28.4.14

ສານແຂວງ ຫົວພັນ ຕັດສິນ ປ່ອຍຕົວນັກໂທດກ່ອນກໍານົດ 17 ຄົນ

ວັນທີ 22 ເມສາ 2014, ສານປະຊາຊົນແຂວງຫົວພັນ ໄດ້ພິຈາລະນາ ຕັດສິນ ປ່ອຍຕົວກ່ອນກໍານົດນັກໂທດຜູ້ທີ່ມີຄວາມບຸກບືນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນ ເອງໃຫ້ກາຍເປັນນັກໂທດທີ່ດີ ແລະ ເປັນແບບ ຢ່າງໃນການ ປະຕິບັດລະບຽບວິໄນຂອງຄ້າຍຄຸມຂັງ-ດັດສ້າງ ວາງອອກຢ່າງເຂັ້ມງວດຈໍານວນ 17 ຄົນ ຕາມການສະເໜີຂອງອົງການໄອຍະ ການປະຊາຊົນແຂວ ງຫົວພັນ.
ນັກໂທດໄດ້ຮັບການຕັດສິນປ່ອຍຕົວກ່ອນກໍານົດຖືກໂທດໃນສະຖານລັກຊັບພົນລະເມືອງ 6 ເລື່ອງ, ຊື້ຢາເສບຕິດ 5 ເລື່ອງ, ຂົ່ມຂືນກະທໍາສໍາເລົາ 4 ເລື່ອງ ແລະ ຄະດີຄາດຕະກໍາ 2 ເລື່ອງ ນັກໂທດທັງ 17 ຄົນນີ້ແມ່ນໄດ້ປະຕິບັດໂທດຕົວຈິງມາແລ້ວ.
ຜູ້ທີ່ຖືກໂທດຄະດີລັກຊັບພົນລະເມືອງ, ຊື້ຂາຍຢາເສບ ຕິດໄດ້ປະຕິບັດໂທດມາແລ້ວ 2 ປີຂຶ້ນໄປ, ຂົ່ມຂືນທໍາສໍາເລົາ 5 ປີຂຶ້ນໄປ ແລະ ຄາດຕະກໍາແມ່ນ 9 ປີຂຶ້ນໄປ; ໂດຍນັກໂທດດັ່ງກ່າວມີເງື່ອນໄຂຄົບຖ້ວນ ແລະ ສໍານຶກຜິດໃນການກະທໍາຜິດຂອງຕົນເອງຈຶ່ງຕັ້ງໃຈບຸກບືນຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນນັກໂທດທີ່ດີ ແລະ ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງຄ້າຍຄຸມຂັງ-ດັດສ້າງວາງອອກໄດ້ຢ່າງເຂັ້ມງວດ.

ແຫລ່ງຂ່າວຈາກ : ໜັງສືພິມຄວາມສະຫງົບ