17.4.14

ພິທີເຊັນສັນຍາການກໍ່ສ້າງ ທາງປູຢາງແຕ່ຈຸດບ້ານ ສົບສານ-ສົບດຸ້ງ 3 ປີ ສຳເລັດ

ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນເລີ່ມແຕ່ຈຸດບ້ານສົບສານ ຫາ ບ້ານ ສົບດຸ້ງເມືອງ ຊຽງຄໍ້ ແຂວງ ຫົວພັນ ຕິດກັບ ຊາຍແດນຫວຽດນາມ ຊຶ່ງມີ ຄວາມຍາວທັງໝົດ 21,4 ກິໂລແມັດ, ຄວາມກ້ວາງໜ້າ ທາງ 5 ແມັດ, ລວມມູນຄ່າ ການກໍ່ສ້າງທັງໝົດ 126 ຕື້ 500 ລ້ານກວ່າກີບ ໂດຍຈະໄດ້ນຳໃຊ້ທຶນງົບປະມານຂອງລັດຖະບານລາວ ແລະ ແມ່ນ ບໍລິສັດໄຊຊະນະຄົບວົງຈອນແຫ່ງ ສປປ ລາວ ຮ່ວມກັບບໍລິສັດຕີຢາຟາດ ແຫ່ງ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ- ລົງທຶນກ່ອນ 100% ແລະ ໃຊ້ເວລາ 3 ປີໃຫ້ສຳເລັດການ ກໍ່ສ້າງທັງໝົດ. ເສັ້ນທາງສາຍ ນີ້ ເປັນເສັ້ນທາງຍຸດທະສາດ ທີ່ສຳຄັນອອກສູ່ຫວຽດນາມເມື່ອເສັ້ນທາງດັ່ງກ່າວສຳເລັດຈະເປັນເງື່ອນໄຂອັນດີທີ່ອຳນວຍຄວາມສະດວກໃຫ້ແກ່ ການໄປມາຫາ ສູ່ຂອງພໍ່ແມ່ປະຊາຊົນໄດ້ຍູທາງທຳມາຫາກິນ, ຄ້າຂາຍແລກປ່ຽນສິນຄ້ານຳກັນ, ທັງເປັນສິ່ງຊຸກດັນໃຫ້ ແກ່ການສ້າງເສດ ຖະກິດຄອບຄົວ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງເມືອງ ຊຽງຄໍ້ ກໍຄືແຂວງຫົວພັນເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນ ສອງຟາກຊາຍແດນລາວ-ຫວຽດ ນາມ ໃຫ້ນັບມື້ໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວ.
    ພິທີເຊັນສັນຍາກໍ່ສ້າງໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ທີ່ໂຮງແຮມເພັດເມືອງຊຳ ເມືອງ ຊຳເໜືອ ແຂວງ ຫົວພັນ, ຕາງ ໜ້າເຈົ້າຂອງໂຄງການໂດຍ ແມ່ນທ່ານ ພອນສຸກ ອິນທະ ວົງ ຫົວໜ້າພະແນກໂຍທາທິ ການ ແລະ ຂົນສົ່ງແຂວງ, ຝ່າຍ ບໍລິສັດຜູ້ຮັບເໝົາກໍ່ສ້າງແມ່ນ ທ່ານ ນາງ ສຸພາວະດີ ວົງທອງ ຈິດ ອຳນວຍການບໍລິສັດ ໄຊຊະນະຄົບວົງຈອນ ແລະ ທ່ານ ຟານ ກວາງຖຳ ອຳນວຍການ ບໍລິສັດຕີຢາຟາດ ໂດຍຊ້ອງ ໜ້າທ່ານ ວັນໄຊ ແພງຊຸມມາ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງ ຫົວພັນ, ມີພາກ ສ່ວນກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ຊຽງຄໍ້ ຕະຫຼອດຮອດພະ ນັກງານວິຊາການທັງສອງຝ່າຍ ເຂົ້າຮ່ວມເປັນພິຍານນຳ.

(ຂ່າວ: ງຸຸດ ວິໄລຄຳ) ໜັງສືພີມປະຊາຊົນ