24.3.14

ນ້ຳຕົກຕາດສະເຫຼີຍ ແຫຼ່ງທ່ອງທ່ຽວທຳມະຊາດໜ້າສຳຜັດ ແຫ່ງໜື່ງຂອງແຂວງ ຫົວພັນ

ນ້ຳ­ຕົກ­ຕາດ​ສະ­ເຫຼີຍ
   ນ້ຳ­ຕົກ­ຕາດ​ສະ­ເຫຼີຍແຫຼ່ງທ່ອງ​ທ່ຽວ​ທຳ​ມະ​ຊາດ​ອີກ​ແຫ່ງ​ ໜຶ່ງ​ທີ່​ມີ​ຄວາມ​ສວຍ​ງາມ ແລະ ມີບັນ­ຍາ­ກາດ​ທີ່​ໜ້າ​ສຳ­ຜັດ ຊຶ່ງ​ເເຕ່ລະ​ປີ​ສາ­ມາດ​ດຶງ​ດູດ​ນັກ​ທ່ອງທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ເປັນ​ຈຳ ນວນ​ຫຼວງ­ຫຼາຍ ລວມ​ທັງ​ນັກ​ ທ່ອງທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ ເທດ, ໂດຍ​ແຕ່​ວັນ​ເທ​ສະ­ການ​ຕ່າງໆຈະ​ມີ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ໄປຫຼິ້ນ​ນ້ຳ, ປູ​ສາດ​ກິນ​ເຂົ້າ​ເປັນ​ສ່ວນໃຫຍ່ຊຶ່ງ​ຈະ​ມີ​ປະ­ເພດ​ແບບ​ຄອບຄົວ, ໝູ່​ຄະ­ນະ ແລະ ເພື່ອນ​ຟູງຢ່າງ​ຄຶກ­ຄື້ນ​ມ່ວນ­ຊື່ນ.
       ນ້ຳ­ຕົກ­ຕາດ​ແຫ່ງ​ນີ້ ເອີ້ນ​ໄດ້​ວ່າເປັນ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ທຳມະ​ຊາດ​ຈົງ­ໃຈ​ປັ້ນ​ແຕ່ງ​ ຂຶ້ນ​ມາເພື່ອ​ສ້າງ​ສິ່ງ​ສຳ­ລານ​ໃຈ​ໃຫ້​ນັກທ່ອງ​ທ່ຽວ​ໄດ້​ເຫັນ​ໄດ້​ຊົມ​ກັນ ຊຶ່ງໃນ​ແຕ່​ລະ​ປີ​ມີ​ນັກ​ທ່ອງ​ທ່ຽວ​ທັງ ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ມາ​ທ່ຽວ​ຊົມ​ເປັນ​ຈຳ­ນວນ​ຫຼວງຫຼາຍ ໂດຍ​ສ່ວນ​ໃຫຍ່​ແລ້ວ​ໃນ​ວັນເທ​ສະ­ການ​ຕ່າງໆ​ຈະ​ມີ​ນັກ​ທ່ອງທ່ຽວ​ພາຍ​ໃນ​ໄປ​ ເຮັດ​ກິດ­ຈະ­ກຳ​ທີ່ຫຼາກ​ຫຼາຍ​ພາຍ​ໃນ​ຕາດ​ເປັນ­ຕົ້ນ: ຫຼິ້ນ​ນ້ຳ, ປູ​ສາດ​ກິນ​ເຂົ້າ ແລະ ອື່ນໆ ທ່າມ­ກາງ​ບັນ­ຍາ­ກາດ​ອັນ​ບໍ­ລິ­ສຸດ ແລະ ຄວາມ​ງຽບ​ສະ­ຫງົບ​ອັນເໝາະ​ສົມ​ເປັນ​ທີ່​ສຸດ​ສຳ­ລັບ​ການພັກ­ຜ່ອນ​ຢ່ອນ​ອາ­ລົມ ​ໃນ​ຫຼາຍ​ຮູບແບບ, ສ່ວນ​ເສັ້ນ­ທາງ​ໄປ​ຕາດ​ດັ່ງ ກ່າວ​ກໍ​ສາ­ມາດ​ເຂົ້າ​ເຖິງ​ໄດ້​ສະດວກ​ສະ­ບາຍ, ມີ​ຫ້ອງ​ນ້ຳ ແລະ ມີຮ້ານ​ອາ­ຫານ​ໄວ້​ຄອຍ​ຮອງ​ຮັບ​ບັນດາ​ນັກ​ທ່ອງ​ທ່ຽວ​ທີ່​ເດີນ­ທາງ​ມາທ່ຽວ​ ຊົມ​ນຳ​ອີກ.

      ນອກ​ນັ້ນ ນ້ຳ­ຕົກ­ຕາດ​ແຫ່ງ​ນີ້ຍັງ​ມີ​ຂົວ​ອູ່​ຢູ່​ຕີນ​ນ້ຳ­ຕົກຊຶ່ງ​ເປັນອີກ​ບ່ອນ​ໜຶ່ງ ​ທີ່​ນັກ​ທ່ອງ​ທ່ຽວ​ສາມາດ​ໄຕ່​ຂ້າມ​ຫາ​ອີກ​ຝາກ​ໜຶ່ງຂອງ​ຕາດ ແລະ ຍັງ​ເປັນ​ບ່ອນ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ໃຊ້​ເປັນ​ສະ­ຖານ­ທີ່​ຖ່າຍ­ຮູບເພາະ​ຈະ​ ສາ­ມາດ​ເກັບພາບ​ຂອງ​ຕາດ​ໄດ້​ຢ່າງ​ສວຍ​ງາມ, ບໍ່​ພໍ​ເທົ່າ​ນັ້ນ​ບໍ­ລິ­ເວນ​ຫົວ​ຕາດ​ຍັງສາ­ມາດ​ຍ່າງ​ຂ້າມ​ໄປ​ມາ​ໄດ້.
      ນ້ຳ­ຕົກ­ຕາດ​ສະ­ເຫຼີຍຕັ້ງ​ຢູ່​ແຄມເສັ້ນ­ທາງ​ເລກ 6 ລະ­ຫວ່າງ​ບ້ານສະ­ເຫຼີຍ ແລະ ບ້ານ​ໂພນ​ໄຊ, ຫ່າງຈາກ​ເທ­ສະ​ບານ​ແຂວງ​ຫົວ ພັນ 36 ກິ­ໂລ­ແມັດ, ເປັນ​ນ້ຳ­ຕົກ­ຕາດທີ່​ມີ​ລັກ­ສະ­ນະ​ບໍ່​ສູງ​ປານ­ໃດ​ແຕ່​ມີຄວາມ​ຍາວ​ປະ­ມານ 100 ກວ່າແມັດ, ບ່ອນ​ກວ້າງ​ສຸດ​ປະ ມານ 10 ແມັດ ນັກ​ທ່ອງ​ທ່ຽວ​ທ່ານ​ໃດທີ່​ບໍ່​ທັນ​ໄດ້​ໄປ ຫຼື ໄປ​ແລ້ວ​ຢາກໄປ​ອີກ​ກໍ​ສາ­ມາດ​ໄປ​ໄດ້ເພາະຕາດ​ດັ່ງ­ກ່າວ​ມີ​ນ້ຳ­ຕົກ​ຕະ­ຫຼອດ​ ທັງລະ­ດູ­ແລ້ງ ແລະ ລະ­ດູ­ຝົນ.

ທີ່ມາ: ໜັງສືພີມເສດຖະກິດ-ສັງຄົມ