23.4.14

ພະແນກ ຖວທ ແຂວງ ຫົວພັນຕີລາຄາການ ເຄື່ອນໄຫວວຽກງານ

ຮູບປະກອບຂ່າວ
ພະແນກ ຖວທ ແຂວງຫົວພັນໄດ້ຈັດກອງປະ ຊຸມສະຫຼຸບສັງເກດຕີລາຄາ ສະພາບການເຄື່ອນໄຫວຈັດ ຕັ້ງປະຕິບັດວຽກງານ ຖວທ ທົ່ວແຂວງປະຈຳປີ 2013 ຂຶ້ນ ທີ່ຫໍວັດທະນະທຳຂອງແຂວງເມື່ອບໍ່ດົນມານີ້ ໂດຍການເປັນປະທານກອງ ປະຊຸມຂອງທ່ານ ເຂັມພອນ ທະວີໄຊ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງ ແລະ ມີພະນັກງານ-ລັດຖະກອນທົ່ວພະແນກ, ຫົວໜ້າ ຫ້ອງການ ຖວທ 10 ເມືອງທົ່ວແຂວງເຂົ້າຮ່ວມ  60 ກວ່າຄົນ, ຍິງ 28 ຄົນ.
   ປີ 2013 ມີຜູ້ເຮັດວຽກງານ ຖວທ 133 ຄົນ ໃນນັ້ນສັງກັດຢູ່ຂັ້ນແຂວງ 69 ຄົນ ຢູ່ຂັ້ນ ເມືອງ 64 ຄົນ  ຜ່ານການເຄື່ອນ ໄຫວຈັດຕັ້ງປະຕິບັດຕາມແຜນກະຊວງ ຖວທ ແລະ ມະຕິກອງ ປະຊຸມໃຫຍ່ຄັ້ງທີ VIII ຂອງອົງ ຄະນະພັກແຂວງຫົວພັນກໍ່ມີ ຫຼາຍດ້ານທີ່ພົ້ນເດັ່ນເຊັ່ນ: ພະນັກງານ-ລັດຖະກອນມີແນວຄິດອຸ່ນອ່ຽນທຸ່ນທ່ຽງ
ຕັ້ງໜ້າ ເຮັດໜ້າທີ່ຂອງຕົນສຳເລັດ ຕາມແຜນການ ປີ 2013 ທົ່ວ ແຂວງສາມາດປະກາດ ແລະ ຮັບຮອງເປັນບ້ານວັດທະນະ ທຳໄດ້ 86 ບ້ານ, ມີ 5.998 ຄອບຄົວ, ນັບແຕ່ປີ 2004 ມາ ຮອດປະຈຸບັນມີບ້ານວັດທະ ນະທຳ 209 ບ້ານ, ມີ 20.684 ຄອບຄົວ ແລະ ມີ 4  ກຸ່ມບ້ານ ວັດທະນະທຳ  ຖ້າທຽບໃສ່ ແຜນການ 5 ປີຄັ້ງທີ VII ປະຕິ ບັດໄດ້ 139,33% ທົ່ວແຂວງ ມີແຫຼ່ງທ່ອງທ່ຽວທັງໝົດ 139 ແຫ່ງ, ໃນນັ້ນແຫຼ່ງທ່ອງທ່ຽວທຳມະຊາດ 49 ແຫ່ງ, ວັດທະນະທຳ 32 ແຫ່ງ ແຫຼ່ງທ່ອງທ່ຽວ ປະຫວັດສາດ 58  ແຫ່ງ, ມີ ໂຮງແຮມ 7 ແຫ່ງ, ເຮືອນພັກ 56 ແຫ່ງ ແລະ ຮ້ານອາຫານ ກິນດື່ມ 106 ແຫ່ງ.
   ວຽກງານ 3 ສ້າງພະແນກ ຖວທ  ກໍ່ໄດ້ສົມທົບກັບອຳນາດການປົກຄອງ, ຫ້ອງການ ຖວທ ຂັ້ນເມືອງລົງເກັບກຳຂໍ້ມູນຕ່າງໆ ຢູ່ບ້ານເປົ້າໝາຍຈຳນວນ 6 ບ້ານຂອງ 3 ເມືອງໄປພ້ອມ ກັນນັ້ນກໍໄດ້ແບ່ງຄວາມຮັບຜິດ ຊອບ ຂັ້ນຄຸ້ມຄອງ ວາງແຜນ ເຄື່ອນໄຫວຈັດຕັ້ງປະຕິບັດ ຈັດຊື້ອຸປະກອນຮັບໃຊ້ວິຊາ ການ ປະກອບລັດຖະກອນ ຈັດຕັ້ງຝຶກອົບຮົມວຽກງານເກັບ ກຳຂໍ້ມູນ, ຂຽນຂ່າວ, ຂຽນບົດ, ແນະນຳວິທີນຳໃຊ້ພາຫະນະສື່ ມວນຊົນ ແລະ ລົງປັບປຸງ ສ້າງ ໜ່ວຍວັນນະຄະດີສະໝັກຫຼິ້ນ ຢູ່ຂັ້ນບ້ານ. 
ຕໍ່ກັບດ້ານດີທີ່ເຮັດໄດ້ຍັງມີບາງດ້ານທີ່ຍັງຄົງຄ້າງຕ້ອງໄດ້ສືບຕໍ່ແກ້ໄຂເຊັ່ນ: ການຈັດຕັ້ງເຜີຍແຜ່ໂຄສະນາ ປຸກລະ ດົມຂະບວນ ການຕ່າງໆຜ່ານສະຖານີ ວິທະຍຸ-ໂທລະພາບຢູ່ຂັ້ນແຂວງບໍ່ກວ້າງຂວາງ, ເລິກເຊິ່ງເພາະການກະຈາຍ ອອກອາກາດມີຂອບເ ຂດ ພື້ນທີ່ຈຳກັດບໍ່ທົ່ວເຖິງທຸກກຸ່ມເປົ້າໝາຍ, ອີກອັນໜຶ່ງສະຖານີວິທະຍຸແຂວງມີການເປ່ເພເປັນ ໄລຍະ ການລົງຊຸກຍູ້ສົ່ງເສີມ ແລະ ຂະຫຍາຍວຽກງານສ້າງຄອບຄົວ, ບ້ານ, ກຸ່ມບ້ານວັດທະນະທຳບໍ່ທັນແຂງແຮງເທົ່າ ທີ່ຄວນ ການພັດທະນາສົ່ງເສີມ ການທ່ອງ ທ່ຽວແບບປະຊາຊົນມີສ່ວນຮ່ວມບໍ່ທັນກວ້າງຂວາງ ແລະ ການລົງທຶນຂອງລັດເຂົ້າໃນໂຄງການ ຖວທ ບໍ່ສາມາດ ຕອບສະ ໜອງໄດ້ຕາມແຜນ.
   ໂອກາດຈັດກອງປະຊຸມຄັ້ງນີ້ໄດ້ມອບໃບຍ້ອງຍໍຈຳນວນ 49 ໃບ, ໃບຊົມເຊີຍຂອງເຈົ້າແຂວງຫົວພັນ 45 ໃບ, ມອບ ໃຫ້ພະ ນັກງານ-ລັດຖະກອນ ທີ່ມີຜົນງານດີເດັ່ນໃນການເຮັດໜ້າທີ່ຂອງຕົນໃນ 1 ປີ ຜ່ານມາ.

ແຫລ່ງຂ່າວຈາກ: ໜັງສືພີມປະຊາຊົນ