14.3.14

ວາງສີລາລຶກໂຄງການກໍ່ສ້າງ ຫ້ອງວ່າການສະພາແຫ່ງຊາດເຂດ 8 ແຂວງ ຫົວພັນ

ໂຄງການກໍ່ສ້າງຫ້ອງວ່າການສະພາເຂດເລືອກຕັ້ງທີ 8 ແຂວງ ຫົວພັນ ມີເຂດທີ່ຕັ້ງຢູ່ ທົ່ງນາມີ ບ້ານພັນໄຊ ເມືອງ ຊຳເໜືອ ແຂວງ ຫົວພັນໂຄງການ ນີ້ມີເນື້ອທີ່ນຳໃຊ້ກວມ 8.151 ຕາແມັດ ຊຶ່ງຈະໄດ້ກໍ່ສ້າງອາ ຄານເຮັດວຽກເປັນຕຶກ 4 ຊັ້ນ ມີລະບົບໂຄງສ້າງເບຕົງເສີມ ເຫຼັກ, ໂຄງຫຼັງຄາມຸງດ້ວຍຊີ ແຟັກໂມເນຍ, ມີຄວາມຍາວ 52 ແມັດ, ກວ້າງ 54 ແມັດ ປະກອບມີຫ້ອງເຮັດວຽກ 43 ຫ້ອງ ແລະ ຫ້ອງປະຊຸມນ້ອຍ 3 ຫ້ອງ, ຫ້ອງປະຊຸມໃຫຍ່ 1 ຫ້ອງ ສາມາດບັນຈຸໄດ້ 150 ຄົນ. ພາຍໃນອາຄານແມ່ນປະກອບລະບົບໄຟຟ້າ, ອິນເຕີເນັດ, ເຄື່ອງດັບເພີງ, ເຄື່ອງສົ່ງ ຄະແນນສຽງ, ອຸປະກອນກວດນັບຄະແນນສຽງ, ລະບົບເຄື່ອງສຽງ ແລະ ອື່ນໆຄົບຊຸດ, ພ້ອມ ນີ້ຍັງມີເດີ່ນຈອດລົດ, ລະບົບ ນ້ຳປະປາ ແລະ ກໍ່ສ້າງກຳແພງ ອ້ອມຮອບມີຄວາມຍາວ 480 ແມັດ ລວມມູນຄ່າການກໍ່ສ້າງ ທັງໝົດ 46 ຕື້ 750 ລ້ານກີບ
ໂດຍນຳໃຊ້ທຶນງົບປະມານ ຂອງລັດຖະບານລາວ ຕາມທຶນ ສາຍຕັ້ງຂອງສະພາແຫ່ງຊາດ 100%. ໄລຍະຊຳລະແມ່ນ ເລີ່ມແຕ່ງົບປະມານສົກ 2013 - 2014 ເຖິງສົກປີ 2017 - 2018. ໂດຍມອບໃຫ້ ບໍລິສັດ ຈິດຈະເລີນກໍ່ສ້າງເປັນຜູ້ຮັບ ເໝົາກໍ່ສ້າງ ແລະ ລົງທຶນກ່ອນ 100% ແລະ ຈະນຳໃຊ້ເວລາກໍ່ ສ້າງ 24 ເດືອນ ເລີ່ມແຕ່ມື້ວາງ ສີລາລືກເປັນຕັ້ນໄປ.
   ເມື່ອກໍ່ສ້າງສຳເລັດຈະເປັນສິ່ງອຳນວຍຄວາມສະດວກໃນການເຮັດວຽກຂອງສະມາຊິກສະພາກໍຄືພະນັກງານລັດຖະກອນ ທີ່ເຮັດວຽກປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ, ທັງເປັນການຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນໜ້າທີ່ ການເມືອງໄລຍະໃໝ່ຕື່ມອີກ.
   ດັ່ງນັ້ນ, ໃນວັນທີ 12 ມີນານີ້ ແຂວງຫົວພັນໄດ້ຈັດພິທີວາງສີລາລືກໂຄງການດັ່ງ ກ່າວຂຶ້ນໂດຍມີທ່ານ ຄຳຮຸ່ງ ເຮືອງວົງສີ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ທ່ານ ດຣ. ອຸ່ນແກ້ວ ວຸທິລາດ, ຄະນະປະຈຳ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ທ່ານ ຄຳວອນ ບຸນທະວົງ, ກຳມະການປະຈຳພັກແຂວງ, ປະທານສະພາແຫ່ງ ຊາດປະຈຳເຂດເລືອກຕັ້ງທີ 8, ມີບັນດາທ່ານຄະນະປະຈຳພັກແຂວງ, ຫົວໜ້າ, ຮອງພະແນກການ, ອົງການກ່ຽວຂ້ອງ ແລະ ຄະນະອຳນວຍການບໍລິສັດ ຈິດຈະເລີນ, ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມນຳ.

(ໂດຍ: ງຸຸດ ວິໄລຄຳ) ຫນັງສືພີມປະຊາຊົນ