24.3.14

ມອບ-ຮັບ ຫນ້າທີ່ລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ເກົ່າ-ຜູ້ໃຫມ່

ໃນວັນທີ 21 ມີນາ ຜ່ານມາ ທີ່ກະຊວງໂຍທາທິ ການ ແລະ ຂົນສົ່ງ ໄດ້ຈັດພິທີ ມອບ - ຮັບໜ້າທີ່ລະຫວ່າງ ທ່ານ ສົມມາດ ພົນເສນາ ລັດຖະມົນຕີວ່າການກະຊວງໂຍ ທາທິການ ແລະ ຂົນສົ່ງຜູ້ເກົ່າ ແລະ ທ່ານ ດຣ. ບຸນຈັນ ສິນ ທະວົງ ລັດຖະມົນຕີ ວ່າການກະຊວງໂຍທາທິການ ແລະ ຂົນສົ່ງຜູ້ໃໝ່, ໂດຍການເຂົ້າຮ່ວມ ເປັນສັກຂີພິຍານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີຜູ້ຊີ້ນຳວຽກງານເສດຖະກິດ, ມີຕາງໜ້າກົມຈັດຕັ້ງສູນກາງພັກ ລັດຖະມົນຕີ ຊ່ວຍວ່າການ, ບັນດາແຂກຖືກເຊີນພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
   ການມອບ - ຮັບໜ້າທີ່ໃນຄັ້ງນີ້ແມ່ນປະຕິບັດຕາມຄຳສັ່ງຂອງກົມການເມືອງສູນກາງພັກວ່າດ້ວຍການຍົກຍ້າຍພະ ນັກງານການ ນຳຂັ້ນສູງຮັບໜ້າ ທີ່ໃໝ່ ເລກທີ
03/ກມສພ, ລົງ ວັນທີ 27/2/2014 ແລະ ລັດຖະດຳລັດຂອງປະທານປະ ເທດແຫ່ງ ສປປ ລາວ ວ່າດ້ວຍ ການຍົກຍ້າຍລັດຖະມົນຕີວ່າ ການກະຊວງໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ ສະ ບັບເລກທີ 099/ປປທ ລົງວັນທີ 3/3/2014 ໂດຍກົມການເມືອງ ສູນກາງພັກອອກຄຳສັ່ງ ແລະ ປະທານປະເທດອອກລັດຖະ ດຳລັດຍົກຍ້າຍສະຫາຍ ສົມ ມາດ ພົນເສນາ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງໂຍທາທິການ - ຂົນສົ່ງ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງວ່າການລັດ ຖະບານ ແລະ ແຕ່ງຕັ້ງສະຫາຍ ດຣ. ບຸນຈັນ ສິນທະວົງ ເປັນລັດຖະມົນຕີວ່າ ການກະຊວງໂຍທາທິການ ແລະ ຂົນສົ່ງ.
ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ