະດວກສະບາຍ ແລະ ຄວາມ ເພິ່ງພໍໃຈໃຫ້ລູກຄ້າ ດ້ວຍການ ປັບປຸງຂອດບໍລິການ, ຂະຫຍາຍ ສູນລົງສູ່ບັນດາເມືອງ, ເພີ່ມພະນັກງານບໍລິການ ແລະ ປະ ກອບພາຫະນະຮັບໃຊ້ໃຫ້ແກ່ ເມືອງໄດ້ບັນລຸລື່ນແຜນການທີ່ ວາງໄວ້ຄື: ຂາຍບັດຕື່ມເງິນໄດ້ 16,28 ຕື້ກີບ ເທົ່າກັບ 100,85% ຂອງແຜນການ, ຂາຍເບີໂທລະສັບຕື່ມເງິນໄດ້ 18.110 ເບີ ເທົ່າກັບ 204,14% ຂອງແຜນການ, ຂາຍຊຸດວິນ ໂຟນໄດ້ 2.599 ຊຸດ, ເທົ່າກັບ 248,23% ຂອງແຜນການ, ຂາຍອິນເຕີເນັດ ADSL ໄດ້ 378 User ເທົ່າກັບ 3,150%, ຂາຍເບີອິນເຕີເນັດໄດ້ 5.050 ເບີ, ຂະຫຍາຍສູນກາງໂທລະ ສັບ NGN ໄດ້ 1 ແຫ່ງ, 128 ປະຕູ. ປະຈຸບັນທົ່ວແຂວງມີສູນ ກາງໂທລະສັບ NGN 4 ແຫ່ງ, ມີຄວາມອາດສາມາດ 2.112 ປະຕູ, ມີສະຖານີໂທລະສັບຊົນ ນະບົດ 6 ສະຖານີ ມີຄວາມ ອາດສາມາດ 228 ປະຕູ, ຂະ ຫຍາຍສາຍສົ່ງໄດ້ 9 ກິໂລ ແມັດ, ປັບປຸງລະບົບສາຍສົ່ງ ຈາກດາວທຽມມາເປັນສາຍໄຍ ແກ້ວ 2 ສະຖານີມີ 45 ກິໂລແມັດ ແລະ ປັບປຸງວຽກງານອື່ນໆ, ທັງນີ້ເພື່ອເຮັດໃຫ້ມີຄວາມທັນສະໄໝຮັບປະກັນ ຂອດການບໍລິການ ລູກຄ້າໃຫ້ສະດວກວ່ອງໄວຂຶ້ນຕື່ມ.
   ເຂົ້າຮ່ວມໃນກອງປະຊຸມ ຄັ້ງນີ້ມີ ທ່ານ ອ່ອນທອງ ແພງ ສົມພັນ ຫົວໜ້າຄະນະຈັດຕັ້ງ ແຂວງ, ທ່ານ ທອງວອນ ທິບວີເງິນ ຫົວໜ້າລັດວິສາຫະກິດລາວໂທລະຄົມສາຂາ ຫົວພັນ, ແຂກຖືກເຊີນຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນລັດວິສາ ຫະກິດເຂົ້າຮ່ວມ. 

 (ຂ່າວ: ງຸຸດ ວິໄລຄຳ) ຫນັງສືພີມປະຊານຊົນ