24.4.14

ແຂວງ ຫົວພັນ ຄາດຄະເນສົກປີ 2013-2014 ລວມຍອດຜະລິດຕະພັນພາຍໃນຈະບັນລຸ 906,69 ຕື້ກີບ

 ທ່ານ ຄຳຮຸ່ງ ເຮືອງວົງສີ ເຈົ້າແຂວງໆ ຫົວພັນ
ທ່ານ ຄຳຮຸ່ງ ເຮືອງວົງສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ຫົວພັນ ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນ ໃນໂອ ກາດທີ່ເຂົ້າຮ່ວມກອງປະຊຸມລັດຖະບານ ກາງສົກປີ 2013 - 2014 ນີ້ທີ່ຫ້ອງວ່າ ການລັດຖະບານວ່າ: ໂດຍປະ ຕິບັດຕາມມະ ຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ແຂວງ ຫົວພັນ, ໂດຍສະເພາະ ແມ່ນແຜນການສົກປີ 2013 - 2014 ໄດ້ຈັດ ຕັ້ງປະຕິບັດແຜນ ພັດທະນາເສດຖະກິດ - ສັງຄົມ 6 ເດືອນຕົ້ນປີໄດ້ມີຫຼາຍ ສິ່ງທີ່ພົ້ນເດັ່ນເຊັ່ນ: ທົ່ວແຂວງ ມີເນື້ອທີ່ນາພຽງ 12,166 ເຮັກຕາ, ສາມາດຜະລິດເຂົ້ານາປີ ໄດ້ 58 ພັນກວ່າໂຕນ, ເຂົ້າເນີນສູງປະຕິບັດໄດ້ 37 ພັນກວ່າໂຕນ, ປູກເຂົ້ານາ ແຊງໄດ້ 5 ພັນກວ່າໂຕນ. ມີເນື້ອທີ່ປູກ ສາລີ 15 ພັນກວ່າເຮັກຕາ ຜົນ ຜະລິດໄດ້ 86 ພັນກວ່າໂຕນ.
   ການພັດທະນາເສດຖະກິດ ແລະ ສັງຄົມໃນໄລຍະຜ່ານມາມີລັກສະນະຕໍ່ເນື່ອງ, ຄາດວ່າໝົດສົກປີ 2013 - 2014 ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸ 906,69 ຕື້ກີບ, ອັດຕາການຂະ ຫຍາຍຕົວທາງດ້ານເສດຖະ ກິດຈະເພີ່ມ
ຂຶ້ນເຖິງ 6,24%, ຄິດສະເລ່ຍໃສ່ຫົວຄົນໃຫ້ໄດ້ 6.160.000 ກີບ/ຄົນ/ປີ ເທົ່າ ກັບ 770 ໂດລາ/ຄົນ/ປີ, ຄາດ ວ່າອັດຕາຄວາມ ທຸກຍາກຂອງຄົວເຮືອນໄດ້ຫຼຸດລົງຍັງເຫຼືອ 36,75%, 6 ເດືອນ ປີ 2013 - 2014 ເກັບລາຍຮັບເຂົ້າງົບປະ ມານໄດ້ທັງໝົດ 40,21%, ສຳ ລັບລາຍຮັບພາຍໃນແຂວງປະ ຕິບັດໄດ້ 22,46 ຕື້ກີບ ໃນນັ້ນ ລາຍຮັບຈາກສ່ວຍສາອາກອນ 19,97 ຕື້ກີບ ຮັບຈາກພູດພາສີ ແບ່ງປັນ (ສາມສ້າງ) 1,19 ຕື້ກີບ ແລະ ຮັບຈາກຊັບສິນ 1,30 ຕື້ກີບ, ດ້ານລາຍຈ່າຍງົບ ປະມານປະຕິບັດໄດ້ 154,80 ຕື້ກີບ, ມູນຄ່າການສົ່ງອອກບັນ ລຸໄດ້ 4,9 ລ້ານໂດລາ ຫຼື ປະ ມານ 40 ຕື້ກີບ ແລະ ການນຳ ເຂົ້າປະຕິບັດໄດ້ 2,7 ລ້ານໂດ ລາ ຫຼື ປະມານ 23 ຕື້ກວ່າກີບ.
   ທ່ານເຈົ້າແຂວງຍັງໄດ້ໃຫ້ຮູ້ຕື່ມວ່າ: ທາງອຳນາດການປົກຄອງແຂວງໄດ້ເອົາໃຈໃສ່ ລົງທຶນສ້າງພື້ນຖານໂຄງລ່າງ ເປັນຕົ້ນ ແມ່ນໂຮງຮຽນ, ໂຮງໝໍ, ສຸກສາລາ ແລະ ວຽກງານ ວັດທະນະທຳ-ສັງຄົມ ກໍໄດ້ຮັບ ການຊຸກຍູ້ສົ່ງເສີມ ສາມາດ ເວົ້າໄດ້ວ່າມາ ຮອດປະຈຸບັນ ໄດ້ປະກາດບ້ານວັດທະນະທຳ ມີຈຳນວນ 179 ບ້ານ, ທຽບໃສ່ ແຜນການປີປະຕິບັດໄດ້ລື່ນ ຄາດໝາຍ 29,6%, ມີຄອບ ຄົວວັດທະນະທຳ 19.778 ຄອບຄົວ ທຽບໃສ່ແຜນການປີ ປະຕິບັດໄດ້ລື່ນຄາດໝາຍ 15,47%, ອັດຕາເຂົ້າຮຽນສຸດ ທິຂອງນັກຮຽນຊັ້ນປະຖົມປະ ຕິບັດໄດ້ 97,4%, ອັດຕາການ ຊົມໃຊ້ໄຟຟ້າມີ 379 ບ້ານ, ກວມເອົາ 61,09% ຂອງຈຳ ນວນຄົວເຮືອນທົ່ວແຂວງ.
   ພ້ອມນັ້ນທາງອຳນາດການປົກຄອງແຂວງຍັງໄດ້ວາງທິດທາງຈຸດສຸມຕໍ່ໜ້າເຊັ່ນ: ເອົາໃຈໃສ່ຊຸກຍູ້ການປູກ - ການ ລ້ຽງໃຫ້ ເປັນຮູບປະທຳກວ່າເກົ່າເປັນຕົ້ນແມ່ນການລ້ຽງງົວ, ແບ້, ໝູ, ສັດປີກ ແລະ ການ ປູກພືດຜັກປອດສານພິດ, ສ້າງ ໃຫ້ໄດ້ຄອບຄົວ ຕົວແບບທີ່ເປັນທ່າແຮງຂອງແຂວງເປັນຕົ້ນ ແມ່ນຕົວແບບດ້ານການຫັດ ຖະກຳຕ່ຳຫູກທໍໄໝ ແລະ ສືບ ຕໍ່ພັດທະນາພື້ນຖານ ໂຄງລ່າງ ທີ່ຈຳເປັນ ໂດຍສະເພາະກໍຄືໂຄງ ການກໍ່ສ້າງສະໜາມບິນໜອງ ຄ້າງ, ເສັ້ນທາງເຊື່ອມຕໍ່ກັບ ສສ ຫວຽດນາມ ແລະ ເອົາໃຈ ໃສ່ພັດທະນາເຂດທີ່ເປັນຖານ ທີ່ໝັ້ນຂອງການປະຕິວັດ ຫຼື ຖ້ຳ ຜູ້ນຳໃຫ້ເປັນແຫຼ່ງທ່ອງທ່ຽວ.

ແຫລ່ງຂ່າວຈາກ: ຫນັງສືພີມປະຊາຊົນ