29.5.14

ສະພາເຂດ 8 ແຂວງ ຫົວພັນ ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ


ກອງປະຊຸມຄົບຄະນະຄັ້ງທີ 3 ຂອງສະມາຊິກສະພາ ແຫ່ງຊາດປະຈຳເຂດເລືອກຕັ້ງ ທີ 8 ແຂວງຫົວພັນ ໄດ້ຈັດຂຶ້ນ ເມື່ອບໍ່ດົນ ມານີ້ທີ່ຫ້ອງວ່າການປົກຄອງແຂວງ  ເພື່ອຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ 6 ເດືອນຕົ້ນປີ ຜ່ານມາ ເຫັນວ່າຫຼາຍພາກສ່ວນໄດ້ມີຄວາມຮັບຜິດຊອບສູງເຮັດໃຫ້ເສດ ຖະກິດມະຫາພາກ ໂດຍລວມ ຂອງແຂວງມີການສືບຕໍ່ຂະ ຫຍາຍຕົວຕໍ່ເນື່ອງເຊັ່ນ:  ລວມຍອດຜະລິດຕະພັນພາຍໃນ (GDP) ສາມາດປະຕິບັດໄດ້ 906,69 ຕື້ກີບ, ອັດຕາການ ຂະຫຍາຍ ຕົວ ທາງດ້ານເສດຖະກິດເພີ່ມຂຶ້ນ 6,24%, ການລົງທຶນສາມາດ ປະຕິບັດໄດ້ 77 ໂຄງການ ມູນ ຄ່າ 54,53 ຕື້ກີບ. ນອກນັ້ນຍັງໄດ້
ປະຕິບັດບັນດາໂຄງການ ຕ່າງໆທີ່ໄດ້ຈາກການຊ່ວຍ ເຫຼືອລ້າ ແລະ ກູ້ຢືມມີ 45 ໂຄງ ການ ມູນຄ່າ 67,47 ລ້ານໂດ ລາ, ນອກນັ້ນຍັງມີໂຄງການ ປະເພດ 1,​2 ແລະ 3 ທີ່ສະເໜີ ເຂົ້າແຜນການລົງທຶນຂອງລັດ ທີ່ສະພາແຫ່ງຊາດຮັບຮອງ ລວມ 174 ໂຄງການ. ການສົ່ງເສີມຄຸ້ມຄອງການລົງທຶນ ພາຍໃນ ແລະ ຕ່າງປະເທດສາ ມາດລົງທຶນໄດ້ 5 ຫົວໜ່ວຍ ສ່ວນໃຫຍ່ແມ່ນລົງ ທຶນເຂົ້າຂະແໜງບໍ່ແຮ່, ຂະແໜງອຸດສາ ຫະກຳ ແລະ ຫັດຖະກຳ, ແຈ້ງ ຂຶ້ນທະບຽນວິສາຫະກິດທັງ ພາຍໃນ ແລະ ຕ່າງປະເທດມີ 11 ຫົວໜ່ວຍ ມູນຄ່າ 2,5 ຕື້ກີບ. ໃນຂະນະທີ່ການປະຕິບັດ ລາຍຮັບ - ລາຍຈ່າຍງົບປະ ມານໃນ 6 ເດືອນຕົ້ນປີປະຕິ ບັດ ລາຍຮັບໄດ້ 22,88 ຕື້ກີບ ທຽບໃສ່ແຜນການປີປະຕິບັດ ໄດ້ 43,68%, ລາຍຈ່າຍປະຕິ ບັດໄດ້ 148,40 ຕື້ກີບ ເທົ່າກັບ 32,87% ຂອງແຜນການປີ. ຈາກຕົວເລກດັ່ງກ່າວເຫັນໄດ້ ວ່າແຂວງຫົວພັນຍັງສືບຕໍ່ຂາດດຸນງົບປະມານ 125,52ຕື້ກີບ.
   ສຳລັບແຜນການພັດທະນາ 6 ເດືອນທ້າຍປີສືບຕໍ່ປະຕິບັດບັນດາໂຄງການລົງທຶນຂອງລັດທີ່ກຳລັງຈັດຕັ້ງປະຕິ ບັດໃຫ້ສຳເລັດ ໄດ້ຕາມແຜນ, ຕິດຕາມກວດກາບັນດາໂຄງການທີ່ໄດ້ນຳເຂົ້າແຜນສະພາ ແຫ່ງຊາດຮັບຮອງ ເພື່ອເຮັດ ໃຫ້ການປະຕິບັດຖືກຕ້ອງ ຕາມ ຂັ້ນຕອນ, ຫຼຸດຜ່ອນຜົນກະທົບ ດ້ານສິ່ງແວດລ້ອມ, ສັງຄົມ, ຈຳກັດຢ່າງສິ້ນເຊີງການສ້າງ ໂຄງການທີ່ກໍ່ໃຫ້ເກີດໜີ້ສິນ, ແກ້ໄຂ ຄວາມທຸກຍາກ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ, ພ້ອມທັງສືບຕໍ່ປະຕິບັດເກັບລາຍຮັບ 6 ເດືອນທ້າຍປີໃຫ້ໄດ້ ຕາມແຜນ 36,28 ຕື້ກີບ, ສະເພາະແຂວງໃຫ້ໄດ້ 29,49 ຕື້ກີບ ຮັບປະກັນ ການເບີກຈ່າຍເງິນໃນພາກ ຕ່າງໆໃຫ້ໄດ້ທ່ວງ ທັນຕາມກຳນົດເວລາ ໂດຍສະເພາະແມ່ນ ເງິນເດືອນຂອງພະນັກງານ ພາຍໃນແຂວງ. ພາຍໃຕ້ການ ເປັນປະທານກອງປະຊຸມຂອງ ທ່ານ ສົມພັນ ແພງຄຳມີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທັງເປັນ ຜູ້ແທນສະມາຊິກສະພາແຫ່ງ ຊາດເຂດ ເລືອກຕັ້ງທີ 8 ແຂວງຫົວພັນ ຊຶ່ງມີທ່ານ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວ ພັນ ແລະ ມີບັນດາກຳມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດເຂດ 8 ເຈົ້າເມືອງ 10 ເມືອງທົ່ວແຂວງ, ອົງການທຽບເທົ່າ ພາຍໃນແຂວງເຂົ້າຮ່ວມ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ