2.4.14

ຫົວພັນ-ຮ່ວາບິ່ງ ສືບຕໍ່ການພົວພັນຮ່ວມມື

ຮູບປະກອບຂ່າວ
ຄະນະຜູ້ແທນຂັ້ນສູງ ແຂວງຫົວພັນ ສປປ ລາວ ນຳ ໂດຍສະຫາຍ ຄຳຮຸ່ງ ເຮືອງວົງ ສີ ກຳມະການສູນກາງພັກ - ເລຂາພັກແຂວງ - ເຈົ້າແຂວງ ຫົວພັນ ພ້ອມດ້ວຍຄະນະໄດ້ ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ຮວາບິ່ງ ແຫ່ງ ສສ ຫວຽດ ນາມ ໃນວັນທີ 28 - 30 ມີນາ ຜ່ານມາ ໂດຍເປັນກຽດຕ້ອນ ຮັບຈາກທ່ານ ບຸ້ຍວັນຕີ້ງ ກຳ ມະການສູນກາງພັກກອມມູນິດ ຫວຽດນາມ ເລຂາພັກແຂວງ ປະທານຄະນະກຳມະການປະ ຊາຊົນແຂວງຮວາບິ່ງ ແລະ ຄະນະນຳຂັ້ນສູງຂອງແຂວງ ດັ່ງກ່າວ.
    ການໄປຢ້ຽມຢາມ ແລະ ເຮັດວຽກຂອງການນຳຂັ້ນສູງ ແຂວງຫົວພັນຄັ້ງນີ້ໄດ້ເຂົ້າພົບປະຄະນະນຳຂັ້ນສູງແຂວງ ຮວາບິ່ງ ຊຶ່ງທັງສອງຝ່າຍໄດ້ ແຈ້ງສະພາບ ແລະ ຈຸດພິເສດ - ການພັດທະນາເສດຖະກິດ - ສັງຄົມ ພາຍໃນແຂວງຂອງຕົນ ໃຫ້ກັນຊາບພ້ອມທັງຫວນຄືນເຖິງຄວາມສຳພັນການຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ໃນສະ ໄໝຕໍ່ສູ້ກັບພວກລ່າເມືອງຂຶ້ນຝຣັ່ງ ເພື່ອປົດປ່ອຍອອກຈາກການ ຄອບຄອງຂອງຈັກກະພັດທີ່ ເມືອງ ຊຳເໜືອ ແຂວງ ຫົວພັນ. ພ້ອມກັນນີ້ສອງຝ່າຍຍັງໄດ້ 
ເປັນເອກະພາບສືບຕໍ່ພົວພັນ ຮ່ວມມືໃນຕໍ່ໜ້າ ໂດຍຈະສ້າງ ເງື່ອນໄຂ ເພື່ອອຳນວຍຄວາມ ສະດວກໃຫ້ທຸກຂະແໜງການ ຂອງສອງຝ່າຍແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະດ້ານສິລະປະ - ວັດ ທະນະທຳ ພື້ນຖານປະຫວັດ ສາດ ຂອງສອງແຂວງພ້ອມ ທັງການຍົກລະດັບດ້ານວິຊາການ, ການລົງທຶນ, ການຄ້າ ແລະ ອື່ນໆລະຫວ່າງສອງ ແຂວງໃນສະເພາະໜ້າໃຫ້ມີບາດກ້າວຂະຫຍາຍຕົວ ແລະ ກວ້າງຂວາງກວ່າເກົ່າ.

(ໂດຍ: ຈັນສຸກ) - ໜັງສືພີມປະຊາຊົນ