17.3.14

ໂຄສະນາອົບຮົມແຂວງ ຫົວພັນ ສະຫຼຸບວຽກງານຮອບດ້ານ

ຮູບປະກອບ
ກອງປະຊຸມສະຫຼຸຸບ ວຽກງານໂຄສະນາອົບຮົມທົ່ວ ແຂວງຫົວພັນ ປະຈຳປີ 2013 ແລະ ວາງແຜນປະຈຳປີ 2014 ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ອ່ອນທອງ ແພງສົມພັນ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງ, ສະຫາຍ ຄຳຜິວ ວົງສະຫວັນ ກຳມະການປະຈຳພັກແຂວງ, ປະທານ ກວດກາພັກ-ລັດແຂວງ, ມີບັນດາສະຫາຍໃນຄະນະປະຈຳພັກເມືອງ 10 ເມືອງທົ່ວແຂວງ, ຜູ້ຕາງ ໜ້າພະແນກການ, ອົງການ ທຽບເທົ່າເຂົ້າຮ່ວມ.
   ຜູ້ເຂົ້າຮ່ວມໃນຄັ້ງນີ້ແມ່ນໄດ້ຮັບຟັງການລາຍງານກ່ຽວກັບວຽກງານໂຄສະນາອົບຮົມແມ່ນວຽກງານໜຶ່ງທີ່ຕິດພັນ ກັບວຽກງານ ການເມືອງ-ແນວຄິດໃນຄວາມຮັບຜິດຊອບຂອງຖັນແຖວພະນັກງານການນຳ ແລະ ພະນັກງານຫຼັກແຫຼ່ງຂອງພັກ, ຊຶ່ງແມ່ນ ຄະນະໂຄສະນາອົບຮົມແຕ່ລະຂັ້ນໄດ້ເປັນໃຈກາງຮັບຜິດຊອບເປັນຕົ້ນ:
ເຊື່ອມຊຶມບັນດານິຕິກຳຂອງພັກ ໃຫ້ແກ່ຖັນແຖວ ພະນັກງານການນຳ, ພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວ ແຂວງ ໂດຍສະເພາະ 6 ບ້ານຂອງ 3 ເມືອງທົດລອງ 3 ສ້າງຕາມ 4 ເນື້ອໃນ 4 ຄາດໝາຍ ຊຶ່ງໄດ້ສົມທົບກັບພາກສ່ວນ ກ່ຽວຂ້ອງເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງການປົກຄອງ ແລະ ການສ້າງບ້ານພັດທະນາໄດ້ຈຳນວນ 12 ຊຸດ ແລະ 8 ຈຸດສຸມພັດທະນາຂອງສູນກາງ, ເຄື່ອນໄຫວເກັບກຳຂໍ້ມູນຮັບໃຊ້ການສະເຫຼີມສະຫຼອງວັນປົດປ່ອຍຊຳເໜືອ ຄົບຮອບ 60 ປີ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 6 ສະໄໝທີ IX ຂອງພັກ ແລະ ຄັ້ງທີ 6 ສະໄໝທີ VIII ຂອງ ອົງຄະນະພັກແຂວງ, ຈັດການຮ່ຳຮຽນສະໜັບສະໜູນ ແລະ ມອບໃບຢັ້ງຢືນໃຫ້ມະຫາຊົນ ຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າ ເປັນສະມາຊິກພັກປະຊາຊົນ ປະຕິວັດລາວຢູ່ບັນດາຮາກຖານພັກ, ໜ່ວຍພັກອ້ອມຂ້າງແຂວງ ແລະ ເມືອງໄດ້ທັງໝົດ 596 ສະຫາຍ, ຍິງ 224 ສະ ຫາຍ, ຈັດຕັ້ງປາຖະກະຖາໄດ້ທັງໝົດ 76 ຄັ້ງ, ມີຜູ້ເຂົ້າຮ່ວມ ຮັບຟັງ 28.968 ຄົນ, ຍິງ 10.853 ຄົນ, ຈຳໜ່າຍວາລະສານອາລຸນໃໝ່, ວາລະສານໂຄສະນາ, ປື້ມເລື່ອງ ແລະ ບົດກະວີໄດ້ທັງໝົດ 925 ຫົວ. ກອງປະຊຸມຍັງໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນເພື່ອເຮັດໃຫ້ວຽກງານໂຄສະນາອົບຮົມທົ່ວແຂວງຫົວພັນໃນສະເພາະໜ້າໃຫ້ມີ ທ່າກ້າວຂະຫຍາຍຕົວຍິ່ງໆຂຶ້ນ.
   ຈາກຜົນງານທີ່ປະຕິບັດ ໄດ້ໃນໄລຍະ 1 ປີຜ່ານມາ, ຄະນະໂຄສະນາອົບຮົມໄດ້ຮັບຫຼຽນກາລະນຶກວັນປົດປ່ອຍຊຳເໜືອ ຄົບຮອບ 60 ປີມີ 3 ສະຫາຍ, ຫຼຽນໄຊມິດຕະພາບ ຂອງລັດຖະບານ ສສ ຫວຽດນາມ ໃຫ້ກົມກອງລວມໝູ່ 1 ໜ່ວຍ ແລະ 2 ສະຫາຍ, ຫຼຽນກາມິດຕະພາບໃຫ້ບຸກຄົນ 2 ສະຫາຍ, ໃບຍ້ອງຍໍທ່ານເຈົ້າ ແຂວງ 28 ສະຫາຍ, ຍິງ 4 ສະຫາຍ.
   ໃນປະຈຸບັນ ທົ່ວແຂວງ ຫົວພັນ ມີພະນັກງານ-ລັດຖະກອນທີ່ເຮັດວຽກໂຄສະນາອົບຮົມທັງໝົດ 72 ສະຫາຍ, ຍິງ 22 ສະຫາຍ, ໃນນີ້ຂັ້ນແຂວງ 18 ສະຫາຍ, ຍິງ 6 ສະຫາຍ, ຂັ້ນເມືອງ 54 ສະຫາຍ, ຍິງ 16 ສະຫາຍ.

(ຂ່າວ: ງຸຸດວິໄລຄຳ) ຫນັງສືພີມປະຊາຊົນ