19.3.14

ແຂວງ ຫົວພັນ ຕີລາຄາສະພາບການເຄື່ອນໄຫວ ວຽກງານກວດກາ

ຮູບປະກອບ
ເມື່ອມໍ່ໆມານີ້ແຂວງຫົວພັນໄດ້ສຳເລັດການຕີລາຄາສະພາບການເຄື່ອນ ໄຫວວຽກງານກວດກາໃນໄລຍະຜ່ານມາໂດຍການ ເຂົ້າຮ່ວມຂອງສະຫາຍ ຄຳຮຸ່ງ ເຮືອງວົງສີ ເລຂາ ພັກແຂວງ ເຈົ້າແຂວງຫົວພັນ, ສະຫາຍ ວັນໄຊ ຊົງຊາຢູ ຫົວ ໜ້າກົມກວດກາທ້ອງຖິ່ນຄະນະກວດກາສູນກາງພັກ ແລະ ມີຜູ້ແທນທີ່ເຮັດວຽກງານກວດ ກາພັກ - ລັດ ຈາກ 10 ເມືອງ ຮາກຖານພັກ, ໜ່ວຍພັກເອກະລາດອ້ອມຂ້າງແຂວງເຂົ້າຮ່ວມຈຳນວນ 85 ສະຫາຍ.
 ກອງປະຊຸມຄັ້ງນີ້ໄດ້ສັງເກດຕີລາຄາສະພາບການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານທົ່ວແຂວງປະຈຳປີ 2013 ໄດ້ສະແດງ ໃຫ້ເຫັນຜົນງານ ແລະ ດ້ານອ່ອນຄົງຄ້າງ ວຽກງານຕິດຕາມກວດກາ ເຊັ່ນ: ວຽກງານກວດກາພັກ, ວຽກງານກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານກວດກາຄຳຮ້ອງ, ຄຳສະເໜີ ແລະ ວຽກງານພົວພັນກັບຕ່າງປະເທດຊຶ່ງດ້ານດີທີ່ ພົ້ນເດັ່ນນັ້ນຄະນະພັກ, ການຈັດຕັ້ງພັກທຸກຂັ້ນໄດ້ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມກຳແໜ້ນບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດກົດ ລະບຽບຂອງພັກ ແລະ ກົດໝາຍຂອງລັດໂດຍສະເພາະແມ່ນການຈັດຕັ້ງຜັນ ຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ IX ແລະ ມະຕິ VIII ຂອງອົງຄະນະພັກແຂວງຂອງຕົນ.
   ປະຈຸບັນທົ່ວແຂວງມີ 888 ໜ່ວຍພັກ, ທຽບໃສ່ປີ 2012 ເພີ່ມຂຶ້ນ 18 ໜ່ວຍພັກ, ໄດ້ກວດກາຕີລາຄາແລ້ວ 777 ໜ່ວຍ, ໃນນີ້ມີໜ່ວຍພັກແຂງ ຮູ້ນຳພາຮອບດ້ານ 488 ໜ່ວຍ, ເພີ່ມຂຶ້ນ 41 ໜ່ວຍ, ແຂງດ້ານ ໃດດ້ານໜຶ່ງ 233 ໜ່ວຍ, ເພີ່ມ ຂຶ້ນ 130 ໜ່ວຍ, ປະເພດກາງ 55 ໜ່ວຍ ຫຼຸຸດລົງ 90 ໜ່ວຍ, ອ່ອນ 1 ໜ່ວຍຫຼຸຸດລົງ 2 ໜ່ວຍ, ບໍ່ໄດ້ຈັດປະເພດ 111 ໜ່ວຍ.
ທົ່ວແຂວງມີສະມາຊິກ ພັກທັງໝົດ 13.014 ສະຫາຍ, ຍິງ 2.240 ສະຫາຍ, ເພີ່ມຂຶ້ນ 702 ສະຫາຍ. ໃນນີ້ມີສະມາ ຊິກພັກແຂງຮອບດ້ານ 5.729 ສະຫາຍ, ຍິງ 115 ສະຫາຍ, ເພີ່ມຂຶ້ນ 789 ສະຫາຍ, ແຂງ ດ້ານໃດດ້ານໜຶ່ງ 4.371 ສະ ຫາຍ, ຍິງ 640 ສະຫາຍ, ເພີ່ມ ຂຶ້ນ 215 ສະຫາຍ, ກາງ 974 ສະຫາຍ, ຍິງ 109 ສະຫາຍ ຫຼຸຸດລົງ 165 ສະຫາຍ, ເພີ່ມ ຂຶ້ນ 215 ສະຫາຍ, ກາງ 974 ສະຫາຍ, ຍິງ 109 ສະຫາຍ ຫຼຸດລົງ 165 ສະຫາຍ, ອ່ອນ 46 ສະຫາຍ ຫຼຸຸດລົງ 16 ສະ ຫາຍ, ເສຍທາດ 6 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 1.889 ສະຫາຍ ເບິ່ງລວມແລ້ວດ້ານຄຸນ ນະພາບຂອງໜ່ວຍພັກ ແລະ ສະມາຊິກພັກໄດ້ເພີ່ມຂຶ້ນ.
   ວຽກງານກວດກາລັດໄລ ຍະ 1 ປີຜ່ານມາອົງການປົກ ຄອງ ແລະ ຄະນະກວດກາແຕ່ ລະຂັ້ນໄດ້ມີຄວາມພະຍາຍາມ ຕິດຕາມກວດກາການຄຸ້ມຄອງ ການບໍລິຫານລັດການຈັດຕັ້ງ ປະຕິບັດແຜນພັດທະນາເສດ ຖະກິດ - ສັງຄົມ, ການຈັດຕັ້ງ ປະຕິບັດກົດໝາຍງົບປະມານ ແລະ ການຈັດຕັ້ງປະຕິບັດບັນ ດານິຕິກຳຕ່າງໆ. ນອກນັ້ນວຽກ ງານສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫຼວງ, ວຽກງານຄົ້ນ ຄວ້າຄຳຮ້ອງຄຳສະເໜີ ແລະ ວຽກງານພົວພັນກັບຕ່າງປະ ເທດກໍໄດ້ຈັດຕັ້ງປະຕິບັດຕິດ ຕາມກວດກາຕາມລະບຽບກົດ ໝາຍຢ່າງເຂັ້ມງວດ. ຕໍ່ກັບຜົນ ງານທີ່ຍາດມາໄດ້ເຈົ້າແຂວງ ຫົວພັນໄດ້ຍ້ອງຍໍສັນລະເສີນ ຄະນະກວດກາຂັ້ນກົມກອງມີ 17 ກົມກອງ ບຸກຄົນຈຳນວນ 9 ສະຫາຍ.
   ໃນກອງປະຊຸມທ່ານ ຄຳຮຸ່ງ ເຮືອງວົງສີ ໄດ້ເນັ້ນໃຫ້ ຄະນະພັກ, ຄະນະກວດກາທຸກ ຂັ້ນຈົ່ງສືບຕໍ່ຄົ້ນຄວ້າ, ເຊື່ອມ ຊຶມກຳແໜ້ນບັນດາມະຕິ, ຂໍ້ກຳນົດ, ນິຕິກຳຕ່າງໆຂອງພັກ, ສືບຕໍ່ຕິດຕາມກວດກາແບບ ແຜນວິທີເຮັດວຽກຂອງຄະນະ ພັກ, ສະມາຊິກພັກ, ການກໍ່ ສ້າງໜ່ວຍພັກແຂງຮູ້ນຳພາ ຮອບດ້ານວຽກງານຂະຫຍາຍ ພັກ, ການກະກຽມດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນໃຫ້ເລິກເຊິ່ງ ແທດເຖິງ. ສືບຕໍ່ຕິດຕາມກວດ ກາການປະຕິບັດພາລະບົດ ບາດໜ້າທີ່ ແລະ ສິດອຳນາດ, ກົນໄກລະບຽບການຄຸ້ມຄອງ ບັນຊາ ແລະ ຄວາມສັກສິດ ຂອງກົງຈັກອຳນາດລັດແຕ່ລະ ຂັ້ນ, ຕິດຕາມກວດກາດ້ານ ລາຍຮັບ - ລາຍຈ່າຍງົບປະມານ, ການຂຸດຄົ້ນໄມ້, ວຽກງານຄຸ້ມຄອງທີ່ດິນ, ການແກ້ໄຂຄຳຮ້ອງ - ຄຳສະເໜີ, ຕ້ານການສໍ້ ລາດບັງຫຼວງ ແລະ ການຈັດຕັ້ງດຳເນີນບັ້ນຊີວິດການເມືອງພາຍໃນພັກໃຫ້ຖືກຕ້ອງຕາມລະບຽບການຂອງພັກພ້ອມທັງ ມີຄວາມ ໜັກແໜ້ນ ແລະ ມີຜົນສຳເລັດ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ